spot_img
Homeຂ່າວພາຍ​ໃນກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານ ປ້ອງກັນຄວາມສະຫງົບ ປະຈຳປີ 2022

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານ ປ້ອງກັນຄວາມສະຫງົບ ປະຈຳປີ 2022

Published on

ທ້າຍເດືອນ ມິຖຸນາ 2022 ນີ້ ຄະນະນຳກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໂພນທອງ ແຂວງຫຼວງພະບາງ ນໍາໂດຍ ພັນໂທ ຄໍາກາ ສັນທະວົງ ຮັກສາການ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານ ປ້ອງກັນຄວາມສະຫງົບ ປະຈຳປີ 2022 ກັບ ກອງບັນຊາການຕໍາຫຼວດ ເມືອງສົບກົບ ແຂວງເຊີນລາ ສສ ຫວຽດນາມ, ໃນຄັ້ງ ມີ ພັນໂທ ລູ່ວັນລິກ ຫົວໜ້າກອງບັນຊາການຕໍາຫຼວດ ເມືອງສົບກົບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານກ່ຽວກັບ ສະພາບທາງດ້ານການເມືອງ, ສະພາບຂອບເຂດຊາຍແດນ ແລະສະພາບຄວາມເປັນສະບຽບຮຽບຮ້ອຍ ທາງສັງຄົມຂອບເຂດຊາຍເເດນເຊື່ອມຕໍ່ ລະຫວ່າງ ລາວ-ຫວຽດນາມ-ຫວຽດນາມ-ລາວ ໂດຍສະເພາະແມ່ນຂອບເຂດລຽບຊາຍເເດນ ຂອງເມືອງໂພນທອງ ແຂວງຫຼວງພະບາງ ແລະເມືອງສົບກົບ ແຂວງເຊິນລາ

ເຊີ່ງຜ່ານມາກຳລັງ ປກສ ເມືອງໂພນທອງ ໄດ້ປະຕິບັດວຽກງານວິຊາສະເພາະ ລຽບຕາມຊາຍແດນໃນ 03 ກຸ່ມບ້ານ ລວມທັງໝົດ 10 ບ້ານ, ສາມາດຄຸ້ມຄອງກວດກາ ຂື້ນສະຖິຕິຊາວຕ່າງປະເທດທີ່ເຂົ້າມາຕັ້ງພູມລໍາເນົາ ແລະສ້າງຄອບຄົວ ທັງໝົດ 59 ຄົນ, ຍິງ 27 ຄົນ, ຊາວຕ່າງປະເທດທີ່ລັກລອບເຂົ້າມາ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ທັງໝົດ 03 ຄົນ, ຍິງ 02 ຄົນ ໄດ້ນໍາສົ່ງກັບຄືນປະເທດ ຢູ່ດ່ານຫ້ວຍປວກສໍາເລັດ; ໄດ້ຄຸ້ມຄອງຊາວຕ່າງປະເທດທີ່ເຂົ້າມາພັກເຊົາຊົ່ວຄາວ, ຄ້າ-ຂາຍ, ດໍາເນີນທຸລະກິດ ຢູ່ພາຍໃນເມືອງໂພນທອງ ມີທັງໝົດ 48 ເທື່ອຄົນ, ຍິງ 19 ເທື່ອຄົນ, ໃນນັ້ນ ຊາວຫວຽດນາມ 31 ເທື່ອຄົນ, ຍິງ 09 ເທື່ອຄົນ, ຊາວຈີນ 17 ເທື່ອຄົນ, ຍິງ 10 ເທື່ອຄົນ; ມີປະຊາຊົນເຊື້ອຖືສາສະໜາເຢຊູ 13 ບ້ານ, ມີ 215 ຄອບຄົວ, ມີພົນລະເມືອງ 1794 ຄົນ, ຍິງ 874 ຄົນ, ນອກຈາກນີ້ ໄດ້ເອົາໃຈໃສ່ເຄື່ອໄຫວຕິດຕາມ ບັນດາເປົ້າໝາຍກໍ່ຄວາມບໍ່ສະຫງົບ ພ້ອມທັງສ້າງແຜນສະກັ້ດກັນ ໂດຍຮັກສາໄດ້ຄວາມສະຫງົບ ລຽບຕາມຊາຍແດນໄດເປັນຢ່າງດີ.

ໂອກາດດຽວກັນ ທັງສອງສອງຝ່າຍ ໄດ້ປຶກສາຫາຫລືວຽກງານຮ່ວມກັນ ເພື່ອວາງທິດທາງແຜນການສືບຕໍ່ແກ້ໄຂບັນຫາຄົງຄ້າງ ເປັນຕົ້ນ ວຽກງານຄວາມສະຫົງບທາງດ້ານການເມືອງ, ສະພາບຊາຍແດນ ແລະສະພາບຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ ໃຫ້ດີຂື້ນກວ່າເກົ່າ ໃນຕໍ່ໜ້າ.

ຂໍ້ມູນ:MediaLAOS

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...