spot_img
Homeຂ່າວນໍ້າຖ້ວມຈີນເສຍຫາຍໜັກຈາກນ້ຳຖ້ວມຮຸນແຮງທີ່ສຸດໃນຮອບ 60 ປີ

ຈີນເສຍຫາຍໜັກຈາກນ້ຳຖ້ວມຮຸນແຮງທີ່ສຸດໃນຮອບ 60 ປີ

Published on

ອີງຕາມການລາຍງານຈາກສຳນັກຂ່າວຈີນ ໃນວັນທີ 27 ເດືອນ ມິຖຸນາ 2022, ສະຖານະການນ້ຳຖ້ວມໃນພຶ້ນທີ່ທາງຕອນໃຕ້ຂອງຈີນສ້າງຄວາມເສຍຫາຍໜັກ ໂດຍສະເພາະແມ່ນເຂດປົກຄອງກວ່າງຊີຈ້ວງ ຊຶ່ງຖືກນ້ຳຖ້ວມໜັກທີ່ສຸດໃນຮອບ 60 ປີ.

ທາງການທ້ອງຖິ່ນຂອງເຂດປົກຄອງກວ່າງໍີຈ້ວງ ທາງພາກໃຕ້ຂອງຈີນ ລະບຸວ່າ: ສະຖານະການນ້ຳຖ້ວມ ແລະ ຝົນຕົກໜັກ ຕະຫຼອດຫຼາຍມື້ທີ່ຜ່ານມາ ມີປະຊາຊົນໄດ້ຮັບຄວາມເດືອດຮ້ອນຫຼາຍກວ່າ 3.75 ລ້ານຄົນ ໃນຊ່ວງລະດູຝົນຂອງປີນີ້ ພົບວ່າໃນພຶ້ນທີ່ມີປະລິມານຝົນຕົກສະເລ່ຍຫຼາຍເຖິງ 490.8 ມິລີແມັດ ຊຶ່ງຫຼາຍກວ່າໃນຊ່ວງດຽວກັນຂອງປີກ່ອນເຖິງ 1.6 ເທົ່າ.

ສຳລັບສະຖານະການຝົນຕົກໜັກ ແລະ ນ້ຳຖ້ວມໃນປີນີ້ຖືວ່າມີຄວາມຮຸນແຮງທີ່ສຸດໃນຮອບ 60 ປີ ສ້າງຄວາມເສຍຫາຍທາງເສດຖະກິດເປັນມູນຄ່າກວ່າ 1,200 ລ້ານຍວນ ຫຼື ປະມານ 1,782 ລ້ານໂດລາສະຫະລັດ ໂດຍສະເພາະມີບ້ານ ຫຼື ເຮືອນເປເພຫຼາຍກວ່າ 3,400 ຫຼັງ ພຶ້ນທີ່ການກະສິກຳເສຍຫາຍຫຼາຍກວ່າ 1 ລ້ານໄຮ່ ເຈົ້າໜ້າທີ່ບັນເທົາໄພພິບັດ ແລະ ຄວບຄຸມນ້ຳຖ້ວມ ເຕືອນວ່າ: ຊາວງນີ້ຍັງຄົງມີຝົນຕົກໜັກຕໍ່ເນື່ອງໃນເຂດປົກຄອງຕົນເອງກວ່າງຊີຈ້ວງ ຈຶ່ງຄາດວ່າຄວາມເສຍຫາຍຈາກສະຖານະການນ້ຳຖ້ວມຈະເພີ່ມຂຶ້ນອີກ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...