spot_img
Homeຂ່າວພາຍ​ໃນຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ

ຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ

Published on

ຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ

ໃນເດືອນມີຖຸນາ 2022, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງງວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບ ໄດ້ຈຳນວນ 3 ຄົນ ຜົນເສຍຫາຍ 500 ລ້ານກວ່າກີບ, ຍ້ອນຫຼົງເຊື່ອກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍອ້າງໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ.

ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນຳວຽກງານຕຳຫຼວດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ວ່າ: ໃນເດືອນມີຖຸນາ 2022 ຜ່ານມາ, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບພົນລະເມືອງ ໄດ້ຈຳນວນ 3 ຄົນ ຄື: ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ບ້ານໂນນສະອາດ ເມືອງໄຊທານີ ແລະ ທ້າວ ຕູ່ ຢ່າງ ອາຍຸ 21 ປີ ຢູ່ບ້ານດົງໂດກ ຜົນເສຍຫາຍ 500 ລ້ານກວ່າກີບ.

ເຫດການເກີດຂື້ນຍ້ອນກຸ່ມຄໍເຊັນເຕີ ໄດ້ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ, ເມື່ອມີຜູູ້ຫຼົງເຊື່ອສະໝັກວຽກ (ຜູູ້ຖືກຫາ) ກໍ່ຈະໃຫ້ສົ່ງຮູບພາບບັດປະຈໍາຕົວ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ຫຼື ຄິວອາໂຄສ ໃຫ້ກຸ່ມຄໍເຊັນເຕີ້ ໂດຍອ້າງວ່າຈະນຳໃຊ້ເອກະສານເຫຼົ່ານີ້ ເພື່ອຢັ້ງຢືນສະໝັກວຽກ (ໂດຍການຕິດຕໍ່ແມ່ນຜ່ານວັອດແອັບເບີໂທລະສັບ 020 97621388, 020 91563693, 020 9734 0947) ໂດຍອ້າງວ່າຜູ້ກ່ຽວຊື່ນາງ ດາ.

ຫຼັງຈາກນັ້ນ, ກຸ່ມຄໍເຊັນເຕີ້ ກໍຈະໂພສຮັບແລກປ່ຽນເງິນຕາ ຫຼື ຕ້ອງການແລກປ່ຽນເງິນຕາ ທາງເຟສບຸກເພຈ “ຮ້ານແລກປ່ຽນເງິນຕາ ເງິນດ່ວນ CSN ແລະ ເພຈອື່ນໆ ເພື່ອຫາລູກຄ້າ (ຜູ້ຖືກເສຍຫາຍ) ເມື່ອມີຄົນຕິດຕໍ່ຫາເພື່ອແລກປ່ຽນເງິນຕາ ແລ້ວກໍຈະໃຫ້ຜູ້ທີ່ສະໝັກວຽກທາງອອນລາຍ ຕ່າງໜ້າໄປພົບກັບລູກຄ້າ ໂດຍຈະມີການນັດແນະໃຫ້ບອກກັບລູກຄ້າວ່າ ນາງ ດາ ແລະ ພວກກ່ຽວ ເປັນຍາດພີ່ນ້ອງກັນ ແລະ ສະເໜີເງິນຄ່າຕອບແທນໃຫ້. ເມື່ອລູກຄ້າໂອນເງີນໃຫ້ແກ່ຜູ້ຕ່າງໜ້ານາງ ທີ່ໝັກວຽກກັບນາງດາ, ແລ້ວຫຼັງຈາກນັ້ນນາງ ດາ ກໍ່ຈະສັ່ງການ ໃຫ້ເອົາເງິນທີ່ສໍ້ໂກງມາໄປແລກເປັນເງິນບາດ ແລະ ໂອນເຂົ້າບັນຊີເງິນຝາກຢູ່ປະເທດໄທ (ໂດຍມີການຫັກຄ່າຈ້າງໃຫ້ແກ່ຜູ້ທີ່ໄປໂອນ).

ຕໍ່ກັບບັນຫາດັ່ງກ່າວ, ພັທ ສຸລີວັນ ແກ້ວມະນີວົງ ໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິໃນການແລກປ່ຽນເງີນຕາຄວນແລກປ່ຽນຢູ່ຕາມຮ້ານແລກປ່ຽນເງິນຕາທີ່ໄດ້ຮັບການອະນຸຍາດ ຫຼື ຕົວແທນຂອງທະນາຄານ ເພື່ອຫຼີກລ້ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ. ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຊອກຫາວຽກງານເຮັດງານທຳ ກ່ອນຈະສະໝັກວຽກງານໃຫ້ມີສະຕິໃນການກວດສອບເບິ່ງຄືນວ່າບໍລິສັດທີ່ຈະສະໝັກວຽກມີຕົວຕົນ ຫຼື ບໍ່ ແລະ ບໍ່ຄວນສົ່ງຮູບເອກະສານບັດປະຈໍາຕົວ, ໜັງສືຜ່ານແດນ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ໃຫ້ແກ່ບຸກຄົນອື່ນ ເພາະທ່ານອາດຈະກາຍເປັນຜູ້ມີສ່ວນຮ່ວມໃນການກະທຳຜິດ ໂດຍບໍ່ຮູ້ຕົວ ແລະ ຈະຖືກດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວຈາກ ຄວາມສະຫງົບ.

 

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...