spot_img
Homeຂ່າວຕ່າງປະເທດລັດຖະບານຫວຽດນາມປັບຂຶ້ນຄ່າແຮງຂັ້ນຕ່ຳ

ລັດຖະບານຫວຽດນາມປັບຂຶ້ນຄ່າແຮງຂັ້ນຕ່ຳ

Published on

ລັດຖະບານຫວຽດນາມ ຂຶ້ນຄ່າແຮງຂັ້ນຕ່ຳ 6% ເລີ່ມມີຜົນບັງຄັບໃຊ້ຕົ້ນເດືອນກໍລະກົດນີ້ ຫຼັງຈາກທີ່ບໍ່ມີການປັບຂຶ້ນຄ່າແຮງຂັ້ນຕ່ຳມາ 2 ປີ.

ສຳນັກຂ່າວໃນຫວຽດນາມ ລາຍງານວ່າ ຄ່າແຮງຂັ້ນຕ່ຳ ປັບຂຶ້ນ 6% ຕຽມມີຜົນບັງຄັບຕາມລະບຽບກົດໝາຍໃນວັນທີ 1 ກໍລະກົດ ນີ້ແລ້ວ ຫຼັງຈາກທີ່ລັດຖະບານຫວຽດນາມບໍ່ໄດ້ມີການປັບຄ່າແຮງຂັ້ນຕ່ຳມາເປັນເວລາ 2 ປີ, ເຮັດໃຫ້ປະຊາຊົນໃນຫວຽດນາມ ຈະໄດ້ຮັບຄ່າແຮງຂັ້ນຕ່ຳຂຶ້ນມາເປັນ 3.25 – 4.68 ລ້ານດົງຕໍ່ເດືອນ ຫຼື ປະມານ 140 – 201 ໂດລາຕໍ່ເດືອນ ນັບຕັ້ງແຕ່ວັນທີ 1 ກໍລະກົດ 2565 ເປັນຕົ້ນໄປ.

ສຳຫຼັບການປັບຂຶ້ນຄ່າແຮງຂັ້ນຕ່ຳຂອງລັດຖະບານຫວຽດນາມນັ້ນ ເພີ່ມຂຶ້ນອີກປະມານ 180,000 – 260,000 ດົງຕໍ່ເດືອນ, ເຊິ່ງຂຶ້ນກັບເຂດເງິນເດືອນ 4 ເຂດທີ່ລັດຖະບານຫວຽດນາມກຳນົດ ແລະ ຈະມີຜົນບັງຄັບໃຊ້ກັບລູກຈ້າງທີ່ໄດ້ຮັບຄ່າຈ້າງເປັນລາຍເດືອນ ແລະ ຄ່າຈ້າງເປັນລາຍຊົ່ວໂມງ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...