spot_img
Homeຂ່າວພາຍ​ໃນປະລິມານສິນຄ້າທີ່ຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ປະລິມານສິນຄ້າທີ່ຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

Published on

ອີງຕາມຂໍ້ມູນຈາກ ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ລາຍງານວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ເປີດໃຫ້ບໍລິການຢ່າງເປັນທາງການ ຈົນມາຮອດປັດຈຸບັນ ຂະບວນລົດໄຟຂົນສົ່ງສິນຄ້າຜ່ານແດນ ຜ່ານລົດໄຟ ລາວ-ຈີນ ນັບມື້ນັບວ່ອງໄວ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ມາຮອດວັນທີ 6 ມິຖຸນາ 2022, ປະລິມານການຂົນສົ່ງສິນຄ້າຜ່ານແດນ ຜ່ານທາງລົດໄຟ ລາວ-ຈີນ ໄດ້ຫຼາຍກວ່າ 651.000 ໂຕນ, ສະແດງໃຫ້ເຫັນເຖິງບົດບາດການເປັນຊ່ອງທາງການຂົນສົ່ງສາກົນ ທີ່ສຳຄັນທີ່ນັບມື້ນັບມີຄວາມຊັດເຈນຫລາຍຂຶ້ນ, ໃນຂະນະດຽວກັນນັ້ນ ໃນວັນທີ 7 ມິຖຸນາ 2022, ລົດໄຟສິນຄ້າຂະບວນ 30002 ບັນຈຸຕູ້ຄອນເທັນເນີ 48 ຕູ້ ທີ່ຂົນສົ່ງເກືອໂພແທດຊຽມ ຈຳນວນ 1.252,2 ໂຕນ ໄດ້ສົ່ງອອກຈາກສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ເຊິ່ງປາຍທາງຂອງການຂົນສົ່ງຄັ້ງນີ້ ແມ່ນສະຖານີບ້ານຖວນເຈ ນະຄອນສົງຊິ້ງ ປະເທດຈີນ ໂດຍຜ່ານດ່ານ ບໍ່ເຕ່ນ-ບໍ່ຫານ.

ນັບຕັ້ງແຕ່ເປີດນຳໃຊ້ທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ໄດ້ມີການຂົນສົ່ງສິນ ຄ້າຫຼາຍກວ່າ 10 ປະເພດ ກວມເອົາຫຼາຍກວ່າ 100 ຊະນິດ, ແນໃສ່ການຂົນສົ່ງພາກພື້ນເຊັ່ນ: ໄທ, ມາເລເຊຍ, ມຽນມາ, ສິງກະໂປ ແລະ ປະເທດອື່ນໆລວມກວ່າ 10 ປະເທດ. ການຂົນສົ່ງສິນຄ້າຈາກຈີນມາລາວສ່ວນໃຫຍ່ຈະແມ່ນ ສິນຄ້າທີ່ໃຊ້ໃນຊີວິດປະຈຳວັນທົ່ວໄປ ເປັນຕົ້ນ ຝຸ່ນ, ເຄື່ອງເອເລັກໂທຣນິກ, ເຄື່ອງຜະລິດໄຟຟ້າແສງຕາເວັນ, ແຜ່ນແພ, ຜັກ ແລະ ອື່ນໆ, ສ່ວນການຂົນສົ່ງສິນຄ້າຈາກລາວໄປຈີນ ສ່ວນໃຫຍ່ຈະເປັນຜະລິດຕະພັນກະສິກຳ ເຊັ່ນ: ມັນຕົ້ນ, ຢາງພາລາ, ໝາກເດືອຍ, ແປ້ງມັນຕົ້ນ, ເຫຼັກ, ສັງກະສີ, ໝາກຖົ່ວລຽນ ແລະ ອື່ນໆ.

ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດແຜນການຂົນສົ່ງສິນຄ້າ ທີ່ສຳຄັນຢ່າງຮອບດ້ານ ໂດຍເນັ້ນໃຫ້ບູລິມະສິດໃນການຂົນສົ່ງສິນຄ້າທີ່ນຳເອົາຜົນປະໂຫຍດ ຕໍ່ການເປັນຢູ່ຂອງປະຊາຊົນ ຄື: ບຸລິມິສິດໃນການຈັດການ, ບຸລິມິສິດ ໃນການຈັດລົດ, ບຸລິມິສິດໃນການບັນທຸກໃສ່ລົດ, ບຸລິມິສິດໃນການປ່ອຍອອກກ່ອນ ແລະ ບຸລິມິສິດໃນການຍໍລົງລົດ ແລະ ມາດຕະການການຂົນສົ່ງອື່ນໆ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...