spot_img
Homeຂ່າວພາຍ​ໃນເຕີມນ້ຳມັນ 8ແສນ ແຕ່ໄດ້ຈ່າຍ 1ລ້ານ

ເຕີມນ້ຳມັນ 8ແສນ ແຕ່ໄດ້ຈ່າຍ 1ລ້ານ

Published on

ຈາກສະພາບເສດຖະກິດໃນປັດຈຸບັນທີ່ເຮົາເຫັນຢູ່ນີ້ ມີອັດຕາເງິນເຟີ້ທີ່ເພີ່ມຂຶ້ນເລື້ອຍ ສົ່ງຜົນໃຫ້ລາຄານ້ຳມັນກໍ່ມີການເພີ່ມຂຶ້ນສູງຢ່າງໄວວາ, ແລະ ໄດ້ມີຫົວໜ່ວຍທຸລະກິດເຊັ່ນ ປ້ຳນ້ຳມັນບາງແຫ່ງ ໃນຂອບເຂດທົ່ວປະເທດ ຂາຍນ້ຳມັນແບບບໍ່ໂປ່ງໃສ ຈຶ່ງເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຮຸນແຮງ ແລ້ວໄດ້ມີຫາງສຽງກັນ.

ໃນວັນພະຫັດ ທີ່ 2 ພຶດສະພາ 2022 ທີ່ຜ່ານມານີ້ ມີປະຊາຊົນໄດ້ລາຍງານວ່າ: ໃນແຂວງຫຼວງນ້ຳທາ ມີປະຊາຊົນເຂົ້າໄປເຕີມນ້ຳມັນຈຳນວນ 828.000 ກີບ ຕົກເປັນ 40 ລິດ ແຕ່ຜົນທີ່ອອກມາໄດ້ຈ່າຍ 1 ລ້ານກີບ ໂດຍພະນັກງານປ້ຳນ້ຳມັນດັ່ງກ່າວນັ້ນໄດ້ກ່າວວ່າ ຂາຍນ້ຳມັນລິດລະ 25.000 ກີບ, ເຊິ່ງມັນເກີນລາຄາຕາມທີ່ລັດຖະບານໄດ້ແຈ້ງໄວ້.

ທ້າຍທີ່ສຸດແລ້ວ ປະຊາຊົນຈຳນວນຫຼາຍໄດ້ອອກມາເວົ້າເພື່ອໃຫ້ລັດຖະບານ ແລະ ເຈົ້າໜ້າທີ່ອອກມາແກ້ໄຂ ແລະ ຢາກໃຫ້ຄວາມເປັນທຳແກ່ປະຊາຊົນ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...