Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບ ຄະນະສະມາຄົມ ໄທ-ລາວ, ລາວ-ໄທ ເພື່ອມິດຕະພາບ ເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະສະມາຄົມ ໄທ-ລາວ, ລາວ-ໄທ ເພື່ອມິດຕະພາບ ເຂົ້າຢ້ຽມຂໍ່ານັບ

Published on

ໃນຕອນເຊົ້າວັນທີ 2 ມິຖຸນາ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສອງຄະນະສະມາຄົມ ໄທ-ລາວ ແລະ ລາວ-ໄທ ເພື່ອ ນຳພາຄະນະໂດຍທ່ານ ກຽດຕິຄຸນ ຊາດປະເສີດ ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ທ່ານ ຫລີ ບຸນຄ້ຳ ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ.

ໃນການເຂົ້າຢ້ຽມຢາມໃນຄັ້ງນີ້ ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ຍ້ອງຍໍຜົນງານທີ່ສອງສະມາຄົມໄດ້ສ້າງມາ ແລະ ມີຜົນສຳເລັດຫລາຍດ້ານ. ພ້ອມນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນຳແກ່ສອງສະມາຄົນ ເພື່ອເສີມຂະຫຍາຍການຮ່ວມມືຮອບດ້ານ, ປະກອບ ສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນຄຽງ ແລະ ປະຊາຊົນສອງຊາດ ລາວ-ໄທ ຮັກແພງກັນ, ເຂົ້າອົກເຂົ້າໃຈກັນນັບມື້ນັບຫລາຍຂຶ້ນ.

ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 29 ມິຖຸ ນາ 1993 ໃນປີ 2022 ນີ້ຄົບຮອບ 29 ປີ, ເຊິ່ງຢູ່ພາຍໃຕ້ການຊີ້ນຳຄຸ້ມຄອງໂດຍກົງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ; ມີພາລະບົດບາດໃນການເສີມສ້າງ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນໄທ ເພື່ອຜົນປະໂຫຍດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືການພັດທະນາ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.

ການພົວພັນຮ່ວມມື ຂອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບໃນໄລຍະຜ່ານ ແມ່ນໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງໃນຫລາຍດ້ານ ເປັນຕົ້ນ ດ້ານການສຶກສາ, ສາທາລະນະສຸກ, ວັດທະນະ ທຳສັງຄົມ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.
ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...