Homeຂ່າວຕ່າງປະເທດຢູເອັນພົບວ່າອາຊີເປັນພູມິພາກທີ່ມີຢາເສບຕິດຫຼາຍທີ່ສຸດ

ຢູເອັນພົບວ່າອາຊີເປັນພູມິພາກທີ່ມີຢາເສບຕິດຫຼາຍທີ່ສຸດ

Published on

ຈາກລາຍງານຈາກ ສຳນັກງານປ້ອງກັນຢາເສຍຕິດ ແລະ ປາມປາມອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ໄດ້ລາຍງານວ່າອາຊີ ເປັນພູມິພາກທີ່ສາມາດພົບປະລິມານຢາເສບຕິດທີ່ຜະລິດ ແລະ ຄ້າຫຼາຍທີ່ສຸດໃນປີ 2021. ໂດຍຈັບຢາບ້າໄດ້ຫຼາຍກວ່າ 592 ລ້ານເມັດ ແລະ ຢາໄອສອີກ 22.126 ກິໂລກຣາມ.

ໃນລາຍງານ 30 ພຶດສະພາ ຢືນຢັນວ່າມີຢາບ້າຈຳນວນມະຫາສານທີ່ຜະລິດໃນອາຊີ ອີກທັງຍັງເປັນເສັ້ນທາງການຄ້າຢາ ແລະ ມີການໃຊ້ຢາເສບຕິດຈຳນວນຫຼາຍ ໂດຍພົບວ່າການຄ້າຢາເສບຕິດໄດ້ກະຈາຍໄປຢ່າງຕໍ່ເນື່ອງ.

ຜູ້ແທນສຳນັກງານປ້ອງກັນຢາເສຍຕິດ ແລະ ປາມປາມອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ປະຈຳພູມິພາກອາຊີຕະເວັນອອກສຽງໃຕ້ ແລະ ປາຊີຟິກກ່າວວ່າ ປີທີ່ຜ່ານມາ ອົງກອນອາຊະຍະກຳ ແລະ ກຸ່ມຕິດອາວຸດ ສວຍໂອກາດໃນຊ່ວງທີ່ເກີດລະບາດ ແລະ ຄວາມບໍ່ສະເຖຍລະພາບທາງການເມືອງ ໃນເຂດສາມລ່ຽມທອງຄຳ ໄດ້ຂະຫຍາຍການຜະລິດຢາເສບຕິດ ແລະ ຍັງພົບວ່າ ເຂດສາມລ່ຽມທອງຄຳ ມີການຜະລິດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ.

ແຫຼ່ງຂ່າວຈາກ ບີບີຊີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...