spot_img
Homeຂ່າວຢາເສບຕິດພົນລະເມືອງດີພົບເຫັນວັດຖຸສົງໄສຄ້າຍຄືຢາບ້າແລ້ວແຈ້ງຕໍາເຈົ້າໜ້າທີ່ກວດສອບ

ພົນລະເມືອງດີພົບເຫັນວັດຖຸສົງໄສຄ້າຍຄືຢາບ້າແລ້ວແຈ້ງຕໍາເຈົ້າໜ້າທີ່ກວດສອບ

Published on

ໃນວັນທີ 22-29 ພຶດສະພາ 2022, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢຶດຢາເສບຕິດໄດ້ຈຳນວນຫຼາຍ ພາຍຫຼັງພົນລະເມືອງດີອອກເກັບເຫັດແລ້ວພົບເຫັນວັດຖຸສົງໄສຄ້າຍຄືຢາບ້າແລ້ວແຈ້ງຕໍາເຈົ້າໜ້າທີ່ກວດສອບ ແລະ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍຢາເສບຕິດ ກັກຕົວໄດ້ 4 ຄົນ.

ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ ປກສ ເມືອງໄຊທານີ້ໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2022 ໄດ້ຮັບແຈ້ງຈາກ ປກສ ກຸ່ມດົງໂດກ ວ່າ: ມີພົນລະເມືອງດີໄປເກັບເຫັດຢູ່ປ່າເຂດບ້ານຫ້ວຍເຕີຍຫາດ່ານຊ້າງ ແລ້ວໄປພົບເຫັນວັດຖຸຄ້າຍຄືຢາບ້າຖືກຖິ້ມໄວ້ໃນປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານຫ້ວຍເຕີຍຫາບ້ານໂນນສະອາດ.

ເຈົ້າຫນ້າທີ່ໜ່ວຍງານ 303 ຈຶ່ງໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບເຫັນ: ຢາບ້າຈຳນວນ 07 ແພັກ ແລະ 20 ຖົງນ້ອຍ ຖືກຖິ້ມໄວ້ຢູ່ປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານດ່ານຊ້າງຫາບ້ານໂນນສະອາດ ຕາມທີ່ພົນລະເມືອງດີແຈ້ງ; ຈຶ່ງໄດ້ເຮັດບົດບັນທຶກແລ້ວເກັບກູ້ຂື້ນມາຮັກສາໄວ້ຢູ່ທີ່ ປກສ ເມືອງໄຊທານີ ແລະ ເລັ່ງສືບສວນຫາເຈົ້າຂອງຢາເສບຕິດຈຳນວນດັ່ງກ່າວມາຮັບໂທດ.

ນອກນັ້ນ, ໃນວັນອາທິດ ທີ່ 29 ພຶດສະພາ 2022 ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍ ຄ້າຂາຍຢາເສບຕິດ ນໍາພາໂດຍ ພັທ ບຸນແຍງ ຫົວໜ້າ ປກສ ກຸ່ມ ສົມທົບກັບອົງການປົກຄອງບ້ານ ເຂົ້າກັກຕົວ ນາງ ລຸນ ອາຍຸ 30 ປີ ຢູ່ບ້ານອຸດົມຜົນ ກວດພົບຂອງກາງ ຢາບ້າ 10 ເມັດ ແລະ ທ້າວ ໂຍ ອາຍຸ 29 ປີ ຢູ່ບ້ານ ໂນນແຕ້ ແລ້ວໄດ້ສອບສວນຂະຫຍາຍຜົນນຳໄປສູ່ການກັກຕົວ ທ້າວ ໂອໄດ ອາຍຸ 36 ປີ ຢູ່ບ້ານອຸດົມຜົນ ແລະໄດ້ຊັດທອດຫາ ທ້າວ ຄອນ ອາຍຸ 22 ປີ. ດັ່ງນັ້ນ ທາງ ປກສ ກຸ່ມ ຈື່ງໄດ້ລົງສົມທົບກັບບ້ານກັກຕົວຜູ້ກ່ງວພ້ອມຂອງກາງ ຢາບ້າ ຈໍານວນ 38 ຖົງກັບ 140 ເມັດ.

ການແກ້ໄຂເປົ້າໝາຍຢາເສບຕິດຄັ້ງນີ້ຂອງ ປກສ ກຸ່ມທ່າງ່ອນ ສາມາດກັກຕົວ ໄດ້ 4 ຄົນ ຍີງ 1 ຄົນ ແລະ ຂອງກາງຢາບ້າທັງຫມົດ 7.750 ເມັດ, ເງິນ 800.000 ກີບ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...