spot_img
Homeຂ່າວຕ່າງປະເທດຈັບຊາຍຂົນຕົ້ນທຸລຽນຈະສົ່ງອອກຈາກໄທມາລາວ ມູນຄ່າ 1 ລ້ານບາດ

ຈັບຊາຍຂົນຕົ້ນທຸລຽນຈະສົ່ງອອກຈາກໄທມາລາວ ມູນຄ່າ 1 ລ້ານບາດ

Published on

ໃນວັນທີ 25 ພຶດສະພາ ຈາກການລາຍງານຂອງ ໄທເກີ່, ເຈົ້າໜ້າທີ່ດ່ານກວດພືດຊ່ອງເມັກ ບູລະນະການ ຮ່ວມກັນເຂັ້ມງວດກວດເລື່ອງການລັກລອບສົ່ງອອກແບບຜິດກົດໝາຍທຸກຊະນິດ.

ໂດຍສືບວ່າ ຈະມີການລັບລອບນຳຕົ້ນພັນທຸລຽນອອກນອກປະເທດ ໂດບບໍ່ໄດ້ຮັບອະນຸຍາດ ຕໍ່ມາມີລົດກະບະ ສີເງິນ ບັນທຸກລົດຕົ້ນທຸລຽນມາເຕັມຄັນ ໃຊ້ຜ້າກັນແສງສີດຳປົກຫຸ້ມ ເພື່ອຈະເດີນທາງຂ້າມດ່ານ ໄປຫາຝັ່ງລາວ ໂດຍມີທ້າວ ນະລົງສັກດີ ສີຊະນະ ອາຍຸ 21 ປີ ເປັນຄົນຂັບ ໂດຍເຈົ້າໜ້າທີ່ກວດພົບມີຕົ້ນທຸລຽນຈຳນວນ 6.500 ຕົ້ນ ເຊິ່ງມີຄວາມຜິດໃນການສົ່ງອອກຜືດສະຫງວນໂດຍບໍ່ໄດ້ຮັບອະນຸຍາດ ມີໂທດຖືກປັບໄໝ 4.000ບາດ ຫຼື ຈຳຄຸກ 1 ປີ ຫຼື ທັ້ງຈຳແລະປັບ.

ສ່ວນຄວາມຜິດທາງສູນລະກາກອນແຫ່ປະເທດໄທ ແຈ້ງຂໍ້ຫາການລັກລອບສົ່ງອອກເຄື່ອງຕ້ອງຈຳກັດ ໝາຍເຖິງສິນຄ້າທີ່ມີກົດໝາຍກຳນົດ ຕ້ອງໄດ້ຮັບອະນຸຍາດກ່ອນສົ່ງອອກ.

ຈາກການສອບສວນເບື້ອງຕົ້ນພົບວ່າ ໄດ້ຖືກຮັບຈ້າງໃຫ້ຂົນທຸລຽນເພື່ອຈະສົ່ງໄປລາວທີ່ເມືອງປາກເຊ ແຂວງຈຳປາສັກ ຊື້-ຂາຍກັນໃນລາຄາຕົ້ນລະ 150-200 ບາດ ຕົນເອງເວົ້າວ່າບໍ່ຮູ້ວ່າພັນຕົ້ນທຸລຽນເປັນສິ່ງຜິດກົດໝາຍ ຮູ້ພຽງແຕ່ວ່າຈະມີຄົນຂອງນາຍທຶນ ມາຕິດຕໍ່ຢູ່ດ່ານຮຽບຮ້ອບແລ້ວ ແຕ່ຕ້ອງໄດ້ມາຖືກຈັບຄືດັ່ງກ່າວ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...