spot_img
Homeຂ່າວຕ່າງປະເທດຣັດເຊຍຢຸດສົ່ງແກສ໌ໃຫ້ສອງປະເທດຫຼັງຈາກທີ່ບໍ່ຊື້ແກສ໌ດ້ວຍເງິນຣູເບີນ

ຣັດເຊຍຢຸດສົ່ງແກສ໌ໃຫ້ສອງປະເທດຫຼັງຈາກທີ່ບໍ່ຊື້ແກສ໌ດ້ວຍເງິນຣູເບີນ

Published on

ສໍານັກງານ ຣອຍເຕີ ລາຍງານວ່າ ບໍ​ລິ​ສັດ​​ແກ​​ສ໌ຂອງ​ຣັດ​ເຊຍ​ແຈ້ງ​ໃຫ້​ໂປ​ແລນ ​ແລະ ​ບັນ​ແກ​ເຣຍ ຮັບຮູ້​ວ່າ​ ຈະ​ຢຸດ​ການ​ສະໜອງ​ແກສ໌ທຳ​ມະ​ຊາດ​ໃຫ້​ທັງ​ສອງ​ປະ​ເທດ ເນື່ອງຈາກບໍ່ຍອມຈ່າຍຄ່າແກສ໌ດ້ວຍເງິນຣູເບີນ.

ຣັດ​ເຊຍ​ແຈ້ງ​ໃຫ້​ໂປ​ແລນ ​ແລະ ​ບັນ​ແກ​ເຣຍ​ ຮັບຮູ້ວ່າ ນັບຕັ້ງແຕ່ວັນທີ 27 ເດືອນ​ເມສາ​ ເປັນຕົ້ນໄປ ຣັດ​ເຊຍ​ຈະ​ຢຸດ​ການ​ສະໜອງ​​ແກສ໌ທຳ​ມະ​ຊາດ​ໃຫ້​ທັງ​ສອງ​ປະ​ເທດ ເຊິ່ງຈະມີຜົນຕັ້ງແຕ່ເວລາ 8:00 ໂມງເຊົ້າ ເປັນຕົ້ນໄປ.

ບໍລິສັດແກສ໌ທໍາມະຊາດຂອງລັດຖະບານໂປແລນ ເຊິ່ງ​ເປັນ​ຜູ້​ນໍາ​ເຂົ້າ​ແກສ໌ທຳ​ມະ​ຊາດ​ໃຫ້ກັບ​ປະ​ເທດ​ໂປ​ແລນ ກ່າວ​ວ່າ ທ່ານ​ໄດ້​ຮັບ​ແຈ້ງ​​ວ່າ ການສົ່ງມອບແກສ໌ທັງໝົດຈະຖືກໂຈະ, ສ່ວນກະຊວງພະລັງງານບັນແກເຣຍກໍ່ ຢືນຢັນວ່າ ໄດ້ຮັບແຈ້ງວ່າການສົ່ງມອບແກສ໌ຈະຖືກໂຈະຕັ້ງແຕ່ມື້ນີ້ເປັນຕົ້ນໄປເຊັ່ນດຽວກັນ.

​ເຫດການ​ດັ່ງກ່າວ​ມີ​ຂຶ້ນ​ພາຍຫຼັງ​ທີ່ຣັດ​ເຊຍ​ໄດ້​ດຳ​ເນີນ​ນະ​ໂຍບາຍ​ຕອບ​ໂຕ້​ການ​ຂ້ວາມບາດຂອງ​ຝ່າຍ​ຕາ​ເວັນ​ຕົກ ໂດຍ​ການ​ດັດ​ປັບ​ແຜນ​ການ​ຂາຍ​ແກ​ສ໌​ໃຫ້​ປະ​ເທດ​ “ທີ່ບໍ່ເປັນມິດ” ຕ້ອງຈ່າຍຄ່າແກສ໌ເປັນເງິນຣູເບີນ ເຊິ່ງໂປແລນ  ແລະ ບັນແກເຣຍໄດ້ປະຕິເສດທີ່ຈະປະຕິບັດຕາມ. ດັ່ງນັ້ນ ຈຶ່ງເຮັດໃຫ້ບໍລິສັດແກສ໌ພຣອມ (Gazprom) ບໍລິສັດດ້ານພະລັງງານຂອງລັດຖະບານຣັດເຊຍ ​ເຊິ່ງ​ເປັນ​ຜູ້​ສົ່ງ​ອອກ​ແກສ໌ທຳ​ມະ​ຊາດ​ຂອງຣັດ​ເຊຍ ອອກ​ມາ​ປະກາດ​ຢຸດຕິ​ການ​ສົ່ງ​​ແກ​ສ໌​ໄປ​ຍັງ​ສອງ​ປະ​ເທດດັ່ງກ່າວ ເຊິ່ງຫຼາຍຝ່າຍເບິ່ງວ່າ “ນີ້ແມ່ນການຂ້າໄກ່ໃຫ້ລິງເບິ່ງເພື່ອຂົ່ມຂູ່ຝ່າຍຕາເວັນຕົກ.”

ບໍລິສັດ​ແກສ໌ພຣອມກ່າວ​ວ່າ “ໄດ້ໂຈະການສະຫນອງແກັສໃຫ້ກັບ ບັນແກເຣຍ ແລະ ໂປແລນ ຢ່າງສົມບູນແລ້ວ ເນື່ອງຈາກບໍ່ມີການຊໍາລະເປັນເງິນຣູເບີນ. ການຈ່າຍເງິນສໍາລັບຄ່າແກສ໌ທີ່ຈ່າຍໃຫ້ຕັ້ງແຕ່ ວັນທີ 1 ເດືອນເມສາ ຈະຕ້ອງຈ່າຍເປັນເງິນຣູເບີນ ໂດຍໃຊ້ລາຍລະອຽດການຈ່າຍເງິນໃຫມ່ ​ເຊິ່ງຄູ່ສັນຍາກໍ່ໄດ້ຮັບຮູ້ໃນເວລາທີ່ເໝາະສົມໄປແລ້ວ.”

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...