Homeຂ່າວຕ່າງປະເທດລາວເປັນອັນດັບສຸດທ້າຍໃນດັດຊະນີການຟື້ນຕົວຈາກໂຄວິດ-19

ລາວເປັນອັນດັບສຸດທ້າຍໃນດັດຊະນີການຟື້ນຕົວຈາກໂຄວິດ-19

Published on

ປະເທດລາວຖືກຈັດຢູ່ໃນອັນດັບສຸດທ້າຍໃນການປະເມີນກ່ຽວກັບການຟື້ນຕົວຂອງໂຄວິດ-19 ໃນທົ່ວໂລກ.

ດັດຊະນີການຟື້ນຕົວຈາກໂຄວິດ-19 (Nikkei COVID-19 Recovery Index) ຈັດລຽງລຳດັບການເປີດໂຕວັກຊີນ ແລະ ປະສິດທິພາບການໃນການຈັດການໂຄວິດ-19 ຫຼາຍກວ່າ 120 ປະເທດ.

ອີງຕາມສໍານັກຂ່າວນິກເຄອິ, ຫຍິ່ງຄະແນນຂອງປະເທດ ຫຼື ພາກພື້ນສູງຂຶ້ນເທົ່າໃດ ກໍ່ຫຍິ່ງຟື້ນຕົວຈາກຜົນກະທົບຂອງພະຍາດລະບາດໄດ້ໄວຂຶ້ນ ດ້ວຍອັດຕາການສັກຢາປ້ອງກັນທີ່ດີຂຶ້ນ ແລະ ມາດຕະການໂຄວິດ-19 ທີ່ເຂັ້ມງວດຫນ້ອຍລົງ.

ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ ຢືນ​ອັນ​ດັບ​ໜຶ່ງ​ໃນ​ດັດ​ຊະ​ນີ ໂດຍປະ​ເທດ​ເພື່ອນບ້ານ ກຳ​ປູ​ເຈຍ ຢືນ​ອັນ​ດັບ​ສອງ ແລະ ອັນ​ດັບ​ທີສາມຕົກ​ເປັນ​ຂອງ ຣວັນດາ.

​ໃນ​ບັນດາກຸ່ມ​ປະ​ເທດ​ອາ​ຊຽນ, ກຳປູ​ເຈຍ​ໄດ້​ນຳ​ໜ້າ​ເປັນ​ອັນ​ດັບ​ທີ 2 ດ້ວຍອັດຕາ​ການ​ສັກ​ວັກຊີນ​ປ້ອງ​ກັນ​ທີ່​ດີ​ເລີດ ​ແລະ ມາດ​ຕະການ​ຜ່ອນ​ຄາຍໂຄວິດ.

ຟີ​ລິບ​ປິນ ຢູ່​ອັນ​ດັບ 79, ອິນ​ໂດ​ເນ​ເຊຍ 84, ຫວຽດນາມ 92, ສິງກະ​ໂປ 56 ແລະ ​ໄທ 113. ສ່ວນປະເທດລາວແມ່ນຢືນຢູ່ໂດດດ່ຽວໃນອັນດັບທີ 121.

ໃນປະເທດລາວ, ຂະນະທີ່ການໂຄສະນາສັກວັກຊີນໃນເບື້ອງຕົ້ນເປັນການເລີ່ມທີ່ດີ, ອັດຕາດັ່ງກ່າວໄດ້ຊ້າລົງ. ມີພຽງ 77% ຂອງປະຊາກອນທັງໝົດເທົ່ານັ້ນທີ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຢ່າງໜ້ອຍໜຶ່ງຄັ້ງ, ໃນນັ້ນ 62.7% ໄດ້ຮັບວັກຊີນທັງໝົດຄົບຕາມຂະໜາດທີ່ແນະນຳ.

ປະ​ເທດ​ລາວຫວັງ​ວ່າ​ຈະ​ບັນລຸ 80% ຂອງ​ປະຊາກອນ​ທັງ​ໝົດ​ໃນ​ທ້າຍ​ປີ 2022.

ຂະນະດຽວກັນ, ການປະກົດຕົວຂອງສາຍພັນໂອມິຄຣອນ ເຫັນວ່າມີກໍລະນີເພີ່ມຂຶ້ນໃນລາວ ເຊິ່ງເຈົ້າຫນ້າທີ່ໄດ້ຕອບໂຕ້ໂດຍການສ້າງມາດຕະການທີ່ເຂັ້ມງວດ.

​ໃນ​ຂະນະ​ດຽວ​ກັນ ການ​ຟື້ນ​ຟູ​ເສດຖະກິດ​ຍັງ​ເປັນເລື່ອງທີ່ຫຍຸ້ງຍາກ​ສໍາລັບປະ​ເທດ​ລາວ ​ດ້ວຍ​ອັດຕາ​ເງິນ​ເຟີ້​ທີ່​ເພີ່ມ​ຂຶ້ນ, ​ເງິນຕາ​ອ່ອນ​ຄ່າ ແລະ ຄ່າ​ຄອງ​ຊີບ​ສູງ.

ແຫຼ່ງຂໍ້ມູນຈາກ: The Laotian Times

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...