Homeຂ່າວຕ່າງປະເທດມືປືນຍິງສັງຫານຮອງຜູ້ວ່າການທະນາຄານກາງມຽນມາ

ມືປືນຍິງສັງຫານຮອງຜູ້ວ່າການທະນາຄານກາງມຽນມາ

Published on

ຮອງ​ຜູ້​ວ່າການ​ທະນາຄານ​ກາງ​ມຽນມາ​ໄດ້​ຖືກ​ຍິງ​ທີ່​ເຮືອນ​ພັກຂອງລາວ​ໃນ​ວັນ​ພະຫັດ​ທີ່ຜ່ານມາ​ນີ້, ​ບໍ່​ເຖິງ​ໜຶ່ງ​ອາທິດ​ຫລັງ​ຈາກ​ທີ່ໄດ້​ອອກ​ລະບຽບ​ການ​ໃໝ່​ທີ່​ເຄັ່ງ​ຄັດ ເຊິ່ງອອກຄໍາສັ່ງ​ໃຫ້​ແລກປ່ຽນເງິນ​ຕ່າງປະ​ເທດ​ທີ່​ຖື​ຢູ່​ໃນ​ບັນຊີ​ທະນາຄານ​ໃນ​ປະ​ເທດ​ທີ່​ປົກຄອງ​ໂດຍ​ທະຫານ​ຕ້ອງ​ແລກປ່ຽນ​ເປັນ​ເງິນຕາ​ທ້ອງ​ຖິ່ນ.

ມີ​ລາຍງານທີ່​ຂັດ​ແຍ່ງ​ກັນ​ວ່າ ທ່ານ ນາງ ທານ ທານ ສະວີ (Than Than Swe) ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຂຶ້ນ​ຕໍາ​ແໜ່ງ​ຫລັງ​ຈາກ​ກອງ​ທັບ​ໄດ້​ຍຶດ​ເອົາ​ອຳ​ນາດໄດ້​​ລອດ​ຊີ​ວິດ​ຈາກ​ການ​ໂຈມ​ຕີ.

​ເຊື່ອ​ກັນ​ລາວວ່າ​ເປັນ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທີ່​ສຸດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ບໍລິຫານ​ວຽກຂອງກອງທັບ​ທີ່ຈະ​ຖືກ​ຍິງ​ຕັ້ງ​ແຕ່​ເດືອນ​ກຸມພາ​ປີ​ກາຍ​ນີ້ ​ເມື່ອ​ກອງທັບ​ໄດ້​ຂັບ​ໄລ່​ລັດຖະບານ​ທີ່​ຖືກ​ເລືອກ​ຕັ້ງ​ຂອງ ​ທ່ານ ​ນາງ ອອງ ຊານ ຊູ ຈິ (Aung San Suu Kyi). ການ​ປະຕິບັດ​ດັ່ງກ່າວ​ໄດ້​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ໂດຍ​ສັນຕິ​ຢ່າງ​ກວ້າງ​ຂວາງ​ທີ່​ຖືກ​ປາບ​ປາມ​ດ້ວຍ​ກຳລັງ​ສັງຫານ ​ເຮັດ​ໃຫ້​ເກີດ​ການ​ຕໍ່ຕ້ານ​ດ້ວຍ​ກຳລັງ​ອາວຸດ​ທີ່​ຜູ້ຊ່ຽວຊານ​ຂອງ​ສະຫະ​ປະຊາ​ຊາດ​ບາງ​ຄົນ​ຖື​ວ່າ​ເປັນ​ສົງຄາມ​ກາງ​ເມືອງ.

ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ນາງ ທານ ທານ ສະວີ ຖືກຊາຍ 2 ຄົນ ຍິງຕອນທີ່ລາວເປີດປະຕູຫ້ອງພັກຂອງລາວ ຢູ່ທີ່ເມືອງບາຮັນ ນະຄອນຫຼວງຢ່າງກຸ້ງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດ. ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ທານ ທານ ສະວີ ໄດ້ຖືກນຳສົ່ງໄປໂຮງໝໍທະຫານ ເຊິ່ງໄດ້ຖືກຢືນຢັນວ່າເສຍຊີວິດແລ້ວ, ແຕ່ລາຍງານຂອງ Radio Free Asia ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດ ໄດ້ອ້າງເຖິງໂຄສົກຂອງກອງທັບວ່າ ທານ ທານ ສະວີ ກຳລັງໄດ້ຮັບການປິ່ນປົວບາດແຜຂອງລາວ.

ອ້າງອີງຈາກ: AP NEWS

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....