spot_img
Homeຂ່າວຕ່າງປະເທດຈີນ​ກຳ​ລັງ​ຊື້​ພະ​ລັງ​ງານ​ຂອງຣັດ​ເຊຍ​ດ້ວຍ​ສະ​ກຸນ​ເງິນ​ຂອງ​ຕົນ

ຈີນ​ກຳ​ລັງ​ຊື້​ພະ​ລັງ​ງານ​ຂອງຣັດ​ເຊຍ​ດ້ວຍ​ສະ​ກຸນ​ເງິນ​ຂອງ​ຕົນ

Published on

ຈີນ​ກຳລັງ​ຊື້​ນ້ຳມັນ​ ແລະ ​ຖ່ານ​ຫີນ​ຂອງຣັດ​ເຊຍ​ດ້ວຍ​ສະກຸນ​ເງິນ​ທ້ອງ​ຖິ່ນ​ຂອງ​ຕົນ ​ເນື່ອງຈາກການຂວ້າມບາດຂອງ​ຝ່າຍ​ຕາ​ເວັນ​ຕົກ​​ຕໍ່​ຂໍ້​ຕົກລົງທາງ​ການ​ຄ້າ​ຂອງ​ມົສກູ​ທີ່​ບໍ່​ອີງ​ໃສ່​ເງິນ​ໂດ​ລາ​ສະຫະລັດ.

ໃນເດືອນມີນາທີ່ຜ່ານມາ, ບໍລິສັດຈີນຫຼາຍແຫ່ງໄດ້ໃຊ້ເງິນຢວນເພື່ອຊື້ຖ່ານຫີນຂອງຣັດເຊຍ ເຊິ່ງຈະເລີ່ມມາຮອດໃນເດືອນນີ້ ແລະ ຖືເປັນການຂົນສົ່ງສິນຄ້າຄັ້ງທໍາອິດທີ່ຊື້ໃນສະກຸນເງິນຂອງຈີນນັບຕັ້ງແຕ່ສົງຄາມໃນຢູເຄຣນໄດ້ເລີ່ມຕົ້ນ.

ໃນ​ຂະ​ນະ​ດຽວ​ກັນ, ການ​ຂົນ​ສົ່ງ​ນໍ້າ​ມັນ​ຊຸດ​ທໍາ​ອິດ​ຂອງ​ຣັດ​ເຊຍ​ທີ່​ຊື້​ດ້ວຍ​ເງິນ​ຢວນ​ຈະ​ມາຮອດ​ໂຮງ​ກັ່ນ​ອິດສະຫຼະ​ຂອງ​ຈີນ​​ໃນ​ເດືອນ​ພຶດ​ສະ​ພາ​.

ຂໍ້ຕົກລົງດັ່ງກ່າວປົກກະຕິແມ່ນກໍານົດລາຄາເປັນໂດລາ. ແຕ່​ບັນດາ​ມາດ​ຕະການ​ຂວ້າມບາດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ໄດ້​ວາງ​ອອກ​ຕໍ່ຣັດ​ເຊຍພາຍຫຼັງ​ການໂຈມຕີຢູເຄຣນ ໄດ້​ຕັດ​ມົສກູອອກ​ຈາກ​ລະບົບ​ການ​ເງິນ​ຂອງ​ໂລກ ​ແລະ ​ໃນ​ຂະນະ​ທີ່​ພະລັງງານ​ຂອງຣັດ​ເຊຍ​ບໍ່​ໄດ້​ຖືກຕົກເປັນ​ເປົ້າ​ໝາຍ​ໃນ​ການຂວ້າມບາດ​ເບື້ອງ​ຕົ້ນ, ອາ​ເມ​ລຣິກາ ​ແລະ ​ເອີ​ລົບ​ກໍ່​​ໂຈມ​ຕີ​ຂະ​ແໜງ​ການ​ດັ່ງກ່າວ​ຢ່າງ​ດຸ​ເດືອດ ​ເນື່ອງ​ຈາກ​ມີຫຼັກຖານການກໍ່ອາດຊະຍາ​ກຳ​ສົງຄາມ​ໃນຢູ​ເຄຣນທີ່ເພີ່ມ​ຂຶ້ນຢ່າງຕໍ່ເນື່ອງ. ເນື່ອງຈາກສະຫະລັດໃຊ້ອໍານາດຂອງເງິນໂດລາເພື່ອລົງໂທດຣັດເຊຍທາງດ້ານເສດຖະກິດ, ບາງປະເທດຈຶ່ງກໍາລັງຊອກຫາການຈັດການເງິນຕາອື່ນໆ.

ຕົວຢ່າງ, ລັດຖະບານອິນເດຍ ແລະ ຣັດເຊຍໄດ້ເຈລະຈາເພື່ອຟື້ນຟູບັນຊີແຍກປະເພດບັນຊີເງິນຣູປີ-ຣູເບີນເປັນຄັ້ງທໍາອິດນັບຕັ້ງແຕ່ສົງຄາມເຢັນ. ຊາ​ອຸ​ດິ ອາ​ຣາ​ເບຍ ແລະ ​ຈີນ​ໄດ້​ປຶກ​ສາ​ຫາ​ລື​ກັນກ່ຽວ​ກັບ​ຂໍ້​ຕົກ​ລົງ​ນໍ້າ​ມັນທີ່ໃຊ້​ເງິນ​ຢວນ​ເຊັ່ນ​ດຽວ​ກັນ.

ບັນດາ​ຜູ້​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ ຈີນ​ຈະ​ພະຍາຍາມ​ແກ້​ໄຂ​ສະຖານະ​ການ​​ໃຫ້ຫ່າງ​ໄກ​ຈາກ​ເງິນ​ໂດ​ລາ​ໂດຍ​ການ​ຊຸກຍູ້​ເງິນ​ຢວນ​ໃຫ້​ກ້າວ​ຂຶ້ນ​ສູ່​ເວທີ​ໂລກຢ່າງຈິງຈັງຂຶ້ນ.

ທ່ານ ອາເລັກຊານດາ ໂທມິກ ນັກເສດຖະສາດ ກ່າວກ່ອນໜ້ານີ້ວ່າ “ຄວາມຕ້ອງການເງິນຂອງປະເທດອື່ນໆສໍາລັບເງິນໂດລາເຮັດໃຫ້ພວກເຂົາຕ້ອງເຂົ້າໄປໃນຂະແໜງການເງິນຂອງສະຫະລັດ ແລະ ຈຶ່ງເປັນຜົນເຮັດໃຫ້ອໍານາດທາງດ້ານການເມືອງຂອງສະຫະລັດເພີ່ມຂຶ້ນ.”

ທ່ານກ່າວຕື່ມວ່າ, ປະສິດທິຜົນຂອງຂວ້າມບາດຂອງຕາເວັນຕົກຕໍ່ກັບຣັດເຊຍໄດ້ເຮັດເພື່ອເປັນການປຸກລະດົມສໍາລັບບັນດາປະເທດຕ່າງໆທີ່ຕ້ອງການຫຼຸດຜ່ອນການເອື່ອຍອີງໃສ່ເງິນໂດລາ.

ປະຈຸ​ບັນ, ການ​ຄອບ​ຄອງ​ຂອງ​ເງິນ​ໂດ​ລາ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ໝັ້ນ​ຄົງ ​ເນື່ອງ​ຈາກ​ໄດ້​ກວມ​ເກືອບ 90% ຂອງ​ທຸລະ​ກຳ​ການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ໃນ​ປີ 2019, ​ເມື່ອ​ທຽບ​ໃສ່​ເງິນຢວນມີພຽງ​ແຕ່ 4% ຕໍ່​ທະນາຄານ​ເພື່ອຊໍາລະໜີ້ສາກົນ.

ແຫຼ່ງຂໍ້ມູນຈາກ: MARKETS INSIDER

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...