spot_img
Homeນານາສາລະອົງການສະຫະ​ປະຊາ​ຊາດ​ເຕືອນ​​ໂລກ 'ກ້າວ​ເດີນ​ໄປ​ສູ່​ໂລກ​ທີ່​ບໍ່​ເອື້ອອໍານວຍໄດ້ຢ່າງໝັ້ນຄົງ'

ອົງການສະຫະ​ປະຊາ​ຊາດ​ເຕືອນ​​ໂລກ ‘ກ້າວ​ເດີນ​ໄປ​ສູ່​ໂລກ​ທີ່​ບໍ່​ເອື້ອອໍານວຍໄດ້ຢ່າງໝັ້ນຄົງ’

Published on

ອຸນ​ຫະ​ພູມໂລກ​ຈະ​ເຂົ້າສູ່​ຈຸດ​ອັນ​ຕະ​ລາຍສູງສຸດ​ ເວັ້ນ​​ແຕ່​ວ່າ​ການ​ປ່ອຍ​ກາສ​ເຮືອນ​ແກ້ວ​ຈະ​ຫຼຸດ​ລົງ​ໄວ​ກວ່າ​​ປະ​ເທດ​ຕ່າງໆ​ໄດ້​ສ້າງຂື້ນ, ນັກ​ວິ​ທະ​ຍາ​ສາດ​ດ້ານດິນ​ຟ້າ​ອາ​ກາດຊັ້ນນໍາຂອງ​ໂລກ​ເຕືອນເຖິງຜົນທີ່ຕາມມາຈາກການບໍ່ປະຕິບັດຫຍັງເລີຍ ແຕ່ຍັງສັງເກດເຫັນສັນຍານຄວາມຄືບໜ້າດ້ວຍຄວາມຫວັງ.

ທ່ານ ແອນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດກ່າວວ່າ ບົດລາຍງານຂອງຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງດິນຟ້າອາກາດໄດ້ເປີດເຜີຍວ່າ “ສັນຍານສະພາບອາກາດທີ່ແຕກຫັກ” ໂດຍລັດຖະບານ ແລະ ບໍລິສັດຕ່າງໆ, ໂດຍກ່າວຫາພວກເຂົາວ່າເຮັດໃຫ້ໂລກຮ້ອນຂື້ນໂດຍຍຶດຕິດກັບນໍ້າມັນເຊື້ອໄຟທີ່ເປັນອັນຕະລາຍ.

ລັດ​ຖະ​ບານ​ໄດ້​ຕົກ​ລົງ​ໃນ​ສັນ​ຍາ​ປາ​ຣີ ປີ 2015 ທີ່​ຈະ​ຮັກ​ສາ​ໂລກ​ຮ້ອນ​ໃຫ້​ຕ່ຳ​ກວ່າ 2 ອົງ​ສາ​ເຊ​ລ​ຊຽ​ສ (3.6 ຟາ​ເຣນ​ຮາຍ) ໃນ​ສັດ​ຕະ​ວັດ​ນີ້ໂດຍ​​ບໍ່​ໃຫ້​ເກີນ 1.5 ອົງ​ສາ​ເຊ​ລ​ຊຽສ (2.7 ຟາ​ເຣນ​ຮາຍ) ແຕ່​ອຸນ​ຫະ​ພູມ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 1.1C (2F) ນັບ​ຕັ້ງ​ແຕ່ສະໄໝ​ກ່ອນ​ຍຸກ​ອຸດສາຫະກຳ, ສົ່ງ​ຜົນ​ໃຫ້​ເກີດ​ໄພ​ພິບັດ​ເພີ່ມຂື້ນ​ເຊັ່ນ: ນ້ຳ​ຖ້ວມ​ກະທັນຫັນ, ​ຄວາມ​ຮ້ອນ​ແຮງ, ພະຍຸ​ເຮີຣິ​ເຄນ​ທີ່​ຮ້າຍ​ແຮງ​ຂຶ້ນ ​ແລະ ​ໄຟ​ໄໝ້​ປ່າ​ທີ່​ມີ​ເວລາ​ດົນ​ນານຂື້ນ, ​ເຮັດ​ໃຫ້​ຊີວິດ​ມະນຸດ​ຕົກ​ຢູ່​ໃນ​ອັນຕະລາຍ ​ແລະ ​ເຮັດ​ໃຫ້​ລັດຖະບານ​ຕ້ອງເສຍ​ຄ່າໃຊ້ຈ່າຍ​ຫຼາຍ​ຕື້ໂດລາເພື່ອປະເຊີນຫນ້າ.

ຄະນະ​ກຳມະການ​ກ່າວ​ວ່າ “ຄາດ​ວ່າ​ການ​ປ່ອຍ​ອາຍ​ພິດ​ທົ່ວ​ໂລກ​ຈາກ (ຄໍາໝັ້ນສັນຍາ​ລະດັບ​ຊາດ) ທີ່​ຈຳກັດ​ພາວະໂລກຮ້ອນ​ໃຫ້​ຢູ່​ທີ່ 1.5 ອົງສາ ​ເກີນ​ກວ່າ​ທີ່​ຈະ​ບັນລຸ​ໄດ້ ​ແລະ ​ເຮັດ​ໃຫ້​ມັນ​ຍາກ​ກວ່າ​ໃນ​ປີ 2030 ​ເພື່ອ​ຈຳກັດ​ພາວະໂລກ​ຮ້ອນ​ໃຫ້​ຢູ່​ທີ່ 2 ອົງສາ.”
ໃນຂະນະ ທ່ານ ເຈມ ສະເກຍ ປະທານຮ່ວມຂອງບົດລາຍງານ Imperial College London ກ່າວຕໍ່ The Associated Press ວ່າ “ຖ້າພວກເຮົາຍັງຄົງສືບຕໍ່ປະຕິບັດຄືໃນປັດຈຸບັນນີ້, ພວກເຮົາຈະບໍ່ສາມາດຈໍາກັດຄວາມຮ້ອນຢູ່ທີ່ 2 ອົງສ ແລະ ບໍ່ເຖິງ 1.5 ອົງສາ. ”

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...