spot_img
Homeຂ່າວພາຍ​ໃນກະຊວງປ້ອງກັນຄວາມສະຫງົບອອກໜັງສືຊີ້ແຈງກ່ຽວກັບແຈ້ງການວັນທີ 25 ກຸມພາ 2022

ກະຊວງປ້ອງກັນຄວາມສະຫງົບອອກໜັງສືຊີ້ແຈງກ່ຽວກັບແຈ້ງການວັນທີ 25 ກຸມພາ 2022

Published on

ອີງຕາມການລາຍງານຂອງເພສຂ່າວ ຄວາມສະຫງົບກ່ຽວກັບໜັງສືຊີ້ແຈງ ສະບັບເລກທີ 0100/ຫວກ ນະຄອນຫຼວງວຽງຈັນ, ວັນທີ 1 ມີນາ 2022; ເຖິງ: ບັນດາກົມກອງອ້ອມຂ້າງ ກະຊວງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກອງບັນຊາການ ປກສ ແຂວງທົ່ວປະເທດ, ຕະຫຼອດຮອດທຸກ ພາກສ່ວນໃນສັງຄົມ.

ເລື່ອງ: ຂໍຊີ້ແຈງຄືນກ່ຽວກັບແຈ້ງການຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບສະບັບ ເລກທີ 0097/ຫວກ, ລົງວັນທີ 25 ກຸມພາ 2022. ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຕາງໜ້າໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຂໍ ຖືເປັນກຽດຊີ້ແຈງຄວາມເປັນຈິງມາຍັງ ບັນດາກົມກອງທັງສູນກາງ ແລະ ທ້ອງຖິ່ນ, ຕະຫຼອດຮອດທຸກພາກສ່ວນໃນສັງ ຄົມ ໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ຮັບຊາບທົ່ວເຖິງກັນວ່າ: ໃນໄລຍະຜ່ານມາ ກຳລັງປ້ອງກັນຄວາມສະຫງົບ ໄດ້ສຸມກຳລັງເຂົ້າໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດ ໃຫ້ກຳລັງປ້ອງກັນຈຳນວນບໍ່ໜ້ອຍ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ; ເພື່ອເປັນການນຳເອົາ ກຳລັງດັ່ງກ່າວກັບຄືນມາປະຕິບັດໜ້າທີ່ເປັນປົກກະຕິ ແລະ ໃນປັດຈຸບັນ ກໍຄືໃນຕໍ່ໜ້າ ກຳລັງປ້ອງກັນຄວາມສະຫງົບ ກໍພວມສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການການແກ້ໄຂບັນຫາຢາເສບຕິດ ( ປີ 2021-2023 ), ການກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 67 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ, ບຸນປີໃໝ່ລາວ ແລະ ວັນສຳຄັນຕ່າງໆຂອງພັກ, ຂອງຊາດທີ່ຈະມາເຖິງ.

ສະນັ້ນ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກແຈ້ງການສະບັບ ເລກທີ 0097/ຫວກ, ລົງວັນທີ 25 ກຸມພາ 2022 ກ່ຽວກັບການເພີ່ມທະວີວຽກງານປະຈຳການກຽມພ້ອມສູ້ຮົບ ແນໃສ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານປະຈຳການ ເພື່ອກຽມພ້ອມປະຕິບັດໜ້າທີ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ແກ້ໄຂເຫດການຕ່າງໆ ທີ່ອາດ ຈະເກີດຂຶ້ນ; ເຊິ່ງການອອກແຈ້ງການສະບັບດັ່ງກ່າວ ເຖິງບັນດາກົມກອງ, ເຫຼົ່າວິຊາສະເພາະນັ້ນ ມັນແມ່ນວຽກງານ, ແມ່ນລະບອບການຊີ້ນຳ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບຢ່າງເປັນປົກກະຕິ ໃນແຕ່ລະໄລຍະ ເພື່ອຍົກສູງສະຕິຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດວຽກງານປະຈຳການພາຍໃນກຳລັງປ້ອງກັນຄວາມສະຫງົບ. ສ່ວນກໍລະນີການນຳເອົາໜັງສືພິມທາງລັດຖະການສະບັບດັ່ງກ່າວ ລົງສື່ສັງຄົມອອນລາຍໂດຍບໍ່ໄດ້ຮັບອະນຸຍາດ, ເຮັດໃຫ້ສັງຄົມເກີດຄວາມສັບສົນ, ນໍາສະເໜີທັດສະນະຕ່າງໆທີ່ບໍ່ແທດເໝາະກັບຄວາມເປັນຈິງ ກະຊວງປ້ອງກັນຄວາມສະຫງົບ ຈະໄດ້ດຳເນີນການ ກວດກາ, ປະຕິບັດຕາມກົດໝາຍ, ລະບຽບການ ແລະ ຂໍ້ຫ້າມຂອງກຳລັງປ້ອງກັນຄວາມ ສະຫງົບ.

ດັ່ງນັ້ນ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບຢ່າງທົ່ວເຖິງ ແລະ ຂໍຄວາມຮ່ວມມືຈາກທຸກພາກສ່ວນໃນສັງຄົມ ໃຫ້ຍົກສູງສະຕິໃນການ ບໍລິໂພກຂ່າວສານ ຜ່ານສື່ສັງຄົມອອນລາຍ. ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ພົຕ ສົມວັນ ສາຍລ້ອງພາ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...