Homeຂ່າວພາຍ​ໃນທາງລົດໄຟລາວ-ຈີນ ໄດ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນ ແລະ ສິນຄ້າຫຼາຍກວ່າ 1 ແສນໂຕນ

ທາງລົດໄຟລາວ-ຈີນ ໄດ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນ ແລະ ສິນຄ້າຫຼາຍກວ່າ 1 ແສນໂຕນ

Published on

ອີງຕາມການລາຍງານຈາກ ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ (CRI) ໄດ້ລາຍງານວ່າ: ນັບຕັ້ງແຕ່ມາຮອດວັນທີ 30 ມັງກອນນີ້ ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງ ໄດ້ເປີດເຜີຍກ່ຽວກັບຄວາມຄືບໜ້າການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟລາວ-ຈີນໄດ້ມີຄວາມຄືບໜ້າຢ່າງວ່ອງໄວໂດຍໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນ ແລະ ສິນຄ້າຂ້າມຊາດຫຼາຍກວ່າ 1 ແສນໂຕນ.

ຮູບພາບຈາກ: CRI

ທ່ານຊູເຈຍເຟີງ ຫົວໜ້າພະແນກການຕະຫຼາດຂອງສະຖານີລົດໄຟຄຸນມິງຕາເວັນອອກຂອງ ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງກ່າວວ່າ: ປັດຈຸບັນປະເພດສິນຄ້າທີ່ຂົນສົ່ງດ້ວຍທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ສ່ວນການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນ ມີປະເພດຕ່າງໆເຊັ່ນ: ການຂົນສົ່ງອາຫານ ແລະ ເຄື່ອງໃຊ້ປະຈຳວັນຊະນິດຕ່າງໆ ບໍ່ວ່າຈະເປັນເຂົ້າສານ, ເບຍ ແລະອື່ນໆ ໄດ້ເພີ່ມຂຶ້ນເປັນກ້າວໆ.

ໃນປັດຈຸບັນທາງລົດໄຟລາວ-ຈີນຢູ່ໃນປະເທດລາວກໍໄດ້ເພີ່ມຂະບວນລົດໄຟໄປກັບ 1 ຫຼື 2 ຂະບວນຕໍ່ມື້ ໂດຍອີງຕາມສະພາບຄວາມຕ້ອງການດ້ານຂົນສົ່ງຜູ້ໂດຍສານ. ສ່ວນທາງລົດໄຟລາວ-ຈີນຕອນຢູ່ໃນປະເທດຈີນໄດ້ມີລົດໄຟໄປກັບສະເລ່ຍ 28,5 ຂະບວນຕໍ່ມື້, ເພີ່ມຂຶ້ນ 9 ຂະບວນເມື່ອທ່ຽບໃສ່ໄລຍະກ່ອນການຂົນສົ່ງຜູ້ໂດຍສານໄລຍະ ບຸນກຸດຈີນ, ສະເລ່ຍແລ້ວໄດ້ເພີ່ມບ່ອນນັ່ງແລະຕຽງນອນ 3 ໝື່ນ 9 ພັນບ່ອນຕໍ່ມື້, ເພີ່ມຂຶ້ນ 40%.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...