spot_img
Homeຂ່າວຕ່າງປະເທດຊີ້ນແຂ້ຖືເປັນທາງເລືອກໜຶ່ງຂອງການບໍລິໂພກ ເນື່ອງຈາກຊີ້ນໝູມີລາຄາສູງຂຶ້ນ

ຊີ້ນແຂ້ຖືເປັນທາງເລືອກໜຶ່ງຂອງການບໍລິໂພກ ເນື່ອງຈາກຊີ້ນໝູມີລາຄາສູງຂຶ້ນ

Published on

ຊີ້ນໝູມີລາຄາສູງຍັງເປັນບັນຫາໜຶ່ງທີ່ຕ້ອງໄດ້ຮັບການແກ້ໄຂໃນປະເທດໄທ ເຊິ່ງເປັນຜົນເນື່ອງມາຈາກການຫຼຸດປະລິມານການລ້ຽງໝູຂອງຜູ້ປະກອບການ ແລະ ບັນຫາການລະບາດຂອງເຊື້ອພະຍາດໃນໝູ ລວມໄປເຖິງຕົ້ນທຶນວັດຖຸດິບຕ່າງໆທີ່ມີລາຄາເພີ່ມສູງຂຶ້ນເຮັດໃຫ້ລາຄາຊິ້ນໝູມີການເໜັງຕີງທີ່ສູງຂຶ້ນ. ນອກຈາກນັ້ນລາຄາຂອງຊີ້ນໄກ່ ແລະ ລາລາໄຂ່ໃນປະເທດໄທກໍຍັງເພີ່ມສູງຂຶ້ນ ເຮັດໃຫ້ປະຊາຊໍົນສ່ວນໃຫຍ່ໄດ້ຮັບຄວາມເດືອດຮ້ອນ.

ລ່າສຸດມີປະຊາຊົນຈໍານວນໜຶ່ງເລີ່ມປ່ຽນແນວທາງມາບໍລິໂພກຊີ້ນແຂ້ທີ່ມີລາຄາຖືກກວ່າຊີ້ນໝູ ສົ່ງຜົນເຮັດໃຫ້ຟາມລ້ຽງແຂ້ຫຼາຍແຫ່ງເລີ່ມມີການຜະລິດຊີ້ນແຂ້ສົ່ງອອກຂາຍພາຍໃນປະເທດ ແທນການສົ່ງອອກຂາຍຕ່າງປະເທດ.

ພ້ອມດຽວກັນນີ້ຊີ້ນແຂ້ຍັງອຸດົມໄປດ້ວຍສານອາຫານທີ່ມີໂປຕີນສູງກວ່າເນື້ອສັດຊະນິດອື່ນໆ ແລະ ຍັງບໍ່ມີໄຂມັນທີ່ເປັນອັນຕະຫຼາຍຕໍ່ກັບສຸຂະພາບ ແລະ ຊີ້ນແຂ້ກໍເປັນໜຶ່ງໃນອາຫານທາງເລືອກໃນຊ່ວງທີ່ລາຄາຊີ້ນໝູ ແລະ ຊີ້ນໄກ່ມີລາຄາສູງ.

ແຫຼ່ງຂ່າວຈາກ: bangkokbiznews

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...