spot_img
Homeຂ່າວພາຍ​ໃນສາເຫດທີ່ເຮັດໃຫ້ລາຄາຊີ້ນໝູໃນນະຄອນຫຼວງວຽງຈັນ ມີລາຄາສູງຂຶ້ນ

ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູໃນນະຄອນຫຼວງວຽງຈັນ ມີລາຄາສູງຂຶ້ນ

Published on

ວັນທີ 20 ມັງກອນ 2022 ເພຈ Lao National Radio ໄດ້ລາຍງານກ່ຽວກັບ ບັນຫາລາຄາຊີ້ນໝູຕາມທ້ອງຕະຫລາດພາຍໃນນະຄອນຫລວງວຽງຈັນ ມີການເໜັງຕີງເພີ່ມຂຶ້ນໃນປັດຈຸບັນນີ້ ເຮັດໃຫ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ບໍລິໂພກທົ່ວໄປໃນສັງຄົມ.

ທ່ານ ຫລ້າສາຍ ນວນທາສິງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູເໜັງຕີງເພີ່ມຂຶ້ນ ຍ້ອນຄວາມຕ້ອງການບໍລິໂພກຊີ້ນໝູຢູ່ປະເທດໃກ້ຄຽງຍັງບໍພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ, ຕົ້ນທຶນໃນການຜະລິດຂອງຜູ້ຜະລິດເພີ່ມຂຶ້ນ ເຊັ່ນ: ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ, ບວກກັບອັດຕາເງິນເຟີ້, ສະພາບເສດຖະກິດມີການຟື້ນໂຕຫຼັງຈາກການຜ່ອນຜັນມາດຕະການປ້ອງກັນພະຍາດໂດວິດ-19, ມີການເປີດຮ້ານອາຫານ, ທ່ອງທ່ຽວ ແລະ ການຈັດງານຕ່າງໆ ກັບຄືນສູ່ປົກກະຕິ ແຕ່ສະ ພາບການປັບໂຕຂອງການຜະລິດບໍ່ທັນກັບຄວາມຕ້ອງການ. ນອກຈາກນີ້ ມີຫລາຍຟາມຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜະລິດບໍ່ເຕັມຄວາມສາມາດຜະລິດ, ມີບໍລິສັດຍ້າຍຖານການຜະລິດໄປຕ່າງແຂວງ ຍ້ອນຄວາມບໍ່ເອກະພາບໃນການຈັດຕັ້ງປະຕິ ບັດລະບຽບ ເຊັ່ນ: ການເກັບອາກອນ, ຄ່າບໍລິການວິຊາການ, ການຄວບຄຸມລາຄາຂາຍຫນ້າຟາມ-ຊີ້ນຢູ່ຕະຫຼາດ, ການຂະຫຍາຍຕົວເມືອງ-ທີ່ຢູ່ອາໃສທີ່ບັບເຂົ້າໃກ້ແຫຼ່ງການຜະລິດ.

ນອກຈາກນີ້ ຍ້ອນການລ້ຽງຫມູພໍ່-ແມ່ພັນ ຜະລິດລູກຫມູນ້ອຍ ສະຫນອງໃຫ້ຜູ້ລ້ຽງບໍ່ພຽງພໍກັບການລ້ຽງ ແລະ ການລ້ຽງຫມູຍັງບໍ່ທັນຈັກຕັ້ງເປັນກຸ່ມການຜະລິດຕັ້ງແຕ່ຂອດລ້ຽງຫາຂອດຈໍາຫນ່າຍ.


ທ່ານ ຫລ້າສາຍ ນວນທາສິງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາຊີ້ນໝູທີ່ມີລາຄາແພງ, ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ພວມສຸມໃສ່ຈັດຕັ້ງປະຕິບັດຫລາຍມາດຕະການ ເປັນຕົ້ນ: ສ້າງຕັ້ງກຸ່ມຜູ້ລ້ຽງ ແລະ ສະ ຫນອງຊີ້ນ ເພື່ອສະດວກໃນການຈັດການຈັດຮອບວຽນ, ແບ່ງສັດສ່ວນ ແລະ ເອກະພາບກັນໃນການຜະລິດ, ການສະຫນອງ ແລະ ລາຄາການຈໍາຫນ່າຍ; ເພີ່ມການລ້ຽງຫມູແມ່ພັນເພີ່ມຂຶ້ນ 3.000 ແມ່ ແລະ ຟື້ນຟູຟາມຫມູຊີ້ນທີ່ເຊົາລ້ຽງກັບມາລ້ຽງດິນ ໂດຍລັດຕ້ອງມີນະໂຍບາຍສະເພາະ, ລວມເຖີງ ຊຸກຍູ້ໂຮງງານຜະລິດອາຫານສັດໃຫ້ເພີ່ມກໍາລັງການຜະລິດເພີ່ມຂຶ້ນ ໂດຍຕິດພັນກັບການສົ່ງເສີມການຜະລິດວັດຖຸດິບອາຫານສັດ, ການແບ່ງພື້ນທີ່ການຕະຫຼາດໃຫ້ຄົນລາວ 2/3 ໃນນະຄອນຫຼວງວຽງຈັນ ແລະ ອື່ນໆ.


ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ປີ 2021 ຜ່ານມາ ຄວາມຕ້ອງການຊີ້ນຫມູຢູ່ນະຄອນຫລວງວຽງຈັນ ແມ່ນ 18.478 ໂຕນ ຫລື 284.276 ໂຕ, ສາມາດສະຫນອງໄດ້ 15.802 ໂຕນ ຫລື 243.107 ໂຕ. ສ່ວນປີ 2022 ຄາດວ່າຄວາມຕ້ອງການຊີ້ນຫມູ ປະມານ 19.088 ໂຕນ ຫລື 293.661 ໂຕ ແຕ່ຈະສາມາດສະຫນອງ ໄດ້ປະມານ 15.892 ໂຕນ ຫລື 244.492 ໂຕ.
ປັດຈຸບັນ ທົ່ວນະຄອນຫລວງວຽງຈັນ ມີຟາມລ້ຽງໝູ 188 ຟາມ ແຕ່ໄດ້ຢຸດເຊົາໄປ 33 ຟາມ ເຮັດໃຫ້ມີ 155 ຟາມທີ່ຍັງສືບຕໍ່ລ້ຽງ ມີໝູທັງໝົດ 126.084 ໂຕ.
Cr: ບຸນຕຽງ ຈັນທະວົງ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...