spot_img
Homeຊີວິດແລະຄວາມຮັກຮັກທີ່ບໍ່ມີຂໍ້ອ້າງ ຄືຫຍັງ?

ຮັກທີ່ບໍ່ມີຂໍ້ອ້າງ ຄືຫຍັງ?

Published on

1970870_465482540219048_1346492128_n

ຜູ້ຊ່ຽວຊານໄດ້ນິຍາມຄວາມໝາຍໄວ້ວ່າ ຄວາມຮັກໂດຍບໍ່ມີຂໍ້ອ້າງ ຄືຮັກທີ່ບໍ່ມີຂອບເຂດ ຄືການບໍ່ມີຄວາມສາມາດທີ່ຈະ ບໍ່ຮັກ ໃນໄລຍະສອງສາມອາທິດທຳອິດ ຂອງການໄດ້ເປັນພໍ່ແມ່ອັນເຕັມໄປດ້ວຍຄວາມ ປຶ້ມປິຕິທີ່ມາພ້ອມກັບຄວາມເມື່ອຍທີ່ສຸດ ເຮົາມັກຈະຄິດວ່າລູກເຮົາໝົດຈົດ ສົມບູນແບບແລະໜ້າຈະເປັນຜູ້ນຳເອົາ ຄວາມສະຫງົບສຸກມາສູ່ໂລກໃນທີ່ສຸດ ກວ່າລູກຈະເຖິງໄວຫັດນັ່ງກະໂຖນ ເຮົາກໍຮູ້ສຶກແລ້ວວ່າລູກບໍ່ແມ່ນທາງອອກ ສູ່ສັນຕິພາບຂອງໂລກ ເຜີໆ ລູກນີ້ແຫຼະຄືສາເຫດຂອງສົງຄາມ! ແຕ່ທັງໝົດທັງມວນນີ້ກໍບໍ່ອາດຈະເຮັດໃຫ້ ເຮົາເຊົາຮັກລູກໄດ້ ແມ່ນບໍ? ພໍ່ແມ່ສາມາດຮັກລູກໄດ້ໂດຍບໍ່ມີວັນຜັນແປ ເຖິງແມ່ນວ່າຈະຮູ້ເຖິງຂໍ້ບົກພ່ອງ ຫຼືຈຸດດ້ອຍຂອງລູກກໍຕາມ.

ຈະຮັກລູກໂດຍບໍ່ມີຂໍ້ອ້າງໄດ້ຈັ່ງໃດ?

  • ບອກລູກຊູ່ມື້ວ່າທ່ານຮັກລູກ ວິທີຊັດເຈນທີ່ສຸດທີ່ຈະສະແດງຄວາມຮັກ ໂດຍບໍ່ມີຂໍ້ອ້າງຄືການເລິ່ມຕົ້ນແລະຈົບ ແຕ່ລະວັນດ້ວຍການບອກສັ້ນໆ ງ່າຍໆ ແຕ່ເລິກເຊິ່ງວ່າ “ພໍ່/ແມ່ ຮັກລູກເດີ”.
  • ໝັ່ນກອດແລະຫອມລູກ ແມ່ນຢູ່ວ່າລູກຊາຍໄວສິບປີຂອງທ່ານຄົງ ບໍ່ຢາກໃຫ້ພໍ່ຫຼືແມ່ຫອມທັງນັ້ນ ໃນເວລາໄປສົ່ງຢູ່ໂຮງຮຽນ ແຕ່ລູກຈະຮູ້ສຶກດີທີ່ຖືກກອດ ຈູບກະໝ່ອມ ຫຼືຫອມແກ້ມກ່ອນນອນ ຫຼືກ່ອນອອກຈາກເຮືອນໄປຫຼິ້ນກິລາ.
  • ຈົ່ງຄິດສະເໝີວ່າ ວິທີທີ່ທ່ານເວົ້າສຳຄັນເທົ່າກັບສິ່ງທີ່ທ່ານເວົ້າ ການຂັດເກົາວິໄນຂອງລູກທັງວິທີທີ່ຖືກແລະຜິດ ການສັ່ງສອນລູກກໍມີທັງວິທີທີ່ຖືກແລະຜິດ ເຊັ່ນກັນຄື:

+ ລູກບໍ່ມີມື້ຈະເຮັດຫຍັງເປັນນຳເຂົາດອກ ຖ້າຍັງເຮັດໂຕເປັນແບບນີ້ ກັບ ລູກອາດຈະຍັງບໍ່ຮູ້ ແຕ່ສິ່ງທີ່ລູກເຮັດໃນມື້ນີ້ຈະສົ່ງຜົນເຖິງ ອະນາຄົດຂອງລູກເອງໃນມື້ໜ້າ ມັນເປັນໜ້າທີ່ຂອງພໍ່/ແມ່ທີ່ຈະແນະນຳ ແນວທາງທີ່ຖືກທີ່ຄວນໃຫ້ແກ່ລູກໃນຕອນນີ້ ມື້ຂ້າງໜ້າລູກຈະໄດ້ຮູ້ວ່າຕ້ອງເດິນທາງໃດ.

+ ເລື່ອງງ່າຍຄືກັບປອກກ້ວຍແບບນີ້ ລີງມັນຍັງເຮັດໄດ້ເລີຍ ກັບ ພໍຈັບທາງໄດ້ແລ້ວລູກຈະເຮັດໃຫ້ເອງ ແຕ່ຕ້ອງເຝິກໜ້ອຍໜຶ່ງເທົ່ານັ້ນ ບອກພໍ່/ແມ່ແມະວ່າບໍ່ເຂົ້າໃຈບ່ອນໃດ ເຮົາຈະໄດ້ເລິ່ມຈາກຈຸດນັ້ນນຳກັນ.

+ ຖ້ານ້ອງເຮັດໄດ້ ລູກກໍຕ້ອງເຮັດໄດ້ຕິ! ກັບ ເຮັດໃຫ້ດີທີ່ສຸດກໍພໍລູກ ບໍ່ມີໃຜເຮັດໄດ້ດີຍິ່ງກວ່ານັ້ນດອກ.

  • ຢ່າຕັ້ງຂໍ້ອ້າງກັບຄວາມຮັກທີ່ບໍ່ມີຂໍ້ອ້າງ ຟັງເບິ່ງແລ້ວພິສດານຫຼາຍ ແຕ່ເຊື່ອທ້ອນວ່າ ມັນເກີດຂຶ້ນຢູ່ຕະຫຼອດເວລາແທ້ໆ
  • ຕ້ອງໃຫ້ແນ່ໃຈວ່າລູກຮູ້ວ່າ ເປັນທີ່ຮັກສະເໝີໂດຍສະເພາະຢ່າງຍິ່ງ ໃນເວລາທີ່ລູກຖືກອົບຮົມສັ່ງສອນ ຄືການບໍ່ເປັນທີ່ຮັກລູກຈະເບິ່ງວ່າ “ໂຕເອງເຮັດແນວບໍ່ດີ ພໍ່ແມ່ເລີຍບໍ່ຮັກເຮົາແລ້ວ” ນີ້ເປັນເລື່ອງປົກກະຕິຂອງຂະບວນການເຕີບໂຕທາງວຸດທິພາວະ ບອກໃຫ້ລູກຮູ້ວ່າລູກຍັງເປັນທີ່ຮັກສະເໝີ ແລ້ວທ່ານຈະເປັນຜູ້ຫຼໍ່ຫຼອມໃຫ້ລູກ ເຕີບໂຕທາງວຸດທິພາວະໄດ້ຢ່າງງົດງາມ.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...