spot_img
Homeຂ່າວພາຍ​ໃນລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ພາຍໃນປະເທດ 11 ມັງກອນ 2022

ລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ພາຍໃນປະເທດ 11 ມັງກອນ 2022

Published on

ຕາມການລາຍງານຈາກຄະນະສະເພາະກິດ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ລາຍງານວ່າ ພັກ ແລະ ລັດຖະບານ ໄດ້ຕິດຕາມສະພາບການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ ຢ່າງໃກ້ຊິດ ໂດຍສະເພາະ ໃນໄລຍະ 2 ອາທິດ ຫຼັງສິ້ນສຸດປີໃໝ່ສາກົນນີ້ ເຊິ່ງໄດ້ກະກຽມຄວາມພ້ອມ ທັງສະຖານທີ່ບໍໍລິການສາທາລະນະສຸກ, ຢາປິ່ນປົວ, ອຸປະກອນການແພດທີ່ຈຳເປັນ ເພື່ອຮອງຮັບຈຳນວນຜູ້ຕິດເຊື້ອທີ່ອາດຈະເພິ່ມຂຶ້ນໃນຕໍ່ໜ້າ ໃຫ້ທັນກັບສະພາບການ, ນອກຈາກນັ້ນ ຍັງສຸມໃສ່ ການຈັດຫາ ແລະ ສະໜອງວັກຊີນ ໃຫ້ແກ່ປະຊາຊົນທຸກຖ້ວນໜ້າ ຮັບປະກັນ ໃຫ້ໄດ້ສັກທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນຕໍ່ເຊື້ອພະຍາດໂຄວິດ-19 ກໍ່ຄື ສາຍພັນໂອໄມຄຣອນ ທີ່ກຳລັງມີການລະບາດຫຼາຍກວ່າ 1 ຮ້ອຍປະເທດ ໃນທົ່ວໂລກ.

• ປັດຈຸບັນ ຫຼາຍທ່ານ ຊື້ຊຸດເຄື່ອງກວດແບບໄວ ມາກວດດ້ວຍຕົວເອງ, ການກວດດ້ວຍຊຸດເຄື່ອງກວດແບບໄວດ້ວຍຕົນເອງນັ້ນ ຊຸດເຄື່ອງກວດດັ່ງກ່າວ ຕ້ອງໄດ້ຖືກຮັບຮອງຈາກກະຊວງສາທາລະນະສຸກ. ການອ່ານຜົນກວດດ້ວຍຄວາມລະມັດລະວັງ ເພາະ ມີຫຼາຍທ່ານ ເຂົ້າໃຈຜິດວ່າ ຜົນກວດບໍ່ຂຶ້ນ​ 2 ຂີດ ຖືວ່າເປັນລົບ ແລະ ບໍ່ຕິດເຊື້ອ. ຂ້າພະເຈົ້າ ຂໍອະທິບາຍໃຫ້ບັນດາທ່ານຊາບວ່າ ຜົນກວດເປັນລົບ ບໍ່ໄດ້ໝາຍຄວາມວ່າ ບໍ່ຕິດເຊື້ອ ແຕ່ອາດເປັນຍ້ອນ ປະລິມານເຊື້ອຍັງໜ້ອຍ, ສະນັ້ນ ການກວດດ້ວຍຊຸດເຄື່ອງກວດແບບໄວ ແມ່ນຍັງບໍ່ພຽງພໍ ແຕ່ຖ້າຕິດເຊື້ອແທ້ ປະລິມານເຊື້ອຈະຫຼາຍຂຶ້ນ ພາຍຫຼັງ 2-3 ວັນ ສະນັ້ນ ຈຶ່ງຄວນກວດຫາເຊື້ອຄືນອີກເທື່ອໜຶ່ງ. ສຳລັບຄົນທີ່ມີອາການ ເຊັ່ນ: ໄຂ້, ໄອ, ນ້ຳມູກຍ້ອຍ ຖ້າກວດດ້ວຍຊຸດກວດແບບໄວ ແລ້ວຜົນກວດເປັນບວກ ແປວ່າ ທ່ານຕິດເຊື້ອ ແລະ ຄວນແຍກໂຕເອງອອກຈາກຄົນໃນຄອບຄົວ ແລະ ຄົນອ້ອມຂ້າງທັນທີ ເພື່ອປ້ອງກັນການແຜ່ເຊື້ອໄປສູ່ອ້ອມຂ້າງ.

• ປັດຈຸບັນ ຫຼາຍທ່ານ ກ່ັ່ນກອງ ແລະ ຕິດຕາມອາການດ້ວຍຕົນເອງ ການກັກໂຕ ຈຶ່ງຊ່ວຍຫຼຸດຜ່ອນການແຜ່ກະຈາຍຂອງເຊື້ອໃນຊຸມຊົນໄດ້. ຖ້າຜົນກວດເປັນບວກ ແລະ ບໍ່ມີອາການ ຫຼື ຖ້າມີ ກໍ່ມີອາການທີ່ເບົາບາງ ທ່ານສາມາດປິ່ນປົວຢູ່ເຮືອນໄດ້ ອາການຈະຄ່ອຍໆດີຂຶ້ນ ເພື່ອຫຼຸດຜ່ອນຄວາມແອອັດຂອງການໃຊ້ຕຽງຢູ່ໂຮງໝໍ ເພາະໂຮງໝໍມີຄວາມຈຳເປັນ ຕ້ອງໃຊ້ຕຽງສຳລັບຄົນເຈັບທີ່ມີອາການໜັກ ແລະ ຄົນເຈັບທີ່ເປັນພະຍາດອື່ນໆ ທີ່ລໍຖ້າເຂົ້າປິ່ນປົວ ເປັນຕົ້ນ ຄົນເຈັບຜ່າຕັດ, ຄົນເຈັບສຸກເສີນ, ຄົນເຈັບມະເຮັງ ແລະ ອື່ນໆ.

• ສິ່ງທີ່ສຳຄັນ ຄວນໝັ່ນສັງເກດອາການຂອງຕົນເອງ ແລະ ສະມາຊິກໃນຄອບຄົວ, ຫຼີກລ້ຽງການໄປສະຖານທີ່ທີ່ແອອັດ ພ້ອມດຽວກັນນີ້ ຜູ້ປະກອບການທຸລະກິດຕ້ອງ ເຄັ່ງຄັດໃນສະຖານທີ່ບໍລິການຢ່າງ ເຂັ້ມງວດ ຕາມມາດຕະການປ້ອງກັນໂຄວິດ-19 ເພື່ອສ້າງຄວາມໝັ້ນໃຈ ໃຫ້ແກ່ຜູ້ມາໃຊ້ບໍລິການ.

• ເພື່ອເຮັດໃຫ້ຕົວເລກການຕິດເຊື້ອຫຼຸດລົງ ໂດຍໄວ, ພວກເຮົາຈະຕ້ອງປະຕິບັດ ດັ່ງນີ້:
1. ພວກເຮົາໝົດທຸກຄົນ ຕ້ອງຮຽນຮູ້ຢູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19ໃຫ້ໄດ້ຢ່າງປອດໄພ
2. ເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ພ້ອມໃຈກັນ ຫັນໄປສູ່ວິຖີການດຳລົງ
ຊີວິດປົກກະຕິແບບໃໝ່ ເຊັ່ນ: ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມື, ຮັກສາມາລະຍາດໃນ
ການໄອ-ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ, ປາກ, ຮັກສາໄລຍະຫ່າງ, ອະນາໄມຂ້າເຊື້ອຈຸດທີ່
ສຳຜັດເລື້ອຍໆ
3. ສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ
4. ໝັ່ນສັງເກດ ແລະ ຕິດຕາມສຸຂະພາບຂອງຕົນ ແລະ ຄົນໃນຄອບຄົວ, ຖ້າຮູ້ສຶກບໍ່ສະບາຍ ໄປພົບແພດ
ເພື່ອກວດຫາເຊື້ອ ຫຼື ກວດແບບໄວ
5. ຫຼີກລ້ຽງການໄປສະຖານທີ່ແອອັດ ຫຼື ເຂົ້າຮ່ວມກິດຈະກຳ ທີ່ມີຄົນຈຳນວນຫຼາຍ, ຫຼີກລ້ຽງການສຳຜັດ
ໃກ້ຊິດ ຜູ້ທີ່ບໍ່ສະບາຍ
6. ຢູ່ບ່ອນທີ່ມີອາກາດຖ່າຍເທ, ມີການໝູນວຽນຂອງອາກາດ

ພວກເຮົາຍັງຈະຕ້ອງດຳລົງຊີວິດຢູ່ຮ່ວມກັບພະຍາດໂຄວິດ-19 ໄປອີກດົນພໍສົມຄວນ,​ ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຈະເຮັດໃຫ້ປະເທດຂອງພວກເຮົາສາມາດກ້າວຂ້າມຜ່ານວິກິດນີ້ໄປດ້ວຍກັນ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...