spot_img
Homeຂ່າວພາຍ​ໃນລາຍລະອຽດເພີ່ມເຕີມກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ໃນລາວ

ລາຍລະອຽດເພີ່ມເຕີມກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ໃນລາວ

Published on

ລາຍງານຈາກຄະນະສະເພາະກິດຖະແຫຼງຂ່າວພິເສດ ເວລາ 6 ໂມງແລງ ໃນວັນທີ 6 ມັງກອນ 2021 ເຊິ່ງລາຍງານໂດຍ ດຣ ຣັດຕະນະໄຊ ເພັດສຸວັນ ກ່ຽວກັບການພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ກໍລະນີທຳອິດ ສປປ ລາວ ເຊິ່ງມີລາຍລະອຽດດັ່ງນີ້:

ວັນອາທິດ ວັນທີ່ 2 ມັງກອນ 2022 ໄດ້ມີຖ້ຽວບີນ AK 7552 ຈາກ ປະເທດມາເລເຊຍ ເດີນທາງມາ ສປປ ລາວ, ໃນຖ້ຽວບີນດັ່ງກ່າວມີຜູ້ເດີນທາງມານຳກັນທັງໝົດ 42 ຄົນ ທຸກຄົນໄດ້ຖືກເກັບຕົວຢ່າງ ແລະ ກວດພົບຜູ້ຕິດເຊື້ອ COVID-19 2 ຄົນເຊີ່ງເປັນຄອບຄົວດຽວກັນ, ໃນນີ້ພົບສາຍພັນ Omicron 1 ຄົນ ເປັນເພດຍິງ.

ຄົນເຈັບຜູ້ຕິດເຊື້ອສາຍພັນ Omicron ມີປະຫວັດເດີນທາງຈາກປະເທດອິນເດຍ ໂດຍຜ່ານສີລັງກາ ແລ້ວມາຕໍ່ຍົນຢູ່ປະເທດມາເລເຊຍ, ເມືອມາຮອດ ສປປ ລາວ ຜູ້ໂດຍສານທັງໝົດພ້ອມດ້ວຍຈຸບີນໄດ້ເກັບຕົວຢ່າງກວດຫາເຊື້ອຕາມລະບຽບການກັ່ນກອງຜູ້ທີ່ເດີນທາງມາຈາກຕ່າງປະເທດພ້ອມທັງກວດຫາສາຍພັນ.

ຄົນເຈັບດັ່ງກ່າວໄດ້ສັກຢາວັກຊີນຄົບໂດສ , ປັດຈຸບັນບໍ່ມີອາການສະແດງ ແລະ ໄດ້ນຳສົ່ງຜູ້ກ່ຽວໄປປີ່ນປົວໃນສະຖານທີ່ກຳນົດໄວ້.

ຕໍ່ກັບການຄົ້ນພົບສາຍພັນ Omicron ຄະນະສະເພາະກິດກໍ່ຄືກະຊວງສາທາລະນະສຸກ ໄດ້ອອກມາດຕະການຮີບດ່ວນ ເພື່ອສະກັດກັ້ນບໍ່ໃຫ້ການລະບາດແຜ່ອອກສູ່ວົງກ້ວາງດັ່ງນີ້:

  • ໄດ້ແຈ້ງໃຫ້ບັນດາໂຮງແຮມທີ່ຜູ້ໂດຍສານທີ່ເດີນທາງມາຖ້ຽວດຽວກັນທີ່ກັກໂຕຢູ່ໃຫ້ເຂັ້ມງວດຕໍ່ກັກໂຕໃຫ້ຄົບ 14 ວັນ ພ້ອມທັງກວດຫາເຊື້ອໃນມື້ທີ່ 12
  • ໃຫ້ພະນັກງານໃນໂຮງແຮມທີ່ແຈກຢາຍອາຫານ ແລະ ໃຫ້ບໍລິການຕໍ່ຜູ້ຈຳກັດບໍລິເວນແມ່ນໃຫ້ເຂັ້ມງວດປ້ອງກັນຕົນເອງເຊັ່ນໃສ່ ຊຸດປ້ອງກັນ, ຜ້າປິດປາກ-ດັງ, ໃສ່ ໜ້າກາກແຜ່ນໃສ (Faceshield), ໃສ່ຖົງມື ແລະ ໝັ່ນລ້າງມື.
  • ສຳລັບຈຸບີນ ແລະ ເຈົ້າໜ້າທີ່ທີ່ສຳຜັດກັບຜູ້ໂດຍສານໃນຖ້ຽວບີນດັ່ງກ່າວເຊັ່ນ: ຕມ, ພະນັກງານຂັບລົດສົ່ງຜູ້ໂດຍສານໄປໂຮງແຮມຈຳກັດບໍລິເວນ, ພະນັກງານຕ້ອນຮັບໂຮງແຮມແມ່ນໃຫ້ແຍກປ່ຽວທັນທີ ແລະ ໃຫ້ຈຳກັດບໍລິເວນໃຫ້ຄົບ 14 ວັນພ້ອມທັງເກັບຕົວຢ່າງກວດຫາເຊື້ອດ່ວນ ແລະ ຕິດຕາມອາການຂອງຕົນເອງ ຖ້າພົບອາການໄຂ້, ໄອ ຫັນໃຈຍາກແມ່ນໃຫ້ແຈ້ງເຈົ້າໜ້າທີ່ ຫຼື ແພດດ່ວນ.
  • ສຳລັບມາດຕະການໃນຕໍ່ໜ້າ: ຄະນະສະເພາະກິດຈະໄດ້ເຂັ້ມງວດໃນການກັ່ນກອງຜູ້ທີ່ເດີນທາງມາຈາກຕ່າງປະເທດ, ໂດຍສະເພາະຈາກບັນດາປະເທດທີ່ມີລາຍງານການລະບາດຂອງ Omicron, ເລັ່ງການສັກຢາວັກຊີນໃຫ້ໄດ້ບັນລຸເກີນ 70% ລວມທັງເຂັມກະຕຸ້ນ ເພື່ອໃຫ້ປະຊາຊົນມີພູມປ້ອງກັນຕໍ່ການຕິດເຊື້ອ  ແລະ ຄະນະສະເພາະກິດຈະມີການລາຍງານຖະແຫຼງຂ່າວຄວາມຄືບໜ້າປະຈຳວັນ

ເຖີງວ່າປະເທດແມ່ນໄດ້ພົບສາຍພັນ Omicron ກໍລະນີທຳອິດ ແຕ່ກໍ່ບໍ່ໃຫ້ປະຊາຊົນ ແລະ ບັນດາທ່ານທີ່ກຳລັງຕິດຕາມຮັບຊົມ ແລະ ຮັບຟັງບໍ່ໃຫ້ມີຄວາມແຕກຕື່ນ ແລະ ຢ້ານກົວຈົນເກີນເຫດ ເພາະວ່າມາດຕະການທີ່ທາງຄະນະສະເພາະກິດເຮົາວາງອອກມາກໍ່ຮັດກຸມຢ່າງພຽງພໍ ແລະ ມາດຕະການດັ່ງກ່າວແມ່ນ ກໍ່ຍັງແມ່ນມາດຕະການທີ່ເຄີຍປະຕິບັດຜ່ານມາໃນການປ້ອງກັນໂຄວິດທົ່ວໄປ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ.

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...