spot_img
Homeຂ່າວພາຍ​ໃນລາວຄົ້ນພົບພືດໃໝ່ 6 ຊະນິດ ແລະ ລາຍງານໃໝ່ພືດຕະກຸນຊາລືສີ 8 ຊະນິດ

ລາວຄົ້ນພົບພືດໃໝ່ 6 ຊະນິດ ແລະ ລາຍງານໃໝ່ພືດຕະກຸນຊາລືສີ 8 ຊະນິດ

Published on

ຖືເປັນຂ່າວດີເດືອນສຸດທ້າຍຂອງປີ 2021 ໜຶ່ງໃນຜົນງານປະກອບສ່ວນໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ ເມື່ອທີມງານນັກພືດສາດ ມຊ ຮ່ວມກັບ ຊ່ຽວຊານຍີ່ປຸ່ນ ໄດ້ຄົ້ນພົບພືດໃໝ່ 6 ຊະນິດ ແລະ ລາຍງານໃໝ່ພືດຕະກຸນຊາລືສີ 8 ຊະນິດ.

ທີມງານນັກພືດສາດ ມຊ ກັບ ຊ່ຽວຊານຍີ່ປຸ່ນ Prof. Dr. Shuichiro Tagane (Kagoshima University); ແລະ ທ່ານ Wittaya Pongamornkul (Queen Sirikit Botanic Garden) ໄດ້ຄົ້ນພົບ ພືດຊະນິດໃໝ່ຂອງໂລກ ຈຳນວນ 6 ຊະນິດ ແລະ ພືດລາຍງານໃໝ່ສຳຫຼັບ ສປປ ລາວ ຈຳນວນ 8 ຊະນິດ ເປັນຊະນິດນອນໃນຕະກຸນຊາລືສີ (Gesneriaceae).

ການສຶກສາ ເລີ່ມຕັ້ງແຕ່ປີ 2012-2020 ໂດຍເກັບຕົວຢ່າງຈາກຫຼາຍແຂວງໃນລາວ ເຊັ່ນ ຫຼວງພະບາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ຈຳປາສັກ.

ຂໍ້ມູນຈາກ: ເຟດບຸກເພດຈ໌ ພົງໄພບູນ ພອນປະເສີດ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...