Homeຂ່າວພາຍ​ໃນຮ່ວມເຊຍ! ເຈນນີ້ ມິສຢູນິເວີສລາວ 2021 ຮອບຊຸດປະຈຳຊາດ

ຮ່ວມເຊຍ! ເຈນນີ້ ມິສຢູນິເວີສລາວ 2021 ຮອບຊຸດປະຈຳຊາດ

Published on

ຮ່ວມພະລັງໃຈເຊຍ ໃຫ້ທຸງຊາດລາວ ໂບກສະບັດ ເທິງເວທີຈັກກະວານ!

ເຊິ່ງຮອບປະກວດຊຸດປະຈຳຊາດ ແມ່ນເລີ່ມ ເວລາ 24:00 ໂມງ(ໂມງລາວເຮົາ) ຂອງວັນທີ 10 ທັນວາ 2021 (ມື້ນີ້)  ຜ່ານ ຢູທູບ ຂອງ Miss Universe ສາມາດກົດເຂົ້າເບິ່ງໄດ້ເລີຍ.

ການປະກວດ Miss Universe 2021 ທີ່ປະເທດອິດສະເອວ, ເຊິ່ງມີສາວງາມຈາກທົ່ວໂລກເຂົ້ສຮ່ວມປະກວດໃນຄັ້ງນີ້.

ບອກໄດ້ເລີຍວ່າເປັນການເປີດປະຕູສູ່ຈັກກະວານ ສືບສານຄວາມເປັນລາວ ໃຫ້ຊາວໂລກຮັບຮູ້ ຄວາມງົດງາມ “ວັດທະນະທຳ” ທີ່ຄົງຢູ່ໃນຊຸດປະຈຳຊາດ “ຜືນແຜ່ນດິນຄຳ ສຽງແຄນ ແຫ່ງແດນຈຳປາ” ທີ່ນຳສະເໜີເອກະລັກສະເພາະຂອງຊາດ ແລະ ປະສົມປະສານຄວາມຄິດສ້າງສັນ ນຳສະເຫນີໃຫ້ເກີດຄວາມໂດດເດັ່ນ ໃນເວທີ ນາງງາມ ຈັກກະວານ ປີ 2021 ໂດຍ ນາງ ຕົ້ນຄຳ ພົນຈັນເຮືອງ ນາງງາມຈັກກະວານລາວ 2021

 

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...