Homeຂ່າວຕ່າງປະເທດນາຍທະຫານລະດັບສູງຂອງອິນເດຍເສຍຊີວິດ 13 ຄົນຈາກເຫດຍົນຕົກ

ນາຍທະຫານລະດັບສູງຂອງອິນເດຍເສຍຊີວິດ 13 ຄົນຈາກເຫດຍົນຕົກ

Published on

ເກີດເຫດສະເທືອນຂວັນ ເມື່ອຍົນເຮລີຄອບເຕີຂອງກອງທັບອາກາດອິນເດຍ (IAF) ທີ່ບັນທຸກຜູ້ຄົນ 14 ຊີວິດ ເກີດອຸບັດເຫດທີ່ບໍ່ຄາດຝັນ ເຮັດໃຫ້ນາຍທະຫານລະດັບສູງຂອງອິນເດຍເສຍຊີວິດ 13 ຄົນ ຂະນະທີ່ມີພຽງ 1 ຄົນທີ່ລອດຊີວິດຈາກເຫດການຄັ້ງນີ້.

ເວັບໄຊ CNN ລາຍງານວ່າ: ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 8 ທັນວາ 2021 ຜ່ານມາ ຢູ່ເຂດເມືອງຄູນູຣ໌ ໃນລັດທະມິນ ນາຕູ ທາງພາກໃຕ້ຂອງອິນເດຍ ເຊິ່ງຜູ້ເສຍຊີວິດໃນເຫດການລວມມີທ່ານ ພົນເອກ ໄບປິນ ຣາວັດ, ຫົວໜ້າເສນາທິກາປ້ອງກັນປະເທດຂອງອິນເດຍ ແລະພັນລະຍາ, ພ້ອມນາຍທະຫານ ແລະລູກເຮືອອີກ 11 ຄົນ ຂະນະທີ່ມີພຽງ 1 ຄົນທີ່ເປັນກັບຕັນລອດຊີວິດ.

ສຳລັບສາເຫດຂອງການເກີດອຸບັດເຫດຄັງນີ້ ທາງການອິນເດຍກຳລັງເລັ່ງດຳເນີນການສືບສວນ-ສອບສວນ.

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....