spot_img
Homeຂ່າວພາຍ​ໃນພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ຢ່າງເປັນທາງການ

ພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ຢ່າງເປັນທາງການ

Published on

ພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ສີຈິ້ນຜິງ.

ໃນຕອນບ່າຍຂອງວັນທີ 3 ທັນວານີ້, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການຢ່າງເປັນທາງການ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ແລະ ທານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ໂດຍຜ່ານຮູບແບບທາງໄກ ໂດຍມີການນຳຂັ້ນສູງ, ອະດີດການນຳຂັ້ນສູນ ຂອງສອງປະເທດເຂົ້າຮ່ວມ ແລະ ຍັງມີບັນ ດາທຸຕານຸທູດ, ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຮູບແບບອອນລາຍ ທີ່ຫໍປະຊຸມແຫ່ງຊາດລາວ, ສະຖານີລົດໄຟນະຄອນຫລວງວຽງຈັນ ແລະ ທີ່ ສປ ຈີນ ເຊິ່ງໃນພິທີ ທ່ານ ເຫີ ລີ ເຟິ່ງ ປະທານກຸ່ມບໍລິສັດທາງລົດໄຟ ສປ ຈີນ ແລະ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳການກໍ່ສ້າງທາງລົດໄຟ ລາວ-ຈີນ ຂອງຝ່າຍລາວ ໄດ້ພັດປ່ຽນກັນລາຍງານສະພາບການກະກຽມເປີດທາງລົດໄຟ. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນຮັບຊົມວິດີໂອ ກ່ຽວກັບທາງລົດໄຟ ລາວ-ຈີນ.

ໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວຄຳປາໄສ ໂດຍມີບາງຕອນສຳຄັນວ່າ: ພິທີເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນພິທີ ທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ທີ່ເປັນການເປີດສັກກະລາດໃໝ່ ແຫ່ງການພັດທະນາພື້ນຖານໂຄ່ງລ່າງ ທີ່ທັນສະໄໝຂອງ ສປປ ລາວ ເປັນຄວາມເອກອ້າງທະນົງໃຈ ທີ່ເຮັດໃຫ້ຄວາມຝັນ, ຄວາມຄ່ອງຄ່ອຍຂອງປະຊາຊົນລາວ ປະກົດຜົນເປັນຈິງ, ສຳຄັນອີກອັນໜຶ່ງໂຄງການນີ້, ຍັງເປັນສັນຍາລັກທາງປະຫວັດສາດທີ່ສຳຄັນ ໃຫ້ແກ່ສາຍພົວພັນລະ ຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ສປປ ລາວ ໃຫ້ການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ.

ທ່ານປະທານປະເທດຍັງກ່າວຕື່ມວ່າ: ໂຄງການລົດໄຟລາວ-ຈີນ ເປັນຂອງຂວັນອັນລໍ້າຄ່າໃຫ້ແກ່ປະຊາຊົນລາວ ໃນໂອກາດສະເຫຼີມສະຫຼອງວັນສະຖາປະການ ສປປ ລາວ ຄົບຮອບ 46 ປີ ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງຄົບຮອບ 60 ປີ ຂອງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຢ່າງມີຄວາມໝາຍເລິກເຊິ່ງ ໝາກຜົນຄວາມສຳເລັດນີ້ລ້ວນແຕ່ສະແດງເຫັນຈິດໃຈການເປັນຄູ່ຮ່ວມມືຍຸດທະສາດໝັ່ນຄົງຍາວນານທິດ 4 ດີ ໄດ້ເປັນສັນຍາລັກສຳຄັນໃນຂະບວນການສ້າງຄູ່ຮ່ວມສະຕາກຳລາວ-ຈີນ, ຈີນ-ລາວ.

ພ້ອມນີ້, ທ່ານ ສີຈິ້ນຜິງ ກໍໄດ້ກ່າວປາໄສ ໂດຍມີບາງຕອນວ່າ: ໃນປີ 2015, ຈີນ-ລາວ ໄດ້ບັນລຸຂໍ້ຕົກລົງອັນຍິ່ງໃຫຍ່ດ້ານການຮ່ວມມື ກໍ່ສ້າງເສັ້ນທາງລົດໄຟ ຈີນ-ລາວ, ເຊິ່ງ 5 ປີມານີ້, ສອງຝ່າຍໄດ້ຮ່ວມຈິດຮ່ວມໃຈປະສານສົມທົບຢ່າງໃກ້ຊິດ ດ້ວຍການທຸບພູ, ສ້າງທາງ, ຂົວຂ້າມນໍ້າ ສຳເລັດໜ້າທີ່ການກໍ່ສ້າງຢ່າງມີຄຸນນະພາບສູງ ເຊິ່ງການຮ່ວມມືຕົວຈິງດັ່ງກ່າວໄດ້ສ່ອງແສງເຖິງຜົນຮັບຂອງສອງປະເທດ ທີ່ສ້າງຜົນປະໂຫຍດໃຫ້ແກ່ກັນ.

ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ຈີນ ຍິນດີທີ່ຈະຮ່ວມກັບປະເທດລາວ ແລະ ບັນດາປະເທດລຽບຕາມເສັ້ນທາງ ພ້ອມກັນເລັ່ງລັດສ້າງສາຍພົວພັນ ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງທີ່ແໜ້ນແຟ້ນກວ່າເກົ່າ ແລະ ພ້ອມກັນຊຸກຍູ້ສ້າງສາຄູ່ຮ່ວມສະຕາກຳຂອງມວນມະນຸດ. ອະນາຄົດມິດຕິພາບຂອງ ຈີນ-ລາວ, ລາວ-ຈີນ ຢູ່ນຳໄວໜຸ່ມ, ການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລາງ ສຳຄັນແມ່ນຕ້ອງໃຫ້ຈິດໃຈປະຊາຊົນສະໜິດສະໜົມ ເຊິ່ງຈີນຈະສືບຕໍ່ຊ່ວຍ ສປປ ລາວ ສ້າງສາບຸກຄະລາກອນ ແລະ ສ້າງຊັບພະຍາກອນມະນຸດ ເພື່ອສືບທອດມິດຕະພາບສອງຊາດ.

ພາຍຫຼັງຜູ້ນຳຂັ້ນສູງຂອງສອງປະເທດ ລາວ-ຈີນ ໄດ້ກ່າວຄຳປາໄສ ຮຽບຮ້ອຍແລ້ວ, ຫົວໜ້າສະຖານີລົດໄຟນະຄອນຫຼວງວຽງຈັນ ໄດ້ຂໍຄຳສັ່ງເຄື່ອນລົດໄຟ ຈາກ ທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທອງລຸນ ສີສຸລິດ ກໍໄດ້ສັ່ງໃຫ້ລົດໄຟອອກເດີນທາງ.

ພ້ອມກັນນັ້ນ, ຫົວໜ້າສະຖານີລົດໄຟ ນະຄອນຄຸນມິງ ກໍໄດ້ຂໍຄຳສັ່ງເຄື່ອນລົດໄຟ ຈາກທ່ານປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ສີຈິ້ນຜິງ ກໍໄດ້ສັ່ງໃຫ້ລົດໄຟອອກເດີນທາງ ອັນເປັນຂີດໝາຍສຳຄັນໃນການອອກເຄື່ອນຂະບວນ ເດີນທາງອອກຈາກສະຖານີ.

ການເປີດລົດໄຟໂດຍສານ ຖ້ຽວປະຖົມມະລືກ ທີ່ເດີນທາງຈາກສະຖານີນະຄອນຫລວງວຽງຈັນ ນຳພາໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຍັງສະຖານີລົດໄຟດ່ານບໍ່ເຕ່ນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ເດີນທາງເຖິງສະຖານີວັງວຽງ ໂດຍມີທ່ານເຈົ້າແຂວງວຽງຈັນ ໃຫ້ການຕ້ອນຮັບ ແລະ ໄດ້ຢ້ຽມຊົມສະຖານີ ແລະ ຂຶ້ນລົດໄຟຄັນໃໝ່ ເພື່ອກັບນະຄອນຫລວງວຽງຈັນ. ສ່ວນລົດໄຟທີ່ເຄື່ອນຈາກສະຖານີຄຸນມິງ, ສປ ຈີນ ກໍເດີນທາງມາຍັງດ່ານຊາຍແດນບໍ່ເຕ່ນ, ສປປ ລາວ.

ແຫຼ່ງຂ່າວ: ປະເທດລາວ, CRI

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...