ໃນວັນທີ 24 ພະຈິກ 2021 ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ຖະແຫຼງການຈັດຕັ້ງປະຕິບັດຄຳພິພາກສາຂອງສານປະຊາຊົນສູງສຸດ ທີ່ໃຊ້ໄດ້ເດັດຂາດ ສະບັບເລກທີ 07-240/ຄສພ.ຂລ, ລົງວັນທີ 18 ຕຸລາ 2007 ກ່ຽວກັບຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ນາງ ວິໄລທອງ (ໂຈດ) ແລະ 36 ຄອບຄົວ (ຈໍາເລີຍ) ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ຖະແຫຼງວ່າ:
ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດຄຳພິພາກສາ ຂອງສານປະຊາຊົນສູງສຸດສະບັບເລກທີ່ 07/240 ລົງວັນທີ 18 ທັນວາ 2002 ຕາມຄະດີເລກທີ 20 ລົງວັນທີ 18 ທັນວາ 2002 ຄະດີລະຫວ່າງ ນາງ ວິໄລທອງ (ໂຈດ) ປະຊາຊົນ 36 ຄອບຄົວ (ເປັນຈຳເລີຍ) ກ່ຽວເລື່ອງໃຫ່ຍົກຍ້າຍອອກທີ່ດິນ ແລະ ເຮືອນ ທີ່ດິນ ແລະ ເຮືອນ ບ່ອນຂັດແຍ່ງກັນຕັ້ງຢູ່ ບ້ານໂພນສີນວນ ເມືອງສີສັກຕະນາກ ນະຄອນຫຼວງວຽງຈັນ (ນ.ວ)
ເດີມແມ່ນເປັນກຳມະສິດ ຂອງທ້າວ ເຕງ ພໍ່ຂອງ ນາງວິໄລທອງ (ໂຈດ) ຕາມໃບຕາດິນເລກທີ 166 ລັງວັນທີ 22/1/1968 ພາຍຫຼັງປະເທດຊາດໄດ້ຮັບການປດປ່ອຍ ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຊົ່າໃຫ້ພະນັກງງານຢູ່.
ໃນປີ 1983 ທ້າວ ເຕງ ໄດ້ແຈ້ງກຳມະສິດທີ່ດິນ ແລະ ເຮືອນຕາມໃບແຈ້ງກຳມະສິດທີ່ດິນ ແລະ ເຮືອນສະບັບເລກທີ່ 62,63,64,65,66 ແລະ 67 ລົງວັນທີ 2/9/1983
ປີ 1987 ທ້າວ ເຕງ ໄດ້ເສຍຊີວິດ ໄດ້ມີການແບ່ງມູນທີ່ດິນ ແລະ ເຮືອນຕົກເປັນກຳມະສິດ ຂອງນາງວິໄລທອງ ລູກສາວ (ໂຈດ) ສືບທອດ ແລະ ໄດ້ໂອນເປັນກຳມະສິດຊື່ ນາງ ວິໄລທອງ ຕາມໃບຕາດິນ ສະບັບເລກທີ່ 434 ລົງວັນທີ 19/12/2002.
ຈາກນັ້ນກະຊວງອຸດສາຫະກຳ-ປ່າໄມ້ ໄດ້ຂາດແຄນທາງດ້ານງົບປະມານ ໃນການຈ່າຍຄ່າເຊົ່າ ໄດ້ມອບໃຫ້ຜູ້ຢູ່ອາໄສຮັບຜິດຊອບຈ່າຍເອງຕາມສັນຍາ ສະບັບເລກທີ່ 04 ລົງວັນນທີ 13/01/1987 ບາງຄອບຄົວກໍຈ່າຍ ບາງຄອບຄົວບໍ່ຈ່າຍ.
ຕໍ່ມາ 1989 ນາງ ວິໄລທອງ (ໂຈດ) ໄດ້ຂຽນຄຳຮ້ອງທວງເອົາທີ່ດິນ ແລະ ເຮືອນຄືນ ເພື່ອຊ້ອມແປງ ເຮັດທຸລະກິດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອຊອກຫາບ່ອນຢູ່ໃໝ່ໃຫ້ແກ່ພະນັກງງານຂອງຕົນ ແຕ່ບໍ່ໄດ້ຮັບການແກ້ໄຂ.
ປີ 1995 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການສະບັບທີ່ 986 ລົງວັນທີ 22/08/1995 ໃຫ້ພະນັກງານອາໄສທີ່ດິນ ແລະ ພະນັກງານຍົກຍ້າຍອອກໄປຊອກບ່ອນຢູ່ໃໝ່.
ຕໍ່ມານາງວິໄລທອງ (ໂຈດ) ໄດ້ຂຽນຄຳຮ້ອງຂຶ້ນຫາສານ ເພື່ອທວງເອົາທີ່ດິນຂອງຕົນຄືນຈາກ ປະຊາຊົນ 36 ຄອບຄົວ.
ສານຈິ່ງພິຈາລະນາ ຕາມຄຳຕັດສິນປະຊາຊົນ ນ.ວ ສະບັບເລກທີ 27 ລົງວັນທີ 12 ປີ 2004 ຕາມຄຳຕັດສິນບອກວ່າ: ຄຳຮ້ອງ ຂອງນາງວິໄລທອງ (ໂຈດ) ມີເຫດຜົນພຽງພໍ ໃຫ້ພວກຈຳເລີຍ ຍົກຍ້າຍອອກຈາກທີ່ດິນບ່ອນຂັດແຍງ ແລະ ໃຫ້ພວກຈຳເລີຍ ມ້າງເອົາສິ່ງປຸກສ້າງ ທີ່ຕົນອາໄສຢູ່ນັ້ນ ຕາມໂຈດທີ່ເຫັນດີ.
ຕໍ່ມາ 36 ຄອບຄົວ (ຈຳເລຍ) ບໍ່ພໍໃຈຕໍ່ຄຳຕັດສິນດັ່ງກ່າວ ຈິ່ງໄດ້ຂໍອຸທອນຫາສານຂັ້ນອຸທອນໄດ້ພິພາກສາ ສະບັບເລກທີ 22 ລົງວັນທີ 6/3/2007 ບອກວ່າ ພິພາກສາຢັ້ງຢືນເອົາຕາມຄຳຕັດສິນ ຂອງສານທຸກຂໍ້ຄວາມ.
ຈາກນັ້ນມາ ຝ່າຍຈຳເລຍ ກໍຍັງບໍ່ພໍໃຈ ຈິ່ງໄດ້ຂໍລົບລ້າງໄປສານປະຊາຊົນສູງສຸດ ເພື່ອພິຈາລະນາ ສະບັບເລກທີ່ 07/240 ລົງວັນທີ 18/10/2007 ໄດ້ພິພາກສາບອກວ່າ: ຢັ້ງຢືນເອົາຕາມຄໍາພິພາກສາ ຂອງສານຂັ້ນອຸທອນທຸກຂໍ້ຄວາມ.
ຈາກນັ້ນມາ ພາກປະຕິບັດ ຄຳຕັດສິນຂອງສານ ຂອງຂະແໜງຈັດຕັ້ງປະຕິບັດຄຳຕັດສິນ ຂອງພະແນກຍຸດຕິທຳ ນ.ວ ກໍໄດ້ນຳເອົາຄະດີດັ່ງກ່າວມາຈັດຕັ້ງປະຕິບັດ ໄດ້ຮຽກໂຈດ ແລະ ຈຳເລີຍ ເຂົ້າມາຮັບຊາບ ຄຳຕັດສິນ ຄຳພິພາກສາ ຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ເພື່ອໃຫ້ຍົກຍ້າຍອອກຈາກທີ່ດິນບ່ອນຄັດແຍງກັນ.
ຈາກນັ້ນມາຝ່າຍຈຳເລີຍ ກໍໄດ້ຮຽກຮ້ອງຕໍ່ພະນັກງານປະຕິບັດຄຳຕັດສິນຂອງສານ ຂໍຄ່າຊົດເຊີຍໃນເບື້ອງຕົ້ນຄອບຄົວລະ 1 ລ້ານ ບາດໄທ ສ່ວນໂຈດກໍໄດ້ສະເໜີກ່ຽວກັບຄອບຄົວດັ່ງກ່າວ ຂໍຈ່າຍໃຫ້ຄອບຄົວລະ 2 ແສນ ບາດໄທ ກ່ຽວກັບຄ່າຊົດເຊີຍ ທັງຝ່າຍໂຈດ ກໍໄດ້ສະເໜີຕື່ມກ່ຽວກັບຄ່າຊົດເຊີຍການແລກປ່ຽນທີ່ດິນ, ຖ້າຫາກວ່າບໍ່ມີບ່ອນຢູ່ ທັງໂຈດກໍເຫັນດີມອບທີ່ດິນຈຳນວນ 300 ຕາແມັດ ໃຫ້ຝ່າຍຈຳເລຍ. ສ່ວນເງິນ 2 ແສນ ບາດ ແມ່ນບໍ່ໄດ້, ໂຈດໄດ້ສະເໜີວ່າ: ຖ້າຫາກວ່າໄດ້ຊື້ດິນໃຫ້ແລ້ວ ໃຫ້ເອົາກິນຢູ່ບ້ານນາຊາມ ເມືອງປາກງື່ມ ນ.ວ ເພື່ອຮອງຮັບໃຫ້ພວກຈຳເລີຍ.
ພວກຈໍາເລີຍກໍຍັງບໍ່ພໍໃຈ ຈິ່ງໄດ້ຂຽນຄໍາຮ້ອງທຸກ ຂຽນຄໍາຮ້ອງທຸກຂຶ້ນໄປຫາກໍາມາທິການຍຸດຕິທໍາສະພາແຫ່ງຊາດໄດ້ເຮັດໜັງສືສະບັບເລກທີ 228 ລົງວັນທີ 29/2017 ເຖິງລັດຖະມົນຕີກະຊວງຍຸດຕິທໍາເຊິ່ງມີເນື້ອໃນບອກວ່າ: ທາງກໍາມາທິການຍຸດຕິທໍາ ສະພາແຫ່ງຊາດ ໄດ້ເຊີນໂຈດຈໍາເລີຍເຂົ້າມາສຶກສາອົບຮົມ ຊອກຫາວິທີທາງອອກ ແກ່ໄຂທັງສອງຝ່າຍຫຼາຍຄັ້ງແຕ່ບໍ່ສາມາດຕົກລົງກັນໄດ້. ຈຶ່ງໄດ້ຕົກລົງໃຫ້ກະຊວງຍຸດຕິທໍາ ຊີ້ນໍາການຈັດຕັ້ງປະຕິບັດ ຄໍາພິພາກສາຂອງສານໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ໄດ້ອອກໜັງສື ແຈ້ງຕອບຄໍາຮ້ອງ ພວກຈໍາເລີຍສະບັບລົງວັນທີ 20/2020 ຄໍາພິພາກສາຖືກຕ້ອງແລ້ວ ແລະ ໃຊ້ໄດ້ຢ່າງເດັດຂາດແລ້ວມອບໃຫ້ກະຊວງຍຸດຕິທໍາຊີ້ນໍາການຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ກົດໝາຍ.
ຈາກກນັ້ນຝ່າຍຈໍາເລີຍກໍຍັງບໍ່ພໍໃຈ ໄດ້ຂຽນຄໍາຮ້ອງທຸກຫາອົງການໄອຍະການສານປະຊາຊົນສູງສຸດອອກຄໍາຕົກລົງບໍ່ຮື້ຟື້ນຄະດີສະບັບເລກທີ 027 ລົງວັນທີ 23 ມັງກອນ 2020 ແລະ ສະບັບເລກທີ 19 ລົງວັນທີ 16/02/2021 ບອກວ່າຄໍາພິພາກສາຂອງສານຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍແລ້ວ ຈາກນັ້ນຜູ້ກ່ຽວຍັງບໍ່ພໍໃຈຕື່ມໄດ້ຂຽນຄໍາຮ້ອງຫາກະຊວງຍຸດຕິທໍາ ກົມຄຸ້ມຄອງປະຕິບັດຄໍາຕັດສິນຂອງກະຊວງຍຸດຕິທໍາໄດ້ອອກແຈ້ງການຕອບຄໍາຮ້ອງຂອງພວກຈໍາເລີຍວ່າບໍ່ສາມາດພິຈາລະນາຕາມການຮ້ອງຂໍໄດ້, ບໍ່ມີເຫດຜົນໂຈະໃນການຈັດຕັ້ງປະຕິບັດດັ່ງກ່າວທີ່ໄດ້ກໍານົດໄວ້ຈຶ່ງໄດ້ໃຫ້ຈັດຕັ້ງປະຕິບັດຄໍາພິພາກສາໃຫ້ສໍາເລັດຕາມແຈ້ງການສະບັບເລກທີ 378 ລົງວັນທີ 27 ສິງຫາ 2017, ເລກທີ 449 ລົງວັນທີ 5 ທັນວາ 2019, ເລກທີ 205 ລົງວັນທີ 5/6/2020 ແລະ ເລກທີ 424 ລົງວັນທີ 6/10/2020.
ເພື່ອຮັບປະກັນກ່ຽວກັບການປະຕິບັດກົດໝາຍ ແລະ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນທັງຂະແໜງຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານກໍຍັງໄດ້ເຊີນເອົາບັນດາທ່ານຄະນະກໍາມະການ ແລະ ລາຍງານຜ່ານກອງປະຊຸມຢູ່ກະຊວງຍຸດຕິທໍາ 3 ຄັ້ງ, ຫ້ອງວ່າການ ປົກຄອງນະຄອນຫຼວງ 2 ຄັ້ງ ແລະ ພະແນກຍຸດຕິທໍານະຄອນຫຼວງ 3 ຄັ້ງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຄືກໍາມາທິການຍຸດຕິທໍາສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ອົງການກວດກາລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກົມຄຸ້ມຄອງປະຕິບັດຄໍາຕັດສິນຂອງກະຊວງຍຸດຕິທໍາ, ສານປະຊາຊົນນະຄອນຫຼວງ, ອົງການໄອຍະການປະຊາຊົນນນະຄອນຫຼວງ, ກອງບັນຊາການ ປກສ ນະຄອນຫຼວງ, ຫ້ອງວ່າການ ປກສ ນະຄອນຫຼວງ, ພະແນກຍຸດຕິທໍານະຄອນຫຼວງ, ຫ້ອງວ່າການ ປົກຄອງເມືອງສີສັດຕະນາກ, ກອງບັນຊາການປົກຄອງເມືອງສີສັດຕະນາກ, ຫ້ອງການ ປກສ ກຸ່ມ, ຫ້ອງການບ້ານໂພນສີນວນ ຜ່ານການພິຈາລະນາທຸກພາກສ່ວນທີ່ກ່ຽວຂ້ອງແມ່ນເຫັນດີຈັດຕັ້ງປະຕິບັດ ແລະ ເອກະພາບກັນໃນການຈັດຕັ້ງປະຕິບັດຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ.
ຈາກນັ້ນມາທາງຄະນະພວກເຮົາກໍໄດ້ ລົງປະຕິບັດຕາມກອງປະຊຸມທີ່ມີຄວາມເອກະພາບກັນໃນຄັ້ງວັນທີ 23 ພະຈິກ 2021 ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຄະນະເພື່ອນໍາໃຊ້ມາດຕະການກ່ຽວກັບຂອດຈັດຕັ້ງປະຕິບັດໃນໄລຍະຜ່ານມາຖືວ່າທາງຄະນະພວກເຮົາໄດ້ສຶກສາອົບຮົມຜູ້ກ່ຽວຫຼາຍຫຼົບ ຫຼາຍຕ່າວ ຫຼາຍຄັ້ງຜົນອອກມາກໍແມ່ນບໍ່ເຫັນດີຍົກຍ້າຍອອກຕາມຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.
ຈັ່ງຊັ້ນໃນຄະນະຂອງພວກເຮົາຈຶ່ງໄດ້ນໍາໄປຈັດຕັ້ງປະຕິບັດຕາມຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຢູ່ກັບທີ່ຄື ບ້ານໂພນສີນວນ ຖືວ່າພວກເຮົາໄດ້ເຮັດຜ່ານມາຫັ້ນໄດ້ຍົກຍ້າຍອອກຈໍານວນ 6 ຄອບຄົວ ຈາກນັ້ນທັງຄອບຄົວທີ່ບໍ່ທັນຍົກຍ້າຍອອກນັ້ນໄດ້ຮ້ອງຂໍໃນຄະນະກໍາມະການຂອງພວກເຮົາຂໍເຊິ່ງໜ້າກັບໂຈດອີກເທື່ອໜຶ່ງເພື່ອຂໍຄ່າຊົດເຊີຍຈໍານວນເງິນ 2 ແສນບາດນັ້ນ, ແຕ່ຄວາມຈິງແລ້ວ ເງິນສອງແສນບາດນີ້ທັງຄໍາຕັດສິນ ທັງຄໍາພິພາກສາກໍບໍ່ໄດ້ລະບຸໄວ້. ໂຕນີ້ເປັນການຕໍ່ລອງກັບຝ່າຍໂຈດ ທາງຄະນະກໍາມະການຂອງພວກເຮົາ ຈຶ່ງໄດ້ຕົກລົງໃຫ້ເຊິ່ງໜ້າກັບໂຈດເພື່ອຫາວິທີແກ້ໄຂ ແລະ ທາງອອກໂດຍດີເຊິ່ງກັນ ແລະ ກັນ ຖ້າວ່າບໍ່ສາມາດຕົກລົງກັນໄດ້ທາງຄະນະກໍາມະການຂອງພວກເຮົາຈະຕ້ອງໄດ້ຈັດຕັ້ງປະຕິບັດຕາມກົດໝາຍ ແລະ ຕໍ່ກັບການໄລ້ສົດຂອງ ຄອບຄົວຂອງຈໍາເລີຍບາງຄອບຄົວນັ້ນກໍເຫັນວ່າ: ເປັນການຂັດຂວາງໃນການປະຕິບັດງານຂອງເຈົ້າໜ້າ ທີ່ຕາມທັດສະນະຂອງຂ້າພະເຈົ້າແລ້ວຕ້ອງເຫັນຄວນມີຄວາມຮັບຜິດຊອບຕໍ່ໜ້າຂອງກົດໝາຍ.