Homeຂ່າວພາຍ​ໃນລົດໄຟຂະບວນລ້ານຊ້າງ ພ້ອມບໍລິການສັງຄົມ 100%

ລົດໄຟຂະບວນລ້ານຊ້າງ ພ້ອມບໍລິການສັງຄົມ 100%

Published on

ລົດໄຟຂະບວນລ້ານຊ້າງ ມີຄວາມພ້ອມໃຫ້ບໍລິການສັງຄົມ 100% ປັດຈຸບັນໄດ້ເລີ່ມໃຫ້ພາກສ່ວນຕ່າງໆຂອງສັງຄົມສາມາດທົດລອງຂີ່ລົດໄຟຂະບວນດັ່ງກ່າວໄດ້, ເຊິ່ງຈະແລ່ນບໍລິການ 4 ຖ້ຽວຕໍ່ວັນ, ກ່ອນຈະເລີ່ມເປີດບໍລິການເປັນທາງການໃນວັນທີ 3 ທັນວາ 2021.

ທ່ານ ຈຸ້ຍໂກຈ່ຽງ, ປະທານບໍລິສັດທາງລົດໄຟລາວ-ຈີນ ກ່າວຕໍ່ສື່ມວນຊົນໃນວັນທີ 21 ພະຈິກຜ່ານມາ ໃນໂອກາດຄະນະສື່ມວນຊົນໄດ້ລອງຂີ່ລົດໄຟຂະບວນລ້ານຊ້າງ ຈາກສະຖານີນະຄອນຫຼວງວຽງຈັນ ຫາສະຖານີໂພນໂຮງແຂວງວຽງຈັນ, ໂດຍໃຊ້ຄວາມໄວແລ່ນຕາມມາດຕະຖານການອອກແບບຂອງການກໍ່ສ້າງສະເລ່ຍຢູ່ທີ່ 160 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງໃຊ້ເວລາປະມານ 25 ນາທີກໍຮອດຈຸດໝາຍປາຍທາງ.

ຜ່ານການທົດລອງແລ່ນເປັນເວລາ 17 ວັນ ໃນການກວດກາເຕັກນິກເຄື່ອນທີ່ຮອບດ້ານ ແລະໄດ້ສຳເລັດການກວດກາວຽກງານທັງໝົດ ເມື່ອວັນທີ 20 ພະຈິກນີ້, ແລະນັບຈາກນີ້ເປັນຕົ້ນໄປຈະເລີ່ມໃຫ້ພາກສ່ວນຕ່າງໆຂອງສັງຄົມມາທົດລອງຂີ່ລົດໄຟຂະບວນລ້ານຊ້າງ, ເຊິ່ງຈະແລ່ນບໍລິການມື້ລະ 4 ຖ້ຽວ,ກ່ອນຈະເລີ່ມເປີດບໍລິການເປັນທາງການໃນວັນທີ 3 ທັນວາ 2021, ທ່ານ ຈຸ້ຍໂກຈ່ຽງກ່າວ.

ມາຮອດປະຈຸບັນ ທຸກໜ້າວຽກໄດ້ສໍາເລັດໂດຍພື້ນຖານ ຍັງເຫຼືອແຕ່ວຽກປະດັບຕົກແຕ່ງ ແລະອະນາໄມອາຄານສະຖານີ ແລະສິ່ງອໍານວຍຄວາມສະດວກຂອງຜູ້ໂດຍສານ ລວມທັງວາງມາດຕະການປ້ອງກັນຄວບຄຸມ ການລະບາດຂອງພະຍາດໂຄວິດ19 ຢ່າງເຄັ່ງຄັດ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...