spot_img
Homeຂ່າວພາຍ​ໃນສຶກສາສຳຫຼວດຄວາມເປັນໄປໄດ້ໂຄງການພັດທະນາເມືອງທັນສະໄໝ ຢູ່ ນວ

ສຶກສາສຳຫຼວດຄວາມເປັນໄປໄດ້ໂຄງການພັດທະນາເມືອງທັນສະໄໝ ຢູ່ ນວ

Published on

ໂຄງການພັດທະນາເມືອງທັນສະໄໝ (Smart City) ຈະຖືກສ້າງຂຶ້ນເທິງພື້ນທີ່ຂະໜາດ 2,900 ເຮັກຕາ ໂດຍກວມເອົາ 12 ບ້ານ ຂອງເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເຊິ່ງບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວເປັນເຈົ້າຂອງໂຄງການ.

ອີງຕາມຂໍ້ມູນຈາກບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມຕົ້ນສຶກສາສຳຫຼວດຄວາມໄປໄດ້ ແລະເກັບກໍາຂໍ້ມູນຕົວຈິງ ພາຍຫຼັງນາຍົກລັດຖະມົນຕີແຫ່ງ ສປປ ລາວ ອອກໃບມອບສິດວັນທີ່ 13 ກໍລະກົດ 2020 ໂດຍຈະແບ່ງກິດຈະການພັດທະນາອອກເປັນ 13 ເຂດ ໄດ້ແກ່ ເຂດບໍລິຫານທຸລະກິດ, ເຂດອຸດສາຫະກຳ, ການສຶກສາ, ສາທາລະນະສຸກ, ທີ່ຢູ່ອາໄສ, ກິລາ, ທ່ອງທ່ຽວ, ກະສິກຳ, ຕົວເມືອງອາຊຽນ, ຄອນໂດມີນຽມ ແລະບ້ານຈັດສັນ, ເຂດບໍລິການທາງດ່ວນ, ເຂດປ່າໄມ້ ແລະ ສວນສາທາລະນະ ຂະນະທີ່ ຕຶກອາຄານ ຫຼື ສິ່ງປຸກສ້າງຕ່າງໆຈະມີການກໍ່ສ້າງເທິງພື້ນທີ່ 1,500 ເຮັກຕາ ຫຼື 50.70%, ສ່ວນພື້ນທີ່ 600 ເຮັກຕາ ຫຼື 21.18% ແມ່ນຈະກໍ່ສ້າງເສັ້ນທາງ, ລານຈອດລົດ ແລະ ລານກິດຈະກໍາຕ່າງໆ ແລະເຂດຂຽວ ລວມທັງ ສວນສາທາລະນະ 800 ເຮັກຕາ ຫຼື 27.12%.

ໂຄງການຈະຊົດເຊີຍຜົນເສຍຫາຍຈາກການພັດທະນາທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກຂອງປະຊາຊົນ ຕາມອັດຕາການຊົດເຊີຍຂອງລັດຖະບານກຳນົດໄວ້ ພ້ອມໃຫ້ບູລິມະສິດ ແກ່ບຸກຄົນທີ່ສົນໃຈເຂົ້າມາເຮັດວຽກໃນໂຄງການ  ເພື່ອສົ່ງເສີມໃຫ້ປະຊາຊົນເຂດດັ່ງກ່າວມີລາຍໄດ້ທີ່ໝັ້ນຄົງ ພ້ອມມີນະໂຍບາຍໃຫ້ປະຊາຊົນໃນເຂດໂຄງການມີສ່ວນຮ່ວມໃນການປົກປັກຮັກສາບ້ານ, ກຸ່ມບ້ານ ຫຼື ຊຸມຊົນທີ່ມີປະຊາຊົນອາໄສຢູ່ໜາແໜ້ນ ໃຫ້ເປັນເຂດອານຸລັກບ້ານວັດທະນາທໍາຂອງທ້ອງຖິ່ນ, ເຂດບ້ານພັດທະນາວັດທະນາທຳຂອງທ້ອງຖິ່ນ ໂດຍຈະມີການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຕາມນະໂຍບາຍພັດທະນາເມືອງທັນສະໄໝ.

ໂຄງການພັດທະນາເມືອງທັນສະໄໝ ເປັນການພັດທະນາຕົວເມືອງທັນສະໄໝຕົ້ນແບບດ້ານພື້ນຖານໂຄງລ່າງ ແລະການນຳໃຊ້ຊັບພະຍາກອນ, ພະລັງງານ, ການຮັກສາສິ່ງແວດລ້ອມ, ການບໍລິຫານຈັດການຕົວເມືອງ ເພື່ອໃຫ້ເປັນສູນກາງດຶງດູດການລົງທຶນພາຍໃນ ແລະຕ່າງປະເທດ ແນໃສ່ການສ້າງອາຊີບໃຫ້ປະຊາຊົນ ຕິດພັນກັບການອະນຸລັກວັດທະນະທຳ ແລະຮີດຄອງປະເພນີຂອງທ້ອງຖິ່ນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...