spot_img
Homeຂ່າວພາຍ​ໃນລັດສັ່ງຫ້າມປະຊາຊົນບຸກລຸກເຂດໂຄງການພັດທະນາເມືອງທັນສະໄໝຢູ່ 12 ບ້ານໃນ ນວ

ລັດສັ່ງຫ້າມປະຊາຊົນບຸກລຸກເຂດໂຄງການພັດທະນາເມືອງທັນສະໄໝຢູ່ 12 ບ້ານໃນ ນວ

Published on

ລັດຖະບານໄດ້ສັ່ງຫ້າມປະຊາຊົນບຸກລຸກເຂດພື້ນທີ່ໂຄງການພັດທະນາເມືອງທັນສະໄໝ (Smart City) ທີ່ນອນໃນ 12 ບ້ານ ຂອງເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ອີງຕາມແຈ້ງການຂອງຫ້ອງວ່າການນະຄອນຫຼວງວຽງຈັນ ເລກທີ 083 ລົງວັນທີ 10 ພະຈິກ 2021 ໂດຍໄດ້ສັ່ງຫ້າມບໍ່ໃຫ້ມີການປຸກສ້າງ, ຕໍ່ເຕີມ, ຊື້-ຂາຍ ຫຼື ໂອນສິດນຳໃຊ້ທີ່ດິນ, ຈົກໜອງນໍ້າ, ຈົກດິນຂາຍ ຢູ່ຂອບເຂດໂຄງການພັດທະນາເມືອງທັນສະໄໝ, ນະຄອນຫຼວງວຽງຈັນ ໂດຍມີສອງເມືອງ ຄື ເມືອງໄຊເສດຖາ ລວມມີ 5 ບ້ານ ເຊັ່ນ ບ້ານຈອມສີ, ນາຄວາຍໃຕ້, ນາຄວາຍກາງ, ນາໂນ ແລະນາໄຫ; ສ່ວນເມືອງຫາດຊາຍຟອງ ລວມມີ 7 ບ້ານ ໄດ້ແກ່ ບ້ານດົງໂພນແຮ່, ຄຳຈະເລີນ, ໜອງແປນເໜືອ, ໜອງແປນໃຕ້, ຊຽງຄວນ, ທ່າພະ ແລະໜອງພົງ.

ບັນດາ 12 ບ້ານທີ່ກ່າວມາຂ້າງເທິງ ແມ່ນຈະໄດ້ເຂົ້າຮ່ວມ ແລະໃຫ້ຄວາມຮ່ວມມືກັບບໍລິສັດ ໃນການລົງສຳຫຼວດປັກຂອບເຂດພື້ນທີ່ຕົວຈິງ ຂະນະທີ່ນາຍບ້ານເຂດດັ່ງກ່າວ ແລະອົງການປົກຄອງຂັ້ນຕ່າງໆທີ່ກ່ຽວຂ້ອງ ແມ່ນບໍ່ສາມາດເຊັນໜັງສືອະນຸມັດ ຫຼື ອຳນວຍຄວາມສະດວກໃນການຊື້-ຂາຍໃດໆທີ່ເປັນການລະເມີດຂໍ້ຫ້າມໃນແຈ້ງການສະບັບນີ້.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...