spot_img
Homeຂ່າວພາຍ​ໃນກະຊວງການເງິນ ຊີ້ແຈງ ການອອກຫວຍ 3 ຄັ້ງຕໍ່ອາທິດ ເພື່ອສ້າງວຽກເຮັດງານທຳແກ່ສັງຄົມ.

ກະຊວງການເງິນ ຊີ້ແຈງ ການອອກຫວຍ 3 ຄັ້ງຕໍ່ອາທິດ ເພື່ອສ້າງວຽກເຮັດງານທຳແກ່ສັງຄົມ.

Published on

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະ ມົນ ຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງ ຊາດ (ສສຊ) ກ່ຽວກັບບັນຫາ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານປີ 2022 ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຜ່ານລະບົບທາງໄກ ໃນຕອນບ່າຍຂອງວັນທີ 3 ພະຈິກ 2021, ນີ້ວ່າ: ບັນຫາການອອກຫວຍພັດທະນາລາວ ໃນປີ 2016 ຜ່ານມາ ແມ່ນ 3 ຄັ້ງຕໍ່ອາທິດ (ວັນຈັນ, ພຸດ, ສຸກ) ເຊິ່ງໃນເວລານັ້ນມີຕົວແທນຂາຍຫວຍ (ຜູ້ທີ່ຂາຍຢູ່ແຄມທາງ) ໃນທົ່ວປະເທດມີປະມານ 15.000 -20.000 ຄົນ ແລະ ມີ 50 ຕົວແທນຈໍາໜ່າຍ (ແມ່ຫວຍ) ເຮັດໃຫ້ພັນທະງົບປະມານໄດ້ສະເລ່ຍປະມານ 80 ຕື້ກີບ.

ຕໍ່ມາກໍໄດ້ມີຫາງສຽງຈາກສັງຄົມ ວ່າມັນເປັນການສ້າງຄວາມເບື່ອເມົາ ແລະ ຕິດການສ່ຽງໂຊກລາບຂອງພໍ່ແມ່ປະຊາຊົນຫລາຍເກີນໄປ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນປີ 2018 ລັດຖະບານໄດ້ຢຸດການອອກຫວຍ 3 ຄັ້ງຕໍ່ອາທິດ ມາເປັນອາທິດລະຄັ້ງ ພ້ອມທັງລົບລ້າງຫວຍຂູດ ເຮັດໃຫ້ພວກເຮົາສູນເສຍລາຍຮັບຈາກ 80 ຕື້ ເຫລືອ 40 ຕື້ກີບ, ໃນຂະນະດຽວກັນ, ຊ້ຳພັດມີຫວຍເຖື່ອນເຂົ້າມາແທນທີ່ ເຮັດໃຫ້ລັດເຮົາສູນເສຍລາຍຮັບໄປ ປະມານ 60% ຂອງຈໍານວນທີ່ເຮົາເຄີຍໄດ້ຈໍາໜ່າຍຜ່ານມາ ໂດຍທີ່ລັດບໍ່ໄດ້ຫຍັງ.

ຍົກຕົວຢ່າງຄື: ຫວຍໄທ ແມ່ນອອກເດືອນໜຶ່ງສອງຄັ້ງ (ວັນທີ 1 ແລະ ວັນທີ 16), ຫວຍຫວຽດນາມ ອອກ 4 ຄັ້ງຕໍ່ມື້ ທີ່ໄດ້ແຜ່ກະຈາຍຫລາຍໃນສັງຄົມລາວ. ສ່ວນຫວຍກຳປູເຈຍພວມເຂົ້າມາແຜ່ລາມໃນສັງຄົມລາວ ເຊິ່ງຖ່າຍທອດສົດທຸກມື້ ອອກ 3 ຄັ້ງຕໍ່ມື້, ຫວຍຈີນອອກມື້ລະຄັ້ງ, ຫວຍອອນລາຍ ມີ 3 ຫວຍທີ່ພວກເຮົາຍັງບໍ່ສາມາດເຂົ້າຫາຂໍ້ມູນໄດ້ ໂດຍມີເງິນສະສົມລາງວັນ 800 ລ້ານກີບ ເຊິ່ງບໍ່ແມ່ນຫວຍຂອງລັດຖະບານ ແຕ່ແມ່ນຫວຍເຖື່ອນ (ຫວຍອອນລາຍເຖື່ອນ) ທີ່ປະກາດໂຄສະນາຢູ່ໃນເຟສບຸກ.

ສ່ວນຫວຍມາເລເຊຍ ອອກ 25 ຄັ້ງຕໍ່ມື້ ອອກອອນລາຍທຸກໆ 30 ນາທີ ເຊິ່ງບັນຫາຂອງຫວຍເຖື່ອນນີ້ ໄດ້ເຮັດໃຫ້ເກີດມີບັນຫາຂອງສັງຄົມຂຶ້ນ ໂດຍສະເພາະຖືກຫວຍແລ້ວແຕ່ບໍ່ໄດ້ເງິນ ພ້ອມກັນນີ້ ບັນດາແມ່ຫວຍເຖື່ອນ ກໍບໍ່ໄດ້ປະກອບສ່ວນພັນທະຫຍັງ ໃຫ້ແກ່ປະເທດຊາດຂອງເຮົາ. ສະນັ້ນ, ພວກເຮົາຈິ່ງໄດ້ຄົ້ນຄວ້າຄືນວ່າ ຄວາມຕ້ອງການສ່ຽງໂຊກຂອງປະຊາຊົນ ແມ່ນຍັງມີຢູ່ຫລາຍ, ລັດຖະ ບານຈຶ່ງໄດ້ຕົກລົງກັນຄືນໃໝ່ ໃນປີ 2020 ແມ່ນໄດ້ອອກຫວຍ 2 ຄັ້ງຕໍ່ອາທິດ ເຮັດໃຫ້ຕົວແທນຈຳໜ່າຍເລີ່ມກັບມາມີວຽກເຮັດອີກຄັ້ງ ແລະ ລັດເຮົາກໍໄດ້ຮັບລາຍຮັບເພີ່ມຂຶ້ນຕື່ມປະມານ 70 ຕື້ກີບຕໍ່ປີ.

ມາຮອດປັດຈຸບັນ ຕົວແທນ ຫລື ຜູ້ທີ່ເຄີຍຂາຍຫວຍ ນອກຈາກໄດ້ມີວຽກເຮັດງານທຳແລ້ວ ຍັງສ້າງລາຍຮັບແກ່ເຂົາເຈົ້າຕື່ມອີກ. ດ້ວຍເຫດຜົນນີ້, ລັດຈຶ່ງໄດ້ຕົກລົງທົດລອງອອກຄືນໃນ 3 ຄັ້ງຕໍ່ອາທິດ ເພື່ອຈະໄດ້ແກ້ໄຂ ແລະ ທັງເປັນການສົ່ງເສີມບັນຫາການສ້າງວຽກເຮັດງານທຳໃຫ້ແກ່ຜູ້ວ່າງງານຢູ່ໃນສັງຄົມເຮົາ ໂດຍສະເພາະ ຄົນເສຍອົງຄະ, ຄົນພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າສູ່ການເປັນຕົວແທນການຈຳໜ່າຍຫວຍ, ເຊິ່ງຄາດວ່າຈະສ້າງລາຍຮັບເຂົ້າງົບປະມານ ຢູ່ປະມານ 80-120 ຕື້ກີບ.

ນອກຈາກນີ້ ຍັງຈະປະກອບສ່ວນຊ່ວຍເຫລືອສັງຄົມຫລາຍຕື້ເຊັ່ນດຽວກັນ. ຕົວຢ່າງ ໃນປີ 2016 ພວກເຮົາໄດ້ຈ່າຍເງິນຄ່າເປີເຊັນຂາຍ ປະມານ 200 ກວ່າຕື້ກີບ ໃນຈຳນວນ 15.000-20.000 ຄົນ, ມາຮອດປີນີ້ແມ່ນຈະເລັ່ງໃສ່ ສູນເສຍອົງຄະ, ຜູ້ພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າມາເປັນຕົວແທນຈຳໜ່າຍ.

ຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...