spot_img
Homeຂ່າວຕ່າງປະເທດລາວເປັນໜຶ່ງໃນ 63 ປະເທດທີ່ສາມາດເດີນທາງເຂົ້າໄທໄດ້ໂດຍບໍ່ຕ້ອງກັກໂຕ

ລາວເປັນໜຶ່ງໃນ 63 ປະເທດທີ່ສາມາດເດີນທາງເຂົ້າໄທໄດ້ໂດຍບໍ່ຕ້ອງກັກໂຕ

Published on

ເວັບໄຊຂ່າວໄທພີບີເອັສລາຍງານ: ເພື່ອເປັນການຕ້ອນຮັບການເປີດປະເທດໃໝ່ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຈະເລີ່ມໃນວັນທີ 1 ພະຈິກນີ້, ໄທປະກາດ 63 ປະເທດສາມາດເດີນທາງເຂົ້າປະເທດຂອງຕົນໄດ້ໂດຍບໍ່ຈຳເປັນຕ້ອງກັກໂຕ ພຽງແຕ່ສີດວັກຊີນຄົບ ພ້ອມມີໃບຢັ້ງຢືນຜົນກວດໂຄວິດເປັນລົບ ແລະປະຕິບັດຕາມມາດຕະການສາທາລະນະສຸກວາງອອກຢ່າງເຄັ່ງຄັດ.

ໃນວັນທີ 30 ຕຸລາ ຜ່ານມາ, ທາງການໄທໄດ້ກຳນົດລາຍຊື່ປະເທດ ແລະພື້ນທີ່ຕົ້ນທາງທີ່ອະນຸຍາດໃຫ້ຜູ້ເດີນທາງເຂົ້າຣາຊະອານາຈັກໄທສຳລັບບຸກຄົນປະເພດ (13) “ເຊິ່ງຜູ້ທີ່ໄດ້ຮັບອະນຸຍາດເດີນທາງເຂົ້າໄທເພື່ອປະໂຫຍດທາງດ້ານເສດຖະກິດ ຄຽງຄູ່ກັບຄວາມໝັ້ນຄົງດ້ານສາທາລະນະສຸກຕາມແຜນການເປີດປະເທດຂອງລັດຖະບານ”.

63 ປະເທດ/ພື້ນທີ່ທີ່ສາມາດເດີນທາງເຂົ້າໄທໄດ້ລວມມີ ອົດສະຕາລີ, ໂອຕຣິດ, ບາເຣນ, ເບວຢ້ຽມ, ພູຖານ, ບຣູໄນ, ບັນເກເຣຍ, ກຳປູເຈຍ, ການາດາ, ຊີລີ, ຈີນ, ໂຄຣເອເຊຍ, ໄຊປຣັສ, ສາທາລະນະເຊັກ, ເດນມາກ, ເອສໂຕເນຍ, ຟິນແລນ, ຝຣັ່ງເສດ, ເຢຍລະມັນ, ກຣິສ, ຮັງກາລີ, ໄອສ໌ແລນ, ອິນເດຍ, ອິນໂດເນເຊຍ, ອິສະລາແອນ, ອີຕາລີ, ຍີ່ປຸ່ນ, ຄູເວດ, ລາວ, ລັດເວຍ, ລີທົວເນຍ, ລຸກຊຳບວກ, ມາເລເຊຍ, ເມົາດິຟ, ມອນຕາ, ມົງໂກລີ, ມຽນມາ, ເນປານ, ເນເທີແລນ, ນິວຊີແລນ, ນໍແວ, ໂອມານ, ຟີລິບປິນ, ໂປແລນ, ປັອກຕຸຍການ, ກາຕ້າ, ໂຣມາເນຍ, ຊາອຸດີອາຣາເບຍ, ສິງກະໂປ, ສະໂລວັກ, ສະໂລວີເນຍ, ສີລັງກາ, ເກົາຫຼີໃຕ້, ສະເປນ, ສະວີເດັນ, ສະວິດເຊີແລນ, ອາຫຼັບເອມີເຣດ, ອັງກິດ, ອາເມລິກາ, ຫວຽດນາມ, ຮົງກົງ ແລະ ໄຕ້ຫວັນ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...