spot_img
Homeຂ່າວພາຍ​ໃນການຫາປາຍັງຄົງເປັນແຫຼ່ງຫາລ້ຽງຊີບທີ່ສໍາຄັນຂອງປະຊາຊົນ ແຕ່ການຫາປາຫຼາຍເກີນໄປກໍສົ່ງຜົນກະທົບ

ການຫາປາຍັງຄົງເປັນແຫຼ່ງຫາລ້ຽງຊີບທີ່ສໍາຄັນຂອງປະຊາຊົນ ແຕ່ການຫາປາຫຼາຍເກີນໄປກໍສົ່ງຜົນກະທົບ

Published on

ໃນວັນທີ 19 ຕຸລາ 2021 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ອອກບົດລາຍງານ 2 ສະບັບ, ເຊິ່ງໃຫ້ຮູ້ວ່າ ການຫາປາຍັງຄົງເປັນແຫຼ່ງຫາລ້ຽງຊີບທີ່ສໍາຄັນ ຂອງປະຊາຊົນໃນປະເທດກໍາປູເຈຍ, ສປປ ລາວ, ປະເທດໄທ ແລະ ປະເທດຫວຽດນາມ. ແຕ່ວ່າ ການຫາປາຫຼາຍເກີນໄປພ້ອມກັນກັບການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສຂອງປາອັນເນື່ອງມາຈາກການຂະຫຍາຍຕົວຂອງປະຊາກອນຢ່າງໄວວາ, ການພັດທະນາໂຄງລ່າງພື້ນຖານ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດນັ້ນ ກໍາລັງສ້າງຄວາມກົດດັນໃຫ້ການປະມົງຫາປາໃນອ່າງແມ່ນໍ້າຂອງຕອນລຸ່ມ. ໃນເວລາດຽວກັນນັ້ນ, ການປ່ຽນແປງຂອງລະບົບນິເວດທາງນໍ້າໃນອ່າງແມ່ນໍ້າຂອງແຫ່ງນີ້ກໍ່ກໍາລັງສົ່ງຜົນກະທົບກັບ ສະພາບການທາງສັງຄົມ.

ບົດລາຍງານ 2 ສະບັບທີ່ລາຍງານນີ້ ມີຊື່ວ່າ “Status and Trends of Fish Abundance and Diversity in the Lower Mekong Basin during 2007–2018 ຫຼື ແປເປັນພາສາລາວວ່າ าສະຖານະພາບ ແລະ ທ່າອ່ຽງຂອງ ຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງປາໃນອ່າງແມ່ນໍ້າຂອງຕອນລຸ່ມ ໃນລະຫວ່າງປີ 2007 – 2018” (ບົດລາຍງານ FADM) ແລະ าSocial Impact Monitoring and Vulnerability Assessment 2018ำ ຫຼື ແປເປັນພາສາລາວວ່າ าການຕິດຕາມຜົນກະທົບດ້ານສິ່ງແວດລ້ອມ ແລະ ການປະເມີນຄວາມສ່ຽງ ໃນປີ 2018 (ບົດລາຍງານ SIMVA) ເຊິ່ງໄດ້ຄົ້ນພົບວ່າ ບັນດາຄົວເຮືອນຕ່າງໆຍັງສືບຕໍ່ເພິ່ງພາແຫຼ່ງຊັບພະຍາກອນນໍ້າ ທີ່ກໍາລັງຕົກຢູ່ພາຍໃຕ້ຄວາມກົດດັນເພີ້ມຂຶ້ນເລື້ອຍໆ.

ທ່ານ ດຣ. ອັນ ພິສ ຮັດດາ, ຫົວໜ້າກອງເລຂາ ຄມສ. ໄດ້ກ່າວວ່າ: ຈາກບົດລາຍງານດັ່ງກ່າວນີ້ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພັດທະນາຢ່າງມີຄວາມຮັບຜິດຊອບ, ການຮັກສາສົມດຸນລະຫ່ວາງຜົນປະໂຫຍດລະດັບພາກພື້ນ ແລະ ລະດັບປະເທດ ແລະ ການຮ່ວມມືລະດັບພາກພື້ນທີ່ໜັກແໜ້ນຂຶ້ນກວ່າ  ເພື່ອປົກປ້ອງແມ່ນໍ້າຂອງ ແລະ ຊັບພະຍາກອນທີ່ກ່ຽວຂ້ອງ 

ບົດລາຍງານທັງສອງສະບັບນີ້ ໄດ້ແນະນໍາໃຫ້ປົກປ້ອງປະຊາກອນປາ ເພື່ອຮັບປະກັນດ້ານການສະໜອງອາຫານໃຫ້ ປະຊາຊົນຫຼາຍລ້ານຄົນທີ່ອາໄສຢູ່ໃນອ່າງແມ່ນໍ້າຂອງຕອນລຸ່ມ ແລະ ເພື່ອປົກປ້ອງບໍ່ໃຫ້ ລາຍຮັບຂອງຄົວເຮືອນ ຫຼຸດລົງຕື່ມອີກ. ໂດຍອີງຕາມບົດລາຍງານ SIMVA ໃນປີ 2018 ນັ້ນ, 35% ຂອງຈໍານວນ 2.800 ຄົວເຮືອນ ທີ່ໄດ້ດໍາເນີນການສໍາຫຼວດນັ້ນ ໄດ້ເວົ້າວ່າ ລາຍຮັບຂອງພວກເຂົາຫຼຸດລົງ, 32% ເວົ້າວ່າ ຍັງຄືເກົ່າ ແລະ ມີພຽງແຕ່ 26% ທີ່ເວົ້າວ່າ ລາຍຮັບຂອງພວກເຂົາ ເພີ່ມຂຶ້ນໜ້ອຍໜຶ່ງ, ສ່ວນວ່າ 6% ໄດ້ໃຫ້ຮູ້ວ່າ ລາຍຮັບຂອງພວກເຂົາ ເພີ່ມຂຶ້ນຫຼາຍ ເມື່ອທຽບກັບ ປີ 2013..

ການປ່ຽນແປງຢ່າງຮຸນແຮງ ທາງດ້ານ ແຫຼ່ງຊັບພະຍາກອນນໍ້າ ເຊິ່ງຮວມທັງດ້ານກະສິກໍາ, ການລ້ຽງສັດນໍ້າ, ປາ, ສັດ ແລະ ພືດໃນນໍ້າອື່ນໆ ແມ່ນກຳລັງສົ່ງຜົນກະທົບຕໍ່ລາຍຮັບຂອງຄົວເຮືອນ, ເຊິ່ງຄົວເຮືອນ ປະມານ 22% ໄດ້ລາຍງານໃຫ້ຮູ້ວ່າ ພວກເຂົາໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວນີ້.

ບົດສຶກສາໃນຄັ້ງນີ້ ໄດ້ຮຽກຮ້ອງບັນດາລັດຖະບານ 4 ປະເທດສະມາຊິກ ຄມສ ໃຫ້ບັງຄັບໃຊ້ບັນດາກົດໝາຍແຫ່ງຊາດ ວ່າດ້ວຍການປະມົງ ແລະ ຮ່ວມກັນຈັດຕັ້ງປະຕິບັດ ຍຸດທະສາດຄຸ້ມຄອງ ແລະ ພັດທະນາ ການປະມົງ ທົ່ວທັງອ່າງແມ່ນໍ້າຂອງ (Mekong Basin-wide Fisheries Management and Development Strategy) ເພື່ອຟື້ນຟູຊຸມຊົນຊາວປະມົງທຸກຍາກ. ນອກຈາກນີ້ ຍັງໄດ້ສະເໜີໃຫ້ເຊື່ອມສານເອົາບັນດາແຜນຄຸ້ມຄອງແມ່ນໍ້າຕ່າງໆ ເພື່ອແກ້ໄຂຄວາມສ່ຽງຈາກການພັດທະນາເຂື່ອນໄຟຟ້າທີ່ກໍາລັງເພີ້ມຂຶ້ນ.

ໃນໄລຍະປີ 2015-2018 ທີ່ຜ່ານມານີ້, ບ້ານທີ່ເກັບຕົວຢ່າງມາ ມີປະມານ 62% ໄດ້ປະສົບກັບການສູນເສຍ ແລະ ຄວາມເສຍຫາຍຈາກນໍ້າຖ້ວມ. ປະເທດໄທ ມີອັດຕາສ່ວນສູງສຸດເຖິງ 80%, ສ່ວນປະເທດຫວຽດນາມ ມີອັດຕາສ່ວນຕໍ່າສຸດ ຢູ່ທີ 42%. ບ້ານຈໍານວນ 25% ເວົ້າວ່າ ຜົນກະທົບຈາກນໍ້າຖ້ວມ ຮຸນແຮງຂຶ້ນຫຼາຍ ແລະ ບ້ານຈໍານວນ 25% ຂອງຈໍານວນບ້ານທີ່ໄດ້ລາຍງານເຖິງຜົນກະທົບເຫຼົ່ານີ້ ແມ່ນໜັກໜ່ວງຫຼາຍ ໃນໄລຍະ 12 ເດືອນຜ່ານມາ ທຽບກັບປີຜ່ານໆມາ. ເມື່ອທຽບກັບການສໍາຫຼວດໃນປີ 2014 ເຫັນວ່າການສູນເສຍ ແລະ ຄວາມເສຍຫາຍຈາກ ຜົນກະທົບຕົ້ນຕໍດ້ານສະພາບອາກາດໂດຍສະເພາະແມ່ນ ໄພນໍ້າຖ້ວມນັ້ນແມ່ນໄດ້ເພີ້ມຂຶ້ນຫຼາຍ.

ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ກໍ່ເປັນປັດໄຈສໍາຄັນອັນໜຶ່ງທີ່ຊໍ້າຕື່ມຄວາມສ່ຽງໃນສັງຄົມ. ພາລະບົດບາດຍິງ-ຊາຍແບບດັ້ງເດີມ ຍັງມີແຜ່ຫຼາຍໃນຫຼາຍຂົງເຂດ ຕາມລະບຽງຂອງອ່າງແມ່ນໍ້າຂອງຕອນລຸ່ມ ເຊິ່ງເຫັນໄດ້ໃນ ຄວາມແຕກໂຕນກັນຫຼາຍໃນທາງດ້ານການຈ້າງແຮງງານ ແລະ ການຈ່າຍຄ່າແຮງງານ ລະຫວ່າງ ຍິງ ແລະ ຊາຍ. ຄອບຄົວທີ່ເພດຍິງເປັນຫົວໜ້າຄອບຄົວນັ້ນ ແມ່ນມີຄວາມສ່ຽງໄພເປັນພິເສດ ຍ້ອນວ່າ ພວກເຂົາຍັງເປັນແມ່ລ້ຽງດ່ຽວນຳອີກ. ການສໍາຫຼວດໃນຄັ້ງນີ້ ໄດ້ພົບວ່າຄົວເຮືອນ 19% ແມ່ນມີຜູ້ຍິງເປັນຫົວໜ້າຄອບຄົວ ແລະ 81% ແມ່ນຜູ້ຊາຍເປັນຫົວໜ້າຄອບຄົວ. ສປປ ລາວ ແລະ ຫວຽດນາມ ມີອັດຕາສ່ວນຕໍ່າສຸດທີ່ຜູ້ຍິງເປັນຫົວໜ້າຄອບຄົວ ເຊິ່ງຢູ່ທີ່ 13%, ສ່ວນປະເທດໄທ ແມ່ນຢູ່ທີ 27% ເຊິ່ງເປັນອັດຕາທີ່ສູງສຸດ.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...