ລາວກຽມພ້ອມສຳລັບການປິ່ນປົວຜູ້ຕິດເຊື້ອໂຄວິດທີ່ບໍ່ມີອາການດູແລຕົນເອງຢູ່ເຮືອນໄດ້ ຫາກຜູ້ປ່ວຍເພີ່ມຫຼາຍຂຶ້ນ

ຄະນະສະເພາະກິດກຳລັງວາງແຜນເພື່ອກຽມຄວາມພ້ອມ, ຂໍ້ແນະນໍາໃນການປິ່ນປົວສະເພາະບຸກຄົນຕິດເຊື້ອທີ່ບໍ່ມີອາການ ແລະ ຕິດຕາມຜູ້ຕິດເຊື້ອທີ່ມີຄວາມສາມາດດູແລຕົນເອງຢູ່ເຮືອນ ຫຼື ໂຮງແຮມ ຖ້າຫາກມີຜູ້ປ່ວຍໂຄວິດເພີ່ມຫຼາຍຂຶ້ນ.

ທ່ານ ຄຳໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກໄດ້ກ່າວໃນໂອກາດຖະແຫຼງຂ່າວມື້ວານນີ້ວ່າ: ຄະນະສະເພາະກິດໄດ້ຮ່ວມມືກັບຄູ່ຮ່ວມງານສາກົນ ເຊັ່ນ ອົງການອະນາໄມໂລກ ແລະຄູ່ຮ່ວມພັດທະນາອື່ນໆ ເພື່ອກະກຽມຄວາມພ້ອມ, ຂໍ້ແນະນໍາໃນການປິ່ນປົວສະເພາະບຸກຄົນຕິດເຊື້ອທີ່ບໍ່ມີອາການ ແລະຕິດຕາມຜູ້ຕິດເຊື້ອທີ່ມີຄວາມສາມາດດູແລຕົນເອງຢູ່ເຮືອນ ຫຼື ໂຮງແຮມ ຖ້າຫາກວ່າສະພາບການລະບາດໃນປະເທດເຮົາຍັງມີທ່າອ່ຽງສູງຂຶ້ນ ແລະພວກເຮົາຈະຕ້ອງໄດ້ຮັກສາໂຮງໝໍໄວ້ສຳລັບປິ່ນປົວກໍລະນີຄົນເຈັບໜັກ.

ທ່ານ ຄຳໃສ ເດດລືໄຊ ກ່າວຕື່ມວ່າ: ເຖິງແມ່ນຈຳນວນຜູ້ຕິດເຊື້ອໂຄວິດ-19 ຈະເພີ່ມຫຼາຍຂື້ນໃນປັດຈຸບັນ ແຕ່ສະຖານທີ່ປິ່ນປົວຍັງມີພຽງພໍຕໍ່ການຮັບຄົນເຈັບເຂົ້າມາປິ່ນປົວ ເຊິ່ງທາງຄະນະສະເພາະກິດ ກໍມີຄວາມພະຍາຍາມຈັດສັນສະຖານທີ່ເພິ່ມເຕີມ ໂດຍໄດ້ເປີດໂຮງໝໍສະໜາມອີກ 1 ແຫ່ງ ເອີ້ນວ່າ ໂຮງໝໍສະໜາມດາວເຮືອງ (ບໍລິເວນຂົວມິດຕະພາບ) ຊຶ່ງສາມາດຮອງຮັບຜູ້ຕິດເຊື້ອໄດ້ເຖິງ 800 ຄົນ. ນອກຈາກນັ້ນ ຍັງໄດ້ກະກຽມສະຖານທີ່ອື່ນເພີ່ມເຕີມ ເຊັ່ນ: ສູນກິລາຫຼັກ 16 ແລະ ໂຮງຮຽນຝຶກອາຊີບຄົນພິການສີເກີດ ເຊິ່ງຄາດວ່າຈະຮອງຮັບໄດ້ອີກ 600 ຄົນ ແລະສະຖານທີ່ອື່ນໆ.