ລາຍງານຜູ້ເສຍຊີວິດໃໝ່ 1 ຄົນ ຢູ່ເມືອງໂພນໂຮງ ແລະ ຕິດເຊື້ອໃນຊຸມຊົນ ວັນທີ 29 ກັນຍາ 2021

0
2289

ສະພາບການການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາ ໃນປັດຈຸບັນເຫັນວ່າ ມີຕົວເລກການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ, ໃນມື້ວານນີ້ ວັນທີ 28 ກັນຍາ 2011 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,075 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 547 ຄົນ (ຊຸມຊົນ 535 ຄົນ, ເດີນທາງມາຈາກຕ່າງປະເທດ 12 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປັດຈຸບັນ ແມ່ນ 23,488 ຄົນ, ເສຍຊີວິດສະສົມ 17 (1ໃໝ່) ຍັງສືບຕໍ່ປິ່ນປົວ 4,766 ຄົນ. ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີການເສຍຊີວິດໃໝ່ 1 ຄົນແມ່ນ: ເພດຍິງ 57 ປີ ອາຊີບ ປະຊາຊົນ ບ້ານ ໂພນໂຮງ, ເມືອງໂພນໂຮງ ແຂວງວຽງຈັນ, ຜູ້ກ່ຽວຕິດເຊື້ອຈາກການໄປເພາະທານບ້ານໂພນຫໍທີ່ມີລາຍງານການຕິດເຊື້ອມາກ່ອນ

– ວັນທີ່ເລີ່ມເຈັບ ວັນທີ່ 26 ກັນຍາ 2021 ໃນເບື້ອງຕົ້ນ ບໍ່ມີອາການຮ້າຍແຮງ ແຕ່ຜູ້ກ່ຽວມີພະຍາດປະຈໍາໂຕ ເປັນເບົາຫວານ ແລະ ຕັງຊົງ – ວັນທີ່ 27 ກັນຍາ 2001 ພາຍຫຼັງກວດພົບເຊື້ອໄດ້ໄປປິ່ນປົວຢູ່ໂຮງຫມໍພາກສະຫນາມ ແຂວງ ແລະ ຕໍ່ມາອາການຫາຍໃຈຍາກ ແລະ ໄດ້ໃສ່ທໍ່ຊ່ວຍຫາຍໃຈແຕ່ອາການຂອງ ຜູ້ກ່ຽວບໍ່ດີຂື້ນ
– ວັນທີ່ 28 ກັນຍາ 2001 ຜູ້ກ່ຽວບໍ່ຕອບສະຫນອງ ແລະ ເສຍຊີວິດໃນເວລາຕໍ່ມາ , ທາງ
ແຂວງໄດ້ເຮັດພິທີສົ່ງສະການມ້ຽນສົບຕາມລະບຽບການ.

ຂໍ້ມູນໂດຍຫຍໍ້ ການຕິດເຊື້ອໃນຊຸມຊົນມີຈໍານວນ 535 ຄົນ ຄື:
1. ນະຄອນຫຼວງ 173 ຄົນ, ລາຍລະອຽດມີດັ່ງນີ້:

– ພະນັກງານໂຮງງານ Trio 52 ຄົນ
– ພະນັກງານໂຮງງານ Alpilao 4 ຄົນ.

– ໂຮງງານເຄມີ 1 ຄົນ

– ໂຮງງານຊໍາເກດ (ດຽບວູ) 1 ຄົນ

– ພະນັກງານໂຮງຫມໍມິດຕະພາບ 1 ຄົນ

– ພະນັກງານທະຫານ, ຕໍາຫຼວດ 9 ຄົນ (ຕໍາຫຼວດ 3 ແລະ ທະຫານ 6)

– ແມ່ຄ້າພໍ່ຄ້າຕະຫຼາດ 18 ຄົນ (ຕະຫຼາດອົດຊີ 7, ທົ່ງຂັນຄໍາ 4)

– ຜູ້ສໍາຜັດກັບຄົນຕິດເຊື້ອຜ່ານມາ 51 ຄົນ

– ທີມງານກໍາລັງສັງລວມເອົາຂໍ້ມູນເພີ່ມເຕີມ 36 ຄົນ

2. ຄໍາມ່ວນ 141 ຄົນ:
– ແຂວງ 15 ຄົນ (ບໍລິສັດໄຄຢວນ 9 ຄົນ ແລະ ຊຸມຊົນທົ່ວໄປ 6 ຄົນ)

– ເມືອງທ່າແຂກ 116 ຄົນ

– ເມືອງ ຫີນບູນ 1 ຄົນ
-ເມືອງຫນອງບົກ 3 ຄົນ

– ເມືອງ ຍົມມະລາດ1 ຄົນ

– ເມືອງເຊບັ້ງໄຟ1 ຄົນ

– ເມືອງ ໄຊບົວທອງ1 ຄົນ

– ເມືອງ ມະຫາໄຊ 1 ຄົນ

3. ຈໍາປາສັກ 61 ຄົນ:

– ນະຄອນປາກເຊ 17 ຄົນ
– ເມືອງບາຈຽງ 28 ຄົນ (ກໍາມະກອນໂຮງງານດັກລັກ 8 ຄົນ, ບໍລິສັດສະຫວັນນາລີ 3 ຄົນ, ຫ້ວຍລືສີ 17 ຄົນ)

– ເມືອງປະທຸມພອນ 15 ຄົນ
– ເມືອງປາກຊ່ອງ 1 ຄົນ

4.ສະຫວັນນະເຂດ 50 ຄົນ:

– ທະຫານຄ້າຍ 644 ບ້ານຈະເລີນສຸກ ເມືອງ ອຸທຸມພອນ ມີ 30 ຄົນ

– ບ້ານໂພໄຊ ນະຄອນໄກສອນ 3 ຄົນ

– ບ້ານຈະເລີນສຸກ ເມືອງອຸທຸມພອນ 1 ຄົນ , ເປັນພະນັກງານແພດ

– ບ້ານໄຊມຸງຄຸນ ເມືອງປະທຸມພອນ 1 ຄົນ , ເປັນພະນັກງານແພດອາສາ ທັງຫມົດເປັນຜູ້ສໍາຜັດກັບຜູ້ຕິດເຊື້ອຜ່ານມາ

5. ຫຼວງພະບາງ 49 ຄົນ:

– ເມືອງງອຍ 43 ຄົນ (ບ້ານຫນອງຂຽວ 27 ຄົນ ໃນນີ້ມີພະນັກງານແພດ 1 ຄົນ ແລະ ນັກສຶກສາແພດ 1 ຄົນ) ພົວພັນກັບຜູ້ຕິດເຊື້ອຜ່ານມາ

– ເມືອງຊຽງເງິນ ບ້ານປາກຂັ້ນ 2 ຄົນ

– ເມືອງນ້ໍາບາກ ບ້ານນໍ້າຖ້ວມໃຕ້ 1 ຄົນ

– ເມືອງນານ ບ້ານ ປ່າໃຜ 1 ຄົນ

6.ແຂວງວຽງຈັນ 19 ຄົນ:

– ເມືອງວຽງຄໍາ ມີ 10 ຄົນ

– ເມືອງແກ້ວອຸດົມ 3 ຄົນ

– ເມືອງຫມື່ນ 3 ຄົນ

– ເມືອງໂພນໂຮງ 2 ຄົນ

7.ສາລະວັນ 15 ຄົນ:

– ບ້ານນາໂດນ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ

– ບ້ານຫັກສອງ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ

– ບ້ານ ໂພນແກ້ວ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ

8.ບໍ່ແກ້ວ 11 ຄົນ: ທັງຫມົດເປັນຄົນລາວ 7 ຄົນ ແລະ ຄົນຈີນ 3 ຄົນ

– ຈາກບ້ານພຽງງາມເມືອງຕົ້ນຜີ້ງ 9 ຄົນ

– ຈາກບ້ານດອນມຸນ 1 ຄົນ
– ເຂດເສດຖະກິດພິເສດ 1 ຄົນ

9.ບໍລິຄໍາໄຊ 6 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

10.ໄຊສົມບູນ 4 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

11. ອັດຕະປື 2 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

12. ເຊກອງ 2 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

13. ຫຼວງນ້ໍາທາ 1 ຄົນ: ຄົນຈີນທີ່ລັກລອບເຂົ້າເມືອງ

14. ຊຽງຂວາງ 1 ຄົນ: ເປັນພະນັກງານງານເຄື່ອນໄຟ້ານ້ໍາງຽບ ບ້ານສົບຂາມ ເມືອງຜາໄຊ

ສໍາລັບຜູ້ຕິດເຊື້ອໃນຊຸມຊົນເຫຼົ່ານີ້ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນ ຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ (ດັ່ງນັ້ນໃຫ້ຖືສໍາຄັນໃນເວລາທີ່ໄປກວດ ຕົວຢ່າງຕ້ອງແຈ້ງເບີໂທລະ ສັບທີ່ໃຊ້ເປັນປະຈໍາໃຫ້ແພດໝໍຢູ່ບ່ອນເກັບຕົວຢ່າງ ເພື່ອສາມາດຕິດຕໍ່ຫາ ທ່ານໂດຍທັນທີ ຖ້າຫາກຜົນກວດ ເປັນບວກ)

ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 12 ຄົນ ຄື: ນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 3, ສາລະວັນ 3 ຄົນ, ຈໍາປາສັກ 5 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີ ການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດທຸກຢ່າງເປັນບວກຜູ້ກ່ຽວໄດ້ຖືກນໍາສົ່ງໄປປິ່ນປັວຢູ່ສະຖານທີ່ປິ່ນປັວ ທີ່ແຂວງໄດ້ກໍານົດໄວ້ເປັນສະຖານທີ່ປິ່ນປັວທີ່ຕິດເຊື້ອ