spot_img
Homeຂ່າວໂຄວິດ-19ທາມລາຍຜູ້ຕິດເຊື້ອໃນຊຸມຊົນ ວັນທີ 24 ກັນຍາ 2021

ທາມລາຍຜູ້ຕິດເຊື້ອໃນຊຸມຊົນ ວັນທີ 24 ກັນຍາ 2021

Published on

ຕາມການລາຍງານຜູ້ຕິດເຊື້ອໃໝ່ຂອງຄະນະສະເພາະກິດ ປະຈໍາວັນທີ 24 ກັນຍາ 2021 ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 10 ຄົນ, ສະຫວັນນະເຂດ 10 ຄົນ, ຈໍາປາສັກ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ.

*ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 406 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 229 ຄົນ:
– ພະນັກງານບໍລິສັດ Trio 141 ຄົນ
– ພະນັກງານບໍລິສັດ Venture 51 ຄົນ
– ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ)
– ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ
– ທະຫານຕຳຫຼວດ 2 ຄົນ
– ບໍລິສັດໄອນິວ 1 ຄົນ
– ບໍລິສັດໂນວາອາໄຫຼ 1 ຄົນ
– ຕະຫຼາດທ່າງອນ 6 ຄົນ
– ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່)
– ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ)
– ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ

2. ຄຳມ່ວນ 69 ຄົນ: ຊື່ງມາຈາກບໍລິສັດຄາຍຢວນ 64 ຄົນ ຄື:
– ​ທ່າແຂກ 46 ຄົນ, ນາກາຍ 1 ຄົນ, ມະຫາໄຊ 4 ຄົນ, ເຊບັ້ງໄຟ 2 ຄົນ, ໄຊບົວທອງ 4 ຄົນ ແລະ ຍົມມະລາດ 12 ຄົນ

3. ແຂວງວຽງຈັນ 49 ຄົນ:
– ​ເມືອງ ໂພນໂຮງ (ບ້ານ ໂພນຫໍ, ໂພນງາມ, ໂພນແກ້ວ, ນາຊູ)
– ​ເມືອງໝື່ນ 10 ຄົນ ກ່ຽວຂ້ອງກັບ ເຮືອນດີ

4. ຈໍາປາສັກ 28 ຄົນ:
– ເມືອງ ບາຈຽງ 14 ຄົນ (ນິຄົມ ສວນຢາງ ບ້ານໜອງກອກ ແລະ ນິຄົມ ດາກລັກ ບ້ານໜອງນ້ຳຂາວ)
– ​ເມືອງປະທຸມພອນ 01 ຄົນ (ບ້ານໜອງເພາະ)
– ​ນະຄອນປາກເຊ 12 ຄົນ (ຫ້ວຍຍາງຄຳໃຕ້, ສາງນັ້ນມັນ, ໂຊກອຳນວຍທົ່ງ, ໂນນດູ່, ພະບາດ ແລະ ໂນນສະຫວ່າງ)

5. ຫຼວງພະບາງ 12 ຄົນ: ຈາກ ບ້ານໂພນໄຊ, ເມືອງນານ

6. ບໍ່ແກ້ວ 6 ຄົນ:
– ຈາກ ເຂດເສດຖະກິດ ພິເສດ 04 ຄົນ
– ບ້ານຄ້ວານ,​ ເມືອງ ຕົ້ນເຜີ້ງ 02 ຄົນ

7. ສະຫວັນນະເຂດ 3 ຄົນ:
– ຜູ້ທີ 1 ນັກສຶກສາແພດ, ບ້ານດົງດໍາດວນ, ນະຄອນໄກສອນ
– ຜູ້ທີ 2 ອາຊີບ ຊິບປີ້ງ, ບ້ານເຊໂນ, ເມືອງອຸທຸມພອນ
– ຜູ້ທີ 3​ ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ຢູ່ບ້ານວົງພັນສີ

8. ອັດຕະປື 4 ຄົນ
– ເມືອງ ສາມັກຄີໄຊ 03 ຄົນ (ບ້ານ ສາມັກຄີໄຊ, ບ້ານ ເຊຂະໜາມ ແລະ ບ້ານ ໂພນສະຫວ່າງ)
– ບ້ານ ໄຊສີ, ເມືອງ ໄຊເສດຖາ 01 ຄົນ

9. ສາລະວັນ 3 ຄົນ:
– ບ້ານໂພນແກ້ວ, ເມືອງສາລະວັນ 02 ຄົນ ( 1 ຄົນ ເປັນພະນັກງານແພດ ເຮັດວຽກ ຢູ່ພະແນກກາຍະບໍາບັດຂອງໂຮງໝໍແຂວງສາລະວັນ)
– ອີກ 01 ແມ່ນ ພະນັກງານ ການຄ້າເມືອງສາລະວັນ (ສາມີ-ພັນລະຍາ)

10. ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ)

11. ອຸດົມໄຊ 1 ຄົນ (ລາຍລະອຽດພາຍຫຼັງ)

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,080 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,508 ຄົນ.

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...