spot_img
Homeຂ່າວຕ່າງປະເທດເຮືອດຳນໍ້ານິວເຄຼຍຂອງອົດສະຕາລີຖືກຫ້າມບໍ່ໃຫ້ເຂົ້າເຂດນ່ານນໍ້ານິວຊີແລນ

ເຮືອດຳນໍ້ານິວເຄຼຍຂອງອົດສະຕາລີຖືກຫ້າມບໍ່ໃຫ້ເຂົ້າເຂດນ່ານນໍ້ານິວຊີແລນ

Published on

ເວັບໄຊ News ລາຍງານ: ເຮືອດຳນໍ້ານິວເຄຼຍຂອງອົດສະຕາລີ ສາມາດເດີນທາງໄດ້ໃນໄລຍະໄກໂດຍບໍ່ຈຳເປັນຕ້ອງເຂົ້າຈອດທຽບທ່າ ແຕ່ມີຈຸດດຽວທີ່ພວກເຂົາບໍ່ສາມາດຜ່ານເຂົ້າໄປໄດ້ນັ້ນກໍຄື ເຂດນ່ານນໍ້າຂອງນິວຊີແລນ ເຊິ່ງເປັນປະເທດປອດນິວເຄຼຍມາແຕ່ປີ 1980 ແລະກົດຫ້າມກໍຍັງເປັນກົດຫ້າມຄືເກົ່າບໍ່ປ່ຽນແປງ.

ທ່ານ ນາງ ຈາຊິນດາ ອາຣ໌ເດີນ, ນາຍົກລັດຖະມົນຕີນິວຊີແລນ ກ່າວວ່າ: ຈຸດຢືນຂອງນິວຊີແລນກ່ຽວກັບການສັ່ງຫ້າມເຮືອພະລັງງານນິວເຄຼຍເຂົ້າເຂດດ່ານນໍ້າຂອງປະເທດຍັງຢູ່ຈຸດເດີມບໍ່ປ່ຽນແປງ ເນື່ອງຈາກນິວຊີແລນເປັນປະເທດສຳຄັນທີ່ສຸດໃນມະຫາສະໝຸດປາຊີຟິກ ແລະ ລັດຖະບານກໍໄດ້ຫຼິງເຫັນຄວາມສຳຄັນຂອງການພັດທະນາດ້ານນະໂຍບາຍຕ່າງປະເທດທີ່ກ່ຽວຂ້ອງທາງຜົນປະໂຫຍດຂອງພາກພື້ນ.

ນາຍົກລັດຖະມົນຕີນິວຊີແລນ ກ່າວຕື່ມວ່າ ເຖິງແມ່ນເຂດແດນຂອງນິວຊີແລນບໍ່ສາມາດຕ້ອນຮັບເຮືອດຳນໍ້າລຳໃໝ່ຂອງອົດສະຕາລີໄດ້ ແຕ່ກໍສະແດງຄວາມຍິນດີຕໍ່ຂໍ້ຕົກລົງໃໝ່ອັນສຳຄັນ ທີ່ຈະເຮັດໃຫ້ອົດສະຕາລີສາມາດເຮັດວຽກຮ່ວມກັບສະຫະລັດ ລວມທັງສະຫະຣາຊະອານາຈັກ ແລະ ເຖິງແມ່ນວ່າ ນິວຊີແລນບໍ່ໄດ້ເປັນສ່ວນໜຶ່ງໃນຂໍ້ຕົກລົງເຮືອດຳນໍ້ານິວເຄຼຍ ແຕ່ຄວາມສຳພັນດ້ານຄວາມໝັ້ນຄົງລະຫວ່າງນິວຊີແລນກັບສາມປະເທດກໍຍັງບໍ່ປ່ຽນແປງ ເພາະທັງສີ່ປະເທດລ້ວນແຕ່ເປັນສະມາຊິກຂອງພັນທະມິດ Five Eyes ຮ່ວມກັບການາດາ.

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...