VMware ຈັບມື GDMS ສົ່ງເສີມທຸລະກິດລາວລໍ້າໜ້າດ້ວຍລະບົບ Cloud ແລະ ຊ່ວຍການປ່ຽນຜ່ານໄປສູ່ອົງກອນແບບດິຈິຕອນ

0
2417

ການມີຜູ້ໃຫ້ບໍລິການລະບົບ Cloud ຈາກ VMware ລາຍທໍາອິດຂອງລາວ ຈະຊ່ວຍໃຫ້ອົງກອນທຸລະກິດຂອງລາວ ສາມາດໃຊ້ໂອກາດນີ້ສ້າງນະວັດຕະກຳໃຫມ່ທາງທຸລະກິດ ແລະປັບຕົວໃຫ້ທັນຕໍ່ການປ່ຽນແປງເພື່ອກ້າວໄປສູ່ເສດຖະກິດຍຸກດິຈິຕອນ

ສປປ ລາວ – ວັນທີ 22 ເດືອນກໍລະກົດ 2021–ບໍລິສັດ VMware, Inc ຜູ້ນໍາລະດັບໂລກດ້ານຊ໋ອບແວຣ໌ສຳລັບອົງກອນໄດ້ເປີດເຜີຍວ່າ ໃນມື້ນີ້ ທາງ Global Digital Management Solutions (GDMS) ຊຶ່ງເປັນຜູ້ໃຫ້ບໍລິການລະບົບ Cloud ແລະ ລະບົບໄອທີ ຈະເປັນຜູ້ໃຫ້ບໍລິການເຈົ້າທຳອິດທີ່ນຳສະເໜີລະບົບປະມວນຜົນທັງແບບ Public Cloud ແລະ ແບບ Hybrid Cloud ຈາກ VMware Cloud ໃນ ສປປ ລາວ

ໂດຍການທີ່ GDMS ຮ່ວມເປັນສ່ວນໜຶ່ງຂອງຜູ້ໃຫ້ບໍລິການ Cloud ຂອງ VMware (VCPP: VMware Cloud Provider Program) ຈະເຮັດໃຫ້ GDMS ສາມາດຊ່ວຍເພີ່ມສັກກະຍະພາບໃຫ້ກັບອົງກອນລາວໄດ້ ຍົກລະດັບໂຄງສ້າງພື້ນຖານດ້ານໄອທີທີ່ມີຢູ່ແລ້ວ ໃຫ້ກ້າວໄປສູ່ໂລກຍຸກໃຫມ່ຕະຫຼອດຈົນເຖິງ ຊ່ວຍເພີ່ມຄວາມໄວຂອງລະບົບ ຊ່ວຍໃຫ້ລະບົບສາມາດຂະຫຍາຍຕົວໄດ້ ແລະ ຊ່ວຍໃຫ້ອົງກອນເຂົ້າສູ່ຕະຫຼາດທີ່ໃຫ້ຄວາມສຳຄັນກັບສະພາບແວດລ້ອມແບບດິຈິຕອນກ່ອນສິ່ງອື່ນ (Digital First Environment) ໄດ້ຢ່າງໄວວາ

ທັງນີ້, ໃນຊ່ວງລະຫວ່າງປີ 2020-2021 ເສດຖະກິດດິຈິຕອນຂອງລາວມີທ່າອ່ຽງວ່າ ຈະປັບໂຕສູງຂຶ້ນ ໂດຍມີຈຳນວນຜູ້ໃຊ້ງານໃນລະບົບດິຈິຕອນເພີ່ມຂຶ້ນ 468 ພັນຄົນ ຫຼື ຄິດເປັນອັດຕາການເຕີບໂຕ 15% ແຕ່ເນື່ອງຈາກການລະບາດຂອງໂຄວິດ-19 ໃນປີ 2020 ເຮັດໃຫ້ອົງກອນທຸລະກິດໃນລະດັບທ້ອງຖິ່ນ ທີ່ຂາດຄວາມຊຳນານໃນດ້ານທຸລະກິດ ການຫາແຫຼ່ງທຶນ ແລະ ການໃຊ້ເຄື່ອງມືທາງທຸລະກິດ ປະສົບບັນຫາໃນການເອົາຊະນະຄວາມທ້າທາຍທາງທຸລະກິດຄັ້ງນີ້ໃຫ້ຜ່ານພົ້ນໄປໄດ້ ໂດຍຈາກການສຳຫຼວດຂອງ ສະພາອຸດສາຫະກຳ ແລະ ການຄ້າລາວ (Lao National Chamber of Commerce and Industry) ລະບຸວ່າ 36% ຂອງຫົວໜ່ວຍທຸລະກິດໃນລາວ ມີຄວາມສ່ຽງທີ່ຈະຕ້ອງໂຈະການເຮັດທຸລະກິດຢ່າງຖາວອນ ດັ່ງນັ້ນ, ການຮ່ວມມືລະຫວ່າງ VMware ແລະ GDMS ຄັ້ງນີ້ ຈະຊ່ວຍໃຫ້ອົງກອນທີ່ກຳລັງຊອກຫາແນວທາງກ້າວຕໍ່ໄປຂ້າງໜ້າ ໄດ້ໃຊ້ປະໂຫຍດຈາກເຕັກໂນໂລຊີ Cloud ເພື່ອຄົ້ນຫາແນວທາງເອົາທຸລະກິດເຂົ້າສູ່ໂລກແຫ່ງດິຈິຕອນໄດ້ ແລະ ມີຄວາມປອດໄພຫຼາຍຂຶ້ນ ໃນຄ່າໃຊ້ຈ່າຍທີ່ຫຼຸດລົງ

ດ້ວຍຄວາມສາມາດຂອງລະບົບ Cloud ແບບ Hybrid ຂອງ VMware ທີ່ມີຊື່ສຽງລະດັບໂລກ, GDMS ຈະສາມາດຊ່ວຍໃຫ້ອົງກອນທີ່ຈັດຢູ່ໃນອຸດສາຫະກໍາພາຍໃນປະເທດ ເຊັ່ນ: ການຄ້າຍ່ອຍ ການໃຫ້ບໍລິການຂົນສົ່ງ ການໃຫ້ບໍລິການດ້ານການເງິນ ແລະ ໜ່ວຍງານພາກລັດປັບປ່ຽນລະບົບໄອທີ ທີ່ມີຢູ່ ໃຫ້ມີຄວາມທັນສະໄໝຂຶ້ນໄດ້ຢ່າງໄວວາກ່ວາເກົ່າ ໂດຍເພີ່ມປະສິດທິພາບໃຫ້ລະບົບໄອທີໄດ້ທັງຄວາມໄວ ຄວາມປອດໄພ ການຂະຫຍາຍລະບົບ ແລະຄວາມຊຳນານໃນການໃຊ້ງານ ຂອງລະບົບໂຄງສ້າງພື້ນຖານທາງໄອທີທີ່ມີຢູ່ແລ້ວທີ່ເຊື່ອມໂຍງເຂົ້າກັບລະບົບ Cloud

ນອກຈາກນີ້, ການຮ່ວມມືກັນ ຍັງຊ່ວຍກະຕຸ້ນໃຫ້ອົງກອນປົກຄອງທ້ອງຖິ່ນ ແລະ ອົງກອນພາກເອກະຊົນ ສ້າງນະວັດຕະກຳທາງດິຈິຕອນຂຶ້ນມາໂດຍອາໄສຄວາມສາມາດທີ່ມີຢູ່ໃນລະບົບ Cloud ຂອງ VMware ຊຶ່ງສິ່ງເຫຼົ່ານີ້ ເປັນສິ່ງທີ່ສໍາຄັນຢ່າງຍີ່ງໃນການສ້າງຄວາມກ້າວໜ້າໃຫ້ກັບສະພາບແວດລ້ອມທາງທຸລະກິດ ແລະ ຂອງລາວ ເພື່ອກ້າວໄປສູ່ຂັ້ນຕໍ່ໄປຂອງການປ່ຽນແປງແລະການເຕີບໃຫຍ່ທາງທຸລະກິດ

“ເຕັກໂນໂລຊີ ຄືສິ່ງທີ່ສຳຄັນທີ່ຈະຂັບເຄື່ອນໄປສູ່ອະນາຄົດຂອງລາວ, ໂດຍສະເພາະໃນສະພາວະການແຜ່ລະບາດທີ່ເກີດຂຶ້ນຢູ່ໃນຂະນະນີ້ ຍິ່ງເຮັດໃຫ້ທຸລະກິດຂອງອົງກອນຕ່າງໆ ມີຄວາມຕ້ອງການປັບໂຕໃຫ້ເທົ່າທັນການປ່ຽນແປງຫຼາຍຍິ່ງຂຶ້ນ ດ້ວຍການໃຊ້ລະບົບໄອທີທີ່ຂະຫຍາຍຕົວໄດ້ແລະມີຄວາມປອດໄພ ພ້ອມກັນນັ້ນ ຍັງຈະນຳໄປສູ່ການເກີດສະພາບແວດລ້ອມແບບ Digital-First ໄດ້ໄວຍິ່ງຂຶ້ນ” Nitin Ahuja, General Manager and Country leader, Laos and Emerging Markets ໄດ້ເວົ້າວ່າ “VMware ໃຫ້ຄໍາໝັ້ນສັນຍາໃນການເຮັດວຽກພັນທະມິດຂອງເຮົາແບບ GDMS ໃນຕະຫຼາດທີ່ຈະເກີດຂຶ້ນໃຫມ່ໃນອາຊຽນ ເພື່ອວາງແນວທາງຟຶ້ນຟູອົງກອນທຸລະກິດທັງຫຼາຍ ບໍ່ວ່າຈະນ້ອຍຫຼືໃຫຍ່ ອັນຈະຊ່ວຍປິດຊ່ອງວ່າງທາງດິຈິຕອນ ແລະເກີດສິ່ງທີ່ຈະເກີດໃນຕໍ່ໄປໃນການຟື້ນໂຕແລະເຕີບໂຕຂອງລາວ

ທ່ານ Mathieu Ploton, Chief Technical Officer, GDMS ໄດ້ກ່າວວ່າ ການທີ່ລາວເຕີບໂຕຢ່າງໄວເພື່ອໄປສູ່ໂລກແຫ່ງດິຈິຕອນໃນອະນາຄົດ ລະບົບ Cloud ແລະ ການປ່ຽນຜ່ານໄປເປັນອົງກອນດິຈິຕອນຄືການຕັດສິນໃຈທີ່ຖືກຕ້ອງສຳລັບນັກທຸລະກິດ ຜູ້ທີ່ກຳລັງຫາສະພາບແວດລ້ອມການເຮັດວຽກແບບໃຫມ່ມາໃຊ້ງານ ແລະ ດ້ວຍການນຳສະເໜີລະບົບໄອທີທີ່ປອດໄພ ຂະຫຍາຍໂຕໄດ້ ໃນລາຄາທີ່ເໝາະສົມກັບທຸລະກິດ ເຮົາຫວັງວ່າຈະເຮັດໃຫ້ MSME ໃນລາວ ໄດ້ໃນສິ່ງທີ່ທຸລະກິດຕ້ອງການຢ່າງຮີບດ່ວນ ເພື່ອປັບຕົວໃຫ້ເຂົ້າກັບການປ່ຽນແປງ ແລະ ເປັນກຳລັງສົ່ງເສີມໃຫ້ເກີດການຟຶ້ນຕົວທາງທຸລະກິດຂອງລາວໄດ້

 

ກ່ຽວກັບ VMware

VMware ຄືຜູ້ພັດທະນາລະບົບຊ໋ອບແວຣ໌ລະດັບໂລກ ທີ່ຊ່ວຍເພີ່ມສັກກະຍະພາບໃນໂຄງສ້າງພື້ນຖານແບບດິຈິຕອນທີ່ມີຄວາມຊັບຊ້ອນສູງ ໂດຍຜະລິດຕະພັນຂອງ VMware ອັນໄດ້ແກ່ Cloud, App Modernization, Networking, Security ແລະ Digital Workspace ລ້ວນໄດ້ຮັບການພັດທະນາເພື່ອຊ່ວຍເຫຼືອໃຫ້ລູກຄ້າໃຊ້ງານລະບົບເທິງ cloud ໃດໆ ກໍ່ໄດ້ ໃນອຸປະກອນໃດໆ ກໍ່ໄດ້ ໂດຍທີ່ສຳນັກງານໃຫຍ່ຂອງ VMware ເມືອງ Palo Alto ລັດ California ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະສ້າງສັນສິ່ງດີໆ ຈາກນະວັດຕະກໍາເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ເກີດປະໂຫຍດໃນລະດັບໂລກ

ສຳລັບຂໍ້ມູນເພີ່ມເຕີມເບິ່ງໄດ້ທີ່ : https://www.vmware.com/company.html.

 

Local Media Contact

ບິກບລູເອເຈນຊີ່

ໂທ: +856 21 251 820

ອີເມວ: media@bigblueagency.com

 

Media Contact

Anubha Pandey SEAK Communications,

VMware Phone: +65 9630 5579

Email: anubhap@vmware.com

 

Mathieu Ploton

Chief Technical Officer

Global Digital Management Solutions Co Ltd

Mobile/WhatsApp/Signal: +856 20 59 950 253