spot_img
Homeຂ່າວໂຄວິດ-19ຜູ້ເສຍຊີວິດຈາກໂຄວິດ-19 ຄົນທີ 4

ຜູ້ເສຍຊີວິດຈາກໂຄວິດ-19 ຄົນທີ 4

Published on

ຕາມ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ລາຍງານ ໃຫ້ຮູ້ວ່າ ຕອນແລງວັນທີ 14 ກໍລະກົດ 2021, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄດ້ນຳສົ່ງຜູ້ເສຍຊີວິດຈາກພະຍາດໂຄວິດ-19 ລາຍທີ 4 ເຊິ່ງຜູ້ເສຍຊີວິດເປັນເພດຊາຍ ອາຍຸ 67 ປີ ບ້ານໂນນສະອາດ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເຂົ້າຮັບການປິ່ນປົວແຕ່ວັນທີ 28 ມິຖຸນາ 2021.

ຂໍສະແດງຄວາມເສຍໃຈກັບຄອບຄົວຂອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງເພິ່ນໄປສູ່ສຸຂະຕິ.

ອີງຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດມ ປະຈຳວັນທີ 15 ກໍລະກົດ 2021,ມີຕົວເລກຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 3,092 ຄົນ, ເສຍຊີວິດສະສົມ 4 ຄົນ ( ເສຍຊີວິດໃໝ່ 1 ເປັນເພດຊາຍ, ອາຍຸ 67 ປີ, ມີພະຍາດປະຈຳໂຕ ໝາກໄຂຫຼັງ) ແລະ ກໍາລັງປິ່ນປົວ ທັງໝົດ 708 ຄົນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...