spot_img
Homeຂ່າວຕ່າງປະເທດໄທອະນຸຍາດໃຫ້ນັກທ່ອງທ່ຽວຕ່າງຊາດເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກໂຕ 14 ມື້

ໄທອະນຸຍາດໃຫ້ນັກທ່ອງທ່ຽວຕ່າງຊາດເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກໂຕ 14 ມື້

Published on

ວັນທີ 1 ກໍລະກົດ ປີ 2021 ຢູ່ທີ່ປະເທດໄທ ແຂວງພູເກັດ ໄດ້ເປີດຖ້ຽວບິນໃຫ້ນັກທ່ອງທ່ຽວຕ່າງຊາດ ເຂົ້າມາປະເທດໄດ້ ໂດຍບໍ່ຕ້ອງກັກໂຕ 14 ມື້, ເຊິ່ງເປັນໂຄງການທີ່ມີຊື່ວ່າ Phuket sandbox (ພູເກັດແຊນບ໋ອກ) ແມ່ນແຜນຟື້ນຟູການທ່ອງທ່ຽວໃນປະເທດ ທີ່ອະນຸຍາດໃຫ້ນັກເດີນທາງຕ່າງຊາດທີ່ໄດ້ຮັບວັກຊີນຄົບໂດສແລ້ວ ສາມາດເຂົ້າປະເທດໄທໄດ້ໂດຍບໍ່ຕ້ອງກັກໂຕ.

ພາບຈາກສະໜາມບິນ phuket international airport

ເຊິ່ງຖ້ຽວບິນທໍາອິດ ແມ່ນມີນັກທ່ອງທ່ຽວຈາກຫຼາກຫຼາຍປະເທດເຊັ່ນ ປະເທດອິດສະລະແອນ, ປະເທດສະຫະລັດເອມິເຣດ ແລະ ປະເທດກາຕາ. ມີຈໍານວນທັງໝົດ 249 ຄົນ.

ມາດຕະການແນວທາງປະຕິບັດຂອງນັກທ່ອງທ່ຽວກ່ອນເດີນທາງເຂົ້າມີຄື:

1. ໃຫ້ຫຼີກລ່ຽງພື້ນທີ່ສ່ຽງ ຫຼື ສະຖານທີ່ຄົນເຕົ້າໂຮມຈໍານວນຫຼາຍ ຢ່າງໜ້ອຍ 14 ມື້.

2. ຜູ້ທີ່ເດີນທາງເຂົ້າປະເທດຈະຕ້ອງລົງທະບຽນຢູ່ທີ່ເວັບໄຊ້ທີ່ລາດຊະການກໍານົດ.

3. ໃຫ້ຄັດກອງອາການທາງເດີນຫາຍໃຈ ແລະ ກວດອຸນຫະພູມ ທີ່ທາງເຂົ້າ-ອອກລະຫວ່າງປະເທດ.

ມາດຕະການເມື່ອເດີນທາງມາຮອດ

1. ກວດອາການ ແລະ ດໍາເນີນການກວດຄົນເຂົ້າເມືອງ.

2. ໃຫ້ໃຊ້ລະບົບຕິດຕາມ ຫຼື ຕິດຕັ້ງແອບພິເຄຊັ່ນຕາມທີ່ທາງລາດຊະການກໍານົດ ໂດຍໃຫ້ເປີດລະບົບຕິດຕາມໄວ້ຕະຫຼອດເວລາ.

3. ໃຫ້ເດີນທາງອອກຈາກສະໜາມບິນໄປສະຖານທີ່ພັກໂດຍຫ້າມແວ່ ຫຼື ຢຸດພັກບ່ອນອື່ນກ່ອນຮອດທີ່ພັກ.

4. ໃຫ້ມີການກວດຫາພະຍາດ ໂຄວິດ-19 ໂດຍວິທີ RT-PCR ຢູ່ສະຖານທີ່ທີ່ລາດຊະການກໍານົດໃຫ້ ໂດຍຜູ້ເດີນທາງຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເອງ.

5. ກໍລະນີຜູ້ເດີນທາງໄດ້ຮັບຜົນກວດຢືນຢັນແລ້ວວ່າບໍ່ມີເຊື້ອພະຍາດ ໂຄວິດ-19 ແຕ່ເມື່ອອອກໄປຂ້າງນອກກັບມາແລ້ວ ແມ່ນຕ້ອງລາຍງານໂຕໃຫ້ພະນັກງານຄວບຄຸມພະຍາດທຸກມື້, ໂດຍຫ້າມໄປຢູ່ຄ້າງຄືນບ່ອນອື່ນນອກຈາກສະຖານທີ່ພັກຂອງຕົນ.

6. ກໍລະນີຜູ້ເດີນທາງເຂົ້າມາໜ້ອຍກວ່າ 14 ມື້ ແມ່ນຫ້າມຜູ້ເດີນທາງອອກນອກພື້ນທີ່ແຂວງເດັດຂາດ ແລະ ເມື່ອຄົບກໍານົດມື້ ແມ່ນຜູ້ເດີນທາງຕ້ອງອອກຈາກປະເທດທັນທີ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...