ປະເທດອົດສະຕຣາລີ, ປະເທດເຢຍລະມັນ, ປະເທດສະວິດເຊີແລນ ຈະໃຫ້ການຊ່ວຍເຫຼືອ ມູນຄ່າ ເກືອບ 13 ລ້ານໂດລາສະຫະລັດ ເພື່ອປັບປຸງ ສະພາບການລວມຂອງ ອ່າງແມ່ນໍ້າຂອງ

0
1857

ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 24 ມິຖຸນາ 2021 – ໃນວັນນີ້ ປະເທດອົດສະຕຣາລີ, ປະເທດເຢຍລະມັນ ແລະ ປະເທດສະວິດເຊີແລນ ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະສະໜອງທຶນ ເກືອບຮອດ 13 ລ້ານໂດລາສະຫະລັດ ໃຫ້ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ເພື່ອຊ່ວຍປະເທດກໍາປູເຈຍ, ສປປ ລາວ, ປະເທດໄທ ແລະ ປະເທດຫວຽດນາມ ຕອບໂຕ້ກັບບັນຫາທ້າທາຍ ພ້ອມທັງປົກປ້ອງລະບົບນິເວດຂອງ ແມ່ນໍ້າຂອງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ການປະກອບສ່ວນນີ້ ແມ່ນເປັນໄປຕາມ ທິດທາງໃໝ່ຂອງບັນດາຄູ່ຮ່ວມພັດທະນາ ທີ່ສະໜອງທຶນໃຫ້ ຄມສ ເນື່ອງຈາກ ຄະນະກໍາມາທິການດັ່ງກ່າວນີ້ ກໍາລັງເລີ່ມຈັດຕັ້ງປະຕິບັດ ແຜນຍຸດທະສາດຂອງຕົນ ສໍາລັບປີ 2021–2025 ຕາມທິດທາງປ່ຽນແປງໃໝ່ ເພື່ອເອົາຊະນະໄພອັນຕະລາຍຫຼາຍຢ່າງ ທີ່ອ່າງແມ່ນໍ້າແຫ່ງນີ້ ກໍາລັງປະເຊີນໜ້າຢູ່.

“ການຊ່ວຍເຫຼືອນີ້ ມາຖືກເວລາ ແລະ ມີຄວາມສໍາຄັນຫຼາຍ ສໍາລັບ ຄມສ ໃນການຈັດຕັ້ງປະຕິບັດ ວຽກງານຕ່າງໆ ເພື່ອສ້າງຄວາມສົມດູນໃຫ້ ຄວາມຕ້ອງການທາງດ້ານ ການພັດທະນາເສດຖະກິດ, ການປັບປຸງສັງຄົມ ແລະ ການປົກປ້ອງສິ່ງແວດລ້ອມ”, ກ່າວໂດຍ ຫົວໜ້າກອງເລຂາ ຄມສ ທ່ານ ດຣ. ອັນ ພິສ ຮັດດາ ໃນພິທີເຊັນສັນຍາ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງ ກອງປະຊຸມບໍ່ເປັນທາງການ ຂອງບັນຄູ່ຮ່ວມພັດທະນາ ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້.

ພາຍໃຕ້ແຜນຍຸດທະສາດໃໝ່ນີ້, ຄມສ ຈະຮັບປະກັນວ່າ ບັນດາແຜນການຜະລິດພະລັງງານ ລະດັບປະເທດ ສະບັບໃໝ່ໆນັ້ນ ໄດ້ພິຈາລະນາເຖິງ ແຫຼ່ງຊັບພະຍາກອນທີ່ມີຢູ່ຫຼາກຫຼາຍ ເຊິ່ງຮວມທັງ ແຫຼ່ງນໍ້າ-ອາຫານ-ພະລັງງານ ພ້ອມທັງ ການນໍາໃຊ້ພະລັງງານເສີມ ຈາກພະລັງງານລົມ ແລະ ພະລັງງານແສງຕາເວັນ. ຄມສ ຈະສົ່ງເສີມ ບົດບາດຍິງ-ຊາຍ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມ ໃນຂະແໜງການນໍ້າ.

ຄມສ ຍັງຈະສຶກສາ ວິທີທາງ ເຮັດແນວໃດເພື່ອໃຫ້ ການປະຕິບັດງານ ຂອງບັນດາໂຄງລ່າງພື້ນຖານທາງນໍ້າ ໃນທົ່ວທັງອ່າງແມ່ນໍ້າແຫ່ງນີ້ ມີການປະສານງານກັນ ເພື່ອຂະຫຍາຍຜົນປະໂຫຍດສູງສຸດ ແລະ ຈໍາກັດຜົນກະທົບຮຸນແຮງດ້ານສິ່ງແວດລ້ອມ ຕໍ່ກັບລໍາແມ່ນໍ້າຂອງ ແລະ ຕໍ່ກັບປະຊາຊົນ.

ຄມສ ຈະສືບຕໍ່ສົ່ງເສີມ ການສົນທະນາລະດັບພາກພື້ນ ລະຫວ່າງ ບັນດາປະເທດອ່າງນໍ້າ ແລະ ລົງເລິກການຮ່ວມມືກັບ ປະເທດຈີນ ພ້ອມທັງ ບັນດາຄູ່ຮ່ວມງານອື່ນໆທັງໝົດ ໃນອາຊຽນ ແລະ ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອຜົນປະໂຫຍດຂອງ ພາກສ່ວນທັງໝົດທີ່ກ່ຽວຂ້ອງກັບແມ່ນໍ້າຂອງ.

ສັນຍາໃຫ້ທຶນໃໝ່ຈາກປະເທດອົດສະຕຣາລີ ເຊິ່ງມີມູນຄ່າ 5,1 ລ້ານໂດລາອົດສະຕຣາລີ (ປະມານ 3,8 ລ້ານໂດລາສະຫະລັດ) ໄດ້ຮັບການລົງນາມໂດຍ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ພະນັກທ່ານ ພໍ ເຄວລີ ແລະ ດຣ. ຮັດດາ. ການສະໜັບສະໜູນນີ້ ຈະກວມເອົາເວລາ 5 ປີ ແຕ່ປີ 2021 ເຖິງປີ 2025 ແລະ ມັນເປັນສ່ວນໜຶ່ງຂອງ ການຮ່ວມມືໃໝ່ ແມ່ນໍ້າຂອງ-ອົດສະຕຣາລີ.

“ພວກເຮົາຫວັງວ່າ ການໃຫ້ທຶນຊ່ວຍເຫຼືອໃນຄັ້ງນີ້ ຈະຊ່ວຍ ຄມສ ແລະ ບັນດາປະເທດສະມາຊິກຂອງຕົນ ໃຫ້ສາມາດນໍາໃຊ້ ນໍ້າ ແລະ ຊັບພະຍາກອນທີ່ກ່ຽວຂ້ອງ ຂອງແມ່ນໍ້າຂອງແຫ່ງນີ້ ຢ່າງທົ່ວເຖິງ ແລະ ຍືນຍົງ ເພື່ອປະກອບສ່ວນໃຫ້ ການຟື້ນຟູເສດຖະກິດຈາກ ພະຍາດລະບາດ ພ້ອມທັງສ້າງຄວາມສາມາດໃນການປັບຕົວ ຂອງສິ່ງແວດລ້ອມ ແລະ ສ້າງຄວາມເຂັ້ມແຂງໃຫ້ ການຮ່ວມມືລະດັບພາກພື້ນ,” ກ່າວໂດຍ ທ່ານເອກອັກຄະລັດຖະທູດ ເຄວລີ.

ທ່ານເອກອັກຄະລັດຖະທູດ ຍັງໄດ້ກ່າວເພີ່ມຕື່ມອີກວ່າ “ປະເທດອົດສະຕຣາລີ ຍັງໃຫ້ການສະໜັບສະໜູນເພີ່ມຕື່ມ ດ້ານວິຊາການ ໃຫ້ ຄມສ ກ່ຽວກັບ ຂົງເຂດວຽກງານສໍາຄັນອື່ນໆ ເຊິ່ງຮວມທັງ ສູນຄຸ້ມຄອງໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຂອງ ຄມສ ແລະ ການຟື້ນຟູ ລະບົບຂໍ້ມູນ ແລະ ຂ່າວສານ ຂອງ ຄມສ.

 

ໃນເວລາດຽວກັນນັ້ນ, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ ພະນັກທານ ເຈັນ ລຸດເກນເຮີມ ໄດ້ຢັ້ງຢືນ ການປະກອບສ່ວນຂອງປະເທດເຢຍລະມັນ ເປັນຈໍານວນ 3 ລ້ານຢູໂຣ (ປະມານ 3,55 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນ ແຜນການສະບັບໃໝ່ນີ້. ທ່ານໄດ້ກ່າວວ່າ ທຶນດັ່ງກ່າວນີ້ ຈະກວມເອົາເວລາ 3 ປີ ເລີ້ມຈາກປີ 2022 ເຊິ່ງໃນນັ້ນ 1,2 ລ້ານໂດລາສະຫະລັດ ແມ່ນຈັດສັນໃຫ້ ກົນໄກສະໜອງທຶນ ຂອງ ຄມສ ແລະ ສ່ວນທີ່ເຫຼືອ ແມ່ນໄດ້ຈັດສັນໃຫ້ ແຜນງານຮ່ວມມື ຄມສ-ຈີໄອແຊັດ ສໍາລັບການຊ່ວຍເຫຼືອທາງດ້ານວິຊາການ.

“ພວກເຮົາເຊື່ອວ່າ ທຶນດັ່ງກ່າວນີ້ ຈະຊ່ວຍ ຄມສ ສ້າງຕັ້ງ ຕາໜ່າງຕິດຕາມແມ່ນໍ້າ ໃນພາກພື້ນແມ່ນໍ້າຂອງ ເພື່ອປະກອບສ່ວນໃຫ້ ການຕັດສິນໃຈ ໃນການພັດທະນາ ແລະ ການຄຸ້ມຄອງ ຊັບພະຍາກອນນໍ້າ ແລະ ເພື່ອສົ່ງເສີມ ຄວາມສາມາດຂອງ ຄມສ ໃນການຄຸ້ມຄອງຄວາມສ່ຽງຕໍ່ ໄພນໍ້າຖ້ວມແລະໄພພິບັດ ໃຫ້ມີປະສິດທິພາບຫຼາຍຂຶ້ນ,” ກ່າວໂດຍທ່ານເອກອັກຄະລັດຖະທູດ ລຸດເກນເຮີມ.

ທ່ານ ຊ໋ອງຟຣອງຊົວ ກູເອໂນ, ຫົວໜ້າອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ ປະຈໍາພາກພື້ນ ໄດ້ໃຫ້ຄໍາຫມັ້ນສັນຍາ ວ່າຈະສະໜັບສະໜູນ ການຈັດຕັ້ງປະຕິບັດ ແຜນຍຸດທະສາດ ຄມສ ສະບັບໃໝ່ ມູນຄ່າ 5,3 ລ້ານໂດລາສະຫະລັດ ສໍາລັບໄລຍະເວລາ 5 ປີຕໍ່ໄປນີ້.

“ພວກເຮົາຂໍຊົມເຊີຍ ຄມສ ທີ່ໄດ້ເປີດຕົວ ຍຸດທະສາດວິໄສທັດໃໝ່ໆ ເຊິ່ງມີຄວາມສໍາຄັນຫຼາຍຕໍ່ກັບ ອ່າງແມ່ນໍ້າຂອງ,” ກ່າວໂດຍທ່ານ ກູເອໂນ. “ພວກເຮົາຫວັງວ່າ ຈະໄດ້ຮ່ວມວຽກງານກັບ ຄມສ, ບັນດາປະເທດສະມາຊິກຂອງ ຄມສ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ໃນການຫັນປ່ຽນພາກພື້ນນີ້ ໄປສູ່ເສັ້ນທາງທີ່ຍືນຍົງຫຼາຍຂຶ້ນ ແລະ ສາມາດປັບຕົວໄດ້ຫຼາຍຂຶ້ນ ພ້ອມທັງຮັບປະກັນວ່າ ບໍ່ມີໃຜ ຖືກປະປ່ອຍໄວ້ເບື້ອງຫຼັງ.”

ທ່ານ ກູເອໂນ ຍັງໄດ້ກ່າວເພີ້ມຕື່ມອີກວ່າ “ປະເທດສະວິດເຊີແລນ ໄດ້ໃຫ້ການສະໜັບສະໜູນ ຄມສ ນັບຕັ້ງແຕ່ປີ 1995 ແລະ ເຊື່ອໝັ້ນວ່າ ຄມສ ເຮັດໜ້າທີ່ສໍາຄັນ ໃນການຮ່ວມມືກ່ຽວກັບນໍ້າ ໃນພາກພື້ນແມ່ນໍ້າຂອງແຫ່ງນີ້.”

ແຜນຍຸດທະສາດຂອງ ຄມສ ສໍາລັບປີ 2021-2025 ແມ່ນເປັນເຄື່ອງມືສໍາຄັນອັນໜຶ່ງ ເພື່ອຊ່ວຍຄະນະກໍາມາທິການນີ້ ຈັດຕັ້ງປະຕິບັດ ຍຸດທະສາດພັດທະນາອ່າງນໍ້າ ສະບັບໃໝ່ ທີ່ກວມເວລາ 10 ປີ ເຊິ່ງເປັນຍຸດທະສາດ ສູ່ການຫັນປ່ຽນໃໝ່ ສໍາລັບອ່າງແມ່ນໍ້າແຫ່ງນີ້. ເອກະສານທັງໝົດນັ້ນ ຈະຊ່ວຍບັນດາປະເທດແມ່ນໍ້າຂອງ ໃຫ້ສາມາດແກ້ໄຂ ບັນຫາທ້າທາຍໃນປະຈຸບັນ ແລະ ບັນຫາທ້າທາຍທີ່ເກີດຂຶ້ນໃໝ່ ພ້ອມທັງ ປັບປຸງສະພາບການລວມຂອງອ່າງແມ່ນໍ້າແຫ່ງນີ້ ໃນໄລຍະທົດສະວັດຕໍ່ໄປ.

ຄມສ ແມ່ນອົງການຈັດຕັ້ງ ລະຫວ່າງລັດຖະບານ ເພື່ອການປຶກສາຫາລື ແລະ ການຮ່ວມມືລະດັບພາກພື້ນ ໃນອ່າງແມ່ນໍ້າຂອງຕອນລຸ່ມ. ສ້າງຕັ້ງຂຶື້ນໃນປີ 1995 ຕາມສັນຍາແມ່ນໍ້າຂອງ ລະຫວ່າງ ປະເທດກໍາປູເຈຍ, ສປປ ລາວ, ປະເທດໄທ ແລະ ປະເທດຫວຽດນາມ. ອົງການດັັ່ງກ່າວນີ້ ເຮັດໜ້າທີ່ເປັນກົນໄກລະດັບພາກພື້ນ ເພື່ອການຮ່ວມມື ກ່ຽວກັບນໍ້າ ແລະ ທັງເປັນສູນກາງຄວາມຮູ້ ກ່ຽວກັບ ການຄຸ້ມຄອງຊັບພະຍາກອນນໍ້າ ເພື່ອການພັດທະນາຢ່າງຍືນຍົງ ໃນພາກພື້ນນີ້.