spot_img
Homeຂ່າວພາຍ​ໃນສປປ ລາວ ຕ້ອງການວັກຊິນ 6 ລ້ານກວ່າໂດສ ເພື່ອບັນລຸເປົ້າໝາຍປະຊາຊົນ ໄດ້ຮັບວັກຊິນ 50%

ສປປ ລາວ ຕ້ອງການວັກຊິນ 6 ລ້ານກວ່າໂດສ ເພື່ອບັນລຸເປົ້າໝາຍປະຊາຊົນ ໄດ້ຮັບວັກຊິນ 50%

Published on

ມາຮອດປະຈຸບັນ ວັກຊິນທີ ສປປ ລາວ ນໍາໃຊ້ມີ 4 ຊະນິດຄື: ຊິໂນຟາມ, ແອສຕາເຊເນກາ, ໄຟເຊີ ແລະ ສະປຸກນິກ ໃນນັ້ນໄດ້ສັກເຂັມທີ 1 ໃຫ້ປະຊາຊົນໄປແລ້ວ ຈໍານວນ 953.782 ຄົນ, ແລະ ສັກເຂັມທີ 2 ແລ້ວ 494.477 ຄົນ.

ອີງຕາມການຖະແຫຼງຂ່າວ ຂອງ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນຕອນເຊົ້າວັນທີ 23 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ລັດຖະບານລາວ ມີຄວາມມຸ່ງໝັ້ນ ຈະສູ້ຊົນເຮັດໃຫ້ອັດຕາການສັກວັກຊິນປ້ອງກັນ ພະຍາດໂຄວິດ-19 ໃຫ້ກວມໄດ້ 50%ຂອງປະຊາກອນ ສະນັ້ນ, ຈະຕ້ອງສັກໃຫ້ໄດ້ 3.700.000 ຄົນ, ເບື້ອງລັດຖະບານໄດ້ປະສານກັບອົງການສາກົນ ໃນການຈັດສັນວັກຊິນ, ເພື່ອສັກໃຫ້ປະຊາຊົນທຸກພາກສ່ວນ ໃນສັງຄົມໃຫ້ສາມາດບັນລຸຕາມຄາດໝາຍ ຫຼືຫຼາຍກວ່ານັ້ນ, ເຊິ່ງປະຈຸບັນ ສປປ ລາວ ມີໂຄຕ້າ ທີ່ຈະໄດ້ຮັບວັກຊິນທັງໝົດ 6.606.084 ຫຼອດ ແຕ່ຍ້ອນການຈັດສັນວັກຊິນນັ້ນ ອາດຈະບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການ ຂອງປະເທດເຮົາ, ເຖິງຢ່າງໃດກໍຕາມ ພັກ ແລະ ລັດຖະບານ ສປ ຈີນ ໄດ້ມີຄວາມເປັນຫ່ວງເປັນໃຍ ຕໍ່ປະຊາຊົນລາວ ແລະ ໄດ້ສະໜອງວັກຊິນແກ່ປະເທດເຮົາທັງໝົດເກືອບ 2 ລ້ານຫຼອດ, ເຊິ່ງກວມເອົາ 90% ຂອງວັກຊິນທີ່ມີໃນ ສປປ ລາວ.

ມາຮອດປະຈຸບັນ, ອົງການອະນາໄມໂລກ ໄດ້ຮັບຮອງໃຫ້ວັກຊິນຊິໂນຟາມ ສາມາດໃຊ້ໄດ້ກັບຜູ້ສູງອາຍຸ ແລະ ຜູ້ມີພະຍາດຊໍ້າເຮື້ອແລ້ວ, ສະນັ້ນບໍ່ໃຫ້ພໍ່ແມ່ປະຊົນລັ່ງເລໃຈ, ເມື່ອມີວັກຊິນເຂົ້າມາແລ້ວ ທາງຈຸດບໍລິການ ແຕ່ລະແຫ່ງຈະແຈ້ງໃຫ້ທ່ານຊາບ, ໃຫ້ແພດໝໍເປັນຜູ້ຕັດສິນໃຫ້.

ດຣ ພອນປະເສີດ ອຸນາພົມ ແຈ້ງໃຫ້ຮູ້ຕື່ມວ່າ: ສໍາລັບຢູ່ນະຄອນຫລວງວຽງຈັນ ວັກຊິນຊິໂນຟາມ ແລະ ໄຟເຊີເຂັມທີ 1 ໄດ້ສັກໝົດແລ້ວ, ແຕ່ຍັງສືບຕໍ່ສັກເຂັມທີ 2 ເທົ່ານັ້ນ, ສະນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ມີກໍານົດສັກເຂັມທີ 2 ຈົ່ງເຂົ້າໄປໃຊ້ບໍລິການ ຄືຊີໂນຟາມຄົບ 21 ຫາ 28 ວັນ ແລະ ແອສຕາເຊເນກາ 8 ຫາ 12ອາທິດ.

ຂ່າວດີ! ສໍາລັບເດືອນກໍລະກົດ ຈະມາເຖິງນີ້ ສປປ ລາວ ຈະໄດ້ຮັບວັກຊິນແອສຕາເຊເນກາ ແລະ ຈອນສັນແອນຈອນສັນ ຕື່ມອີກ.

ແຫຼ່ງຂ່າວ:

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...