spot_img
Homeຂ່າວພາຍ​ໃນວັນທີ 19 ເມສາ 2021 ກວດພົບຕິດເຊື້ອພະຍາດໂຄວິດ-19 ເພີ່ມ 2 ກໍລະນີ

ວັນທີ 19 ເມສາ 2021 ກວດພົບຕິດເຊື້ອພະຍາດໂຄວິດ-19 ເພີ່ມ 2 ກໍລະນີ

Published on

ອີງຕາມການຖະແຫຼງຂ່າຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ໂຄວິດ-19 ໃນວັນທີ 19 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 456 ຄົນ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 2 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້:

-ກໍລະນີຢັ້ງຢືນທີ 59: ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ນັກສຶກສາ, ທີ່ຢູ່ປະຈຸບັນ:​ ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງມີປະຫວັດການເຄື່ອນໄຫວດັ່ງນີ້:

  • ວັນທີ 6 ເມສາ 2021: ໝູ່ຂອງເອື້ອຍຮັກ 2 ຄົນ (ເພດຊາຍ) ລັກລອບຂີ່ເຮືອຂ້າມມາຈາກປະເທດໄທ ແລະ ເຂົ້າພັກຢູ່ບ້ານພັກ ໂຮງແຮມສາຍແພໄໝ 2 ຢູ່ແຂວງສະຫັວນນະເຂດ ແລ້ວໄດ້ມາພົບເອື້ອຍຮັກ ຂອງຜູ້ກ່ຽວ, ທັງ 3 ຄົນ ໄດ້ໄປຮ້ອງຄາຣາໂອເກະ (ບໍ່ຊື່ຮ້ານ). ເວລາ 20:30 ໂມງ ຈຶ່ງໄດ້ຂຶ້ນລົດຈາກຄິວລົດແຂວງສະຫວັນນະເຂດ ມານະຄອນຫຼວງວຽງຈັນ.
  • ວັນທີ 7 ເມສາ 2021​: ເວລາ 5:40 ໂມງເຊົ້າ ເດີນທາງມາຮອດນະຄອນຫຼວງວຽງຈັນ, ທັງ 3 ຄົນ ເດີນທາງໄປຮ້ານຄາຣາໂອເກະ 8118 ຕັ້ງຢູ່ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ຫຼັງຈາກນັ້ນ ເຂົ້າພັກຢູ່ໂຮງແຮມເຈືອງ 2, ບ້ານສີບຸນເຮືອງ, ເມືອງຈັນທະບູລີ.
  • ວັນທີ 8 ເມສາ 2021: ຜູ້ກ່ຽວ ໄດ້ຮັບທັງ 3 ຄົນຢູ່ໂຮງແຮມດັ່ງກ່າວ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຕັ້ງຢູ່ບ້ານທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ .
  • ວັນທີ 9 ເມສາ 2021: ຕອນແລງ ໄດ້ເດີນທາງໄປຮັບທັງ 3 ຄົນ ຢູ່ໂຮງແຮງດັ່ງກ່າວ ໄປວັດສີເມືອງ, ເມືອງສີສັດຕະນາກ ແລະ ກັບໄປສົ່ງພວກກ່ຽວຢູ່ໂຮງແຮມຄືນ. ຫຼັງຈາກນັ້ນ ຜູ້ກ່ຽວເດີນທາງໄປຮຽນພາສາອັງກິດຢູ່ໂຮງຮຽນ Vientiane College. ຕອນຄໍ່າ ມາຮັບທັງ 3​ ຄົນຢູ່ໂຮງແຮມ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຈົນຮອດເວລາປິດຮ້ານ ແລະ ໄປສົ່ງພວກກ່ຽວຢູ່ໂຮງແຮມ.
  • ວັນທີ 11 ເມສາ 2021: ຕອນຄ່ຳ ຜູ້ກ່ຽວໄດ້ຮັບຂ່າວວ່າ ທັງ 3 ຄົນ ເດີນທາງໄປສະຖານທີ່ບັນເທິງ WhatClub ແລະ ໄປຮ້ານຄາຣາໂອເກະ 8118.
  • ວັນທີ 12 ເມສາ​ 2021: ຕອນບ່າຍ ຜູ້ກ່ຽວພາທັງ 3 ຄົນໄປຮ້ານນວດ 111 ຢູ່ບ້ານໜອງບອນ,​ ພາຍຫຼັງນວດແລ້ວ ໄດ້ພາກັນໄປກິນເຂົ້າປຽກໄກ່ຜູ້ໂອກ ຢູ່ໃນປ້ຳນ້ຳມັນສີບຸນເຮືຶອງ (ໃຊ້ເວລາ 1 ຊົ່ວໂມງ) ແລະ ກັບໄປສົ່ງທັງ 3 ຢູ່ໂຮງແຮມ. ຕອນຄ່ຳ ຜູ້ກ່ຽວ ແລະ ເອື້ອຍຮັກ ເດີນທາງໄປກິນປິ້ງປາໝຶກ ຢູ່ທ່ົງຂັນຄຳ, ຕໍ່ໜ້າສະຖານີດັບເພິງ, ເມືອງຈັນທະບູລີ.
  • ວັນທີ 13​ ເມສາ 2021​: ໝູ່ເອື້ອຍຮັກທັງ 2​ ຄົນ ມີໄຂ້ ແລະ ເມື່ອຍ. ບໍ່ໄດ້ພົບກັບຜູ້ກ່ຽວ.
  • ວັນທີ 14-15 ເມສາ 2021: ຜູ້ກ່ຽວຮູ້ສຶກເມື່ອຍ
  • ວັນທີ 16-17 ເມສາ 2021: ທັງ 3 ຄົນ ອອກຈາກໂຮງແຮມ (ບໍ່ຮູ້ເດີນທາງດ້ວຍວິທີໃດ) ໄດ້ກາຍຂີີ່ລົດກາຍບ້ານ
  • ໝາກນາວ ມາຂຶ້ນເຮືອ ໄປທ່າບໍ່, ແຂວງໜອງຄາຍ, ປະເທດໄທ. ຜູ້ກ່ຽວໄດ້ຮັບໂທລະສັບ ວ່າ ທັງ 3 ຄົນ ຕິດເຊື້ອ COVID-19 ແລະ ໜຶ່ງໃນໝູ່ເອື້ອຍຮັກ ມີອາການໜັກ. ຜູ້ກ່ຽວເດີນທາງໄປກວດຢູ່ໂຮງໝໍລາວຫວຽດ ດ້ວຍອາການໄຂ້, ເມື່ອຍ, ຖອກທ້ອງ ແລະ ໄດ້ຢາຈຳນວນໜຶ່ງມາກິນຢູ່ບ້ານ ອາການດີຂຶ້ນ.
  • ວັນທີ 19 ເມສາ 2021: ເດີນທາງມາກິນເຂົ້າຢູ່ເຮືອນໝູ່ ມີ 3 ຄົນ (ລວມທັງຜູ້ກ່ຽວ), ຮູ້ສຶກອ່ອນເພຍ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ, ຖືກເກັບຕົວຢ່າງ ແລະ ເຂົ້ານອນແຍກປ່ຽວ.

– ຜົນກວດວິເຄາະ ແມ່ນພົບເຊື້ອ COVID-19, ປະຈຸບັນ ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

-ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 19 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

-ກໍລະນີຢັ້ງຢືນທີ60: ເພດຍິງ, ອາຍຸ: 28 ປີ, ສັນຊາດ:​ ລາວ, ອາຊີບ: ແມ່ເຮືອນ, ທີ່ຢູ່ປະຈຸບັນ: ບ້ານ ນາຊອນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ປະຫວັດການເຄື່ອນໄຫວດັ່ງນີ້:

  • ວັນທີ 7 ເມສາ 2021: ເສີມດັງຢູ່ກຸງເທບ
  • ວັນທີ 8-9 ເມສາ 2021: ບໍ່ໄດ້ເດີນທາງໄປໃສ
  • ວັນທີ 10 ເມສາ 2021: ມີໄຂ້, ເຈັບຄໍ, ໄອ ແລະ ຖ່າຍແຫຼວເປັນມູກ
  • ວັນທີ 11-17 ເມສາ​ 2021: ບໍ່ໄດ້ເດີນທາງໄປໃສ
  • ວັນທີ 18 ເມສາ 2021​: ຂຶ້ນລົດແທັກຊີຈາກກຸງເທບ ມາຮອດ ໜອງຄາຍ, ຫຼັງຈາກນັ້ນ ມີຄົນໄທຕິດຕໍ່ຜູ້ຂັບເຮືອ ໃຫ້ມາສົ່ງຢູ່ຝັ່ງລາວ ແລະ ມີລົດມາສົ່ງຜູ້ກ່ຽວຢູ່ທ່າເຮືອ.
  • ວັນທີ 19 ເມສາ 2021​: ຂ້າມເຮືອນ້ອຍມາຮອດຝັ່ງລາວ ຢູ່ເຂດເກົ້າລ້ຽວ, ເມືອງສີໂຄດຕະບອງ, ມີລົດຮູນໃດ ມາຮັບເອົາຜູ້ກ່ຽວ, ຜູ້ກ່ຽວແວ່ໄປຫາໝູ່ ຢູ່ເຂດຊ້າງສາມຫົວ, ຈ້າງລົດຕຸກໆ ໄປກວດຢູ່ໂຮງໝໍມະໂຫສົດ ເພື່ອຂໍກວດຊອກຫາ COVID-19, ແພດແນະນຳໃຫ້ໄປກວດຢູ່ໂຮງໝໍມິດຕະພາບ. ເມື່ອມາຮອດໂຮງໝໍມິດຕະພາບໄດ້ຖືກເກັບຕົວຢ່າງກວດ.
  • ວັນທີ 20 ເມສາ 2021: ຜົນກວດວິເຄາະ ພົບເຊື້ອ COVID-19 ປະຈຸບັນ ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

– ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 148,745 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 60 ຄົນ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ: ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 11 ຄົນ (ໃໝ່ 2),​ ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 5 ຄົນ (ໂຮງໝໍມິດຕະພາບ), ແຂວງຈຳປາສັກ 1 ຄົນ, ແຂວງສາລະວັນ 1​ ຄົນ, ແຂວງສະຫວັນນະເຂດ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6) ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...