ວັນແມ່ຍິງສາກົນ, ເຊິ່ງເປັນທີ່ຮູ້ຈັກໃນນາມ ວັນແຮງງານແມ່ຍິງສາກົນ (International Working Women’s Day) ແມ່ນຈັດຂື້ນໃນວັນທີ 8 ມີນາ ໃນແຕ່ລະປີ.
ຈຸດປະສົງຂອງການສະເຫຼີມສະຫຼອງແມ່ນ ຄວາມນັບຖື, ຄວາມຊາບຊື້ງ ແລະ ຄວາມຮັກ ຕໍ່ແມ່ຍິງ ສຳລັບຜົນສຳເລັດທາງເສດຖະກິດການເມຶອງ ແລະ ສັງຄົມຂອງແມ່ຍິງທົ່ວໄປ, ທຳອິດແມ່ນເປັນວຽກງານທາງການເມືອງສັງຄົມນິຍົມ. ຫຼັງຈາກນັ້ນ, ແນວຄິດທາງດ້ານການເມືອງແມ່ນປັບປ່ຽນເປັນພຽງແຕ່ໂອກາດສຳລັບຄົນທີ່ຈະສະແດງຄວາມຮັກຕໍ່ແມ່ຍິງແບບທີ່ຄ້າຍຄືກັບວັນແມ່ ແລະ ວັນວາເລັນທາຍ, ແຕ່ໃນບາງຂົງເຂດແນວຄິດການເມືອງ ແລະ ສິດທິມະນຸດທີ່ສະຫະປະຊາຊາດກຳນົດຍັງໝັ້ນຄົງຢູ່ ແລະ ການເຂົ້າໃຈໃນແນວຄິດການເມືອງ ແລະ ສັງຄົມຂອງການຕໍ່ສູ້ຂອງແມ່ຍິງທົ່ວໂລກມີກາຍເຜີຍແຜ່ ແລະ ພິຈາລະນາດ້ວຍຄວາມຫວັງ, ບາງຄົນສະເຫຼີມສະຫຼອງມື້ນີ້ດ້ວຍການມັດໂບສີມ້ວງ.
ປະຫວັດ ຂອງວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງໃນໂຮງງານທໍຜ້າ ຢູ່ເມືອງນິວຢອກ, ສະຫະລັດອາເມລິກາລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດຂອງເຂົາເຈົ້າ. ແຕ່ສຸດທ້າຍແມ່ຍິງຈຳນວນ 119 ຄົນ ໄດ້ເສຍຊິວີດຈາກເຫດການນີ້ຍ້ອນມີການລອບວາງເພີງໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງເຮັດວຽກຢູ່ນຳກັນ, ເຫດການທັງໝົດເກີດຂຶ້ນ ໃນວັນທີ 8 ມີນາ 1857.
ຫຼັງຈາກນັ້ນ, ໃນປີ 1907 ກຳມະກອນຍິງໃນໂຮງງານທໍຜ້າ ຢູ່ເມືອງຊິກຄາໂກ ສະຫະລັດອາເມລິກາບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືກັບທາດ. ເນື່ອງຈາກວ່າແມ່ຍິງເຫຼົ່ານີ້ ເຮັດວຽກໜັກຕົກເຖິງມຶ້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີມຶ້ພັກ ບໍ່ມີປະກັນໄພແຮງງານ ເປັນຜົນໃຫ້ເກີດການເຈັບປ່ວຍ ແລະ ລົ້ມຕາຍຕາມມາ. ແຕ່ພັດໄດ້ຮັບຄ່າແຮງງານພຽງເລັກນ້ອຍ ແລະ ເມື່ອຖືພາກໍຖືກໄລ່ອອກ. Clara Setkin, ສະຕີນັກການເມືອງສັງຄົມຍົມ ຊາວເຢີລະມະນີ ຕັດສິນໃຈຊັກຊ່ວນກຳມະກອນຍິງນັດຢຸດງານໃນວັນທີ 8 ມີນາ 1907 ໂດຍຮຽກຮ້ອງໃຫ້ນາຍຈ້າງຫຼຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າລົງເຫຼືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການຂອງເຂົາເຈົ້າທຸກຢ່າງແລະໃຫ້ແມ່ຍິງມີສິດ ລົງຄະແນນສຽງເລືອກຕັ້ງ.
ຢ່າງໃດກໍຕາມ, ເຖິງແມ່ນວ່າການຮຽກຮ້ອງຂໍ້ນີ້ຈະບໍ່ສຳເລັດກຳມະກອນຍິງຫຼາຍຮ້ອຍຄົນຖືກຈັບ. ແຕ່ເຮັດໃຫ້ແມ່ຍິງທົ່ວໂລກສະໜັບສະໜູນການກະທຳຂອງ Clara Setkin ແລະ ເຮັດໃຫ້ແມ່ຍິງທົ່ງໂລກຮູ້ເຖິງສິດທິຂອງເຂົາເຈົ້າຫຼາຍຂຶ້ນ.
ໃນວັນທີ 8 ມິນາ 1908, ແຮງງານຍີງຫຼາຍກວ່າ 15,000 ຄົນ ໄດ້ຮ່ວມເດີນຂະບວນ ທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ເລີກໃຊ້ແຮງງານເດັກ ໂດຍມີຄຳຂວັນການດົງນະລົງວ່າ “ເຂົ້າຈີ່ແລະດອກກຸຫຼາບ” ໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຂອງຊີວິດທີ່ດີຂຶ້ນນັ້ນເອງ.
ຈົນມາຮອດ ວັນທີ 8 ມີນາ 1910 ຄວາມພະຍາຍາມຂອງກຳມະກອນຍິງກຸມນີ້ກໍ່ໄດ້ຮັບຜົນສຳເລັດ. ເມື່ອມີຜູ້ຕ່າງໜ້າແມ່ຍິງຈາກ 17 ບັນດາປະເທດ ໄດ້ເຂົ້າຮ່ວມສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ເມືອງໂຄເປນເຮເກນ, ປະເທດເດນມາກ ໂດຍມີຄຳຂວັນໄດ້ປະກາດຮັບຮອງເອົາຂອງບັນດາກຳມະກອນຍິງ ໃນລະບົບສາມ 8 ຄື ຕ້ອງອານຸຍາດໃກ້ແມ່ຍິງເຮັດວຽກ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນ. ພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານໃຫ້ເທົ່າກັບຄ່າແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີການແມ່ຍິງ ແລະ ແຮງງານເດັກ.
ທັງນີ້ ຍັງໄດ້ຮັບເອົາຂໍ້ສະເໜີ ຂອງ Clara Setkin ດ້ວຍການກຳນົດໃຫ້ ວັນທີ 8 ມີນາ ຂອງທຸກໆປີ ແມ່ນວັນແມ່ຍິງສາກົນ.