spot_img
Homeຂ່າວພາຍ​ໃນຂອບຕາດຳ ເທນໃນແອັບຕິກຕ໋ອກ ທີ່ສາວໆຫຼາຍຄົນລອງເຮັດຕາມ

ຂອບຕາດຳ ເທນໃນແອັບຕິກຕ໋ອກ ທີ່ສາວໆຫຼາຍຄົນລອງເຮັດຕາມ

Published on

ຈາກບົດຄວາມໃນເວບໄຊ້ L’OFFICIEL ເວົ້າວ່າ: ຮອຍດຳກ້ອງຂອບຕາເປັນເທນຄວາມງາມໃໝ່ລ່າສຸດ.

ປັດຈຸບັນ ການແຕ່ງໜ້າໄດ້ກ້າວກະໂດດໄປຫຼາຍຈົນບາງຄົນອາດນໍາບໍ່ທັນ ບາງຄັ້ງອາດຮອດເວລາທີຈະຖີ້ມຄອນຊີເລີເພີ່ມຄວາມກະຈາງໃສ ຫຼື ປົກປິດຮອຍດ່າງດຳ ເພື່ອນຳເທນຄວາມງາມລ່າສຸດໃນແອັບ TikTok ໂດຍການເພີ່ມຄວາມດ່າງດຳໃຫ້ຂອບຕາ ຫຼາຍຂື້ນກ່ອນການປົກປິດຕາດຳໄວ້.

ກ່ອນໜ້ານີ້, ສາວໆຫຼາຍຄົນເຮັດທຸກຢ່າງເພື່ອປົກປິດຈຸດດ່າງດຳຂອງຂອບຕາ ແຕ່ຕໍ່ຈາກນີ້ ເຈົ້າບໍ່ຕ້ອງກັງວົນອີກແລ້ວ ເພາະໃນສະມາຄົມຄວາມງາມຂອງ TikTok ເລີ່ມໃຊ້ລັກສະນະຂອງການອົດນອນເມື່ອຕົ້ນເດືອນຂອງປີໃຫມ່ ໂດຍການໃຊ້ຄອນຊີເລີສີເຂັ້ມ ແລະ ອາຍແຊໂດ້ເປັນແທ່ງເພື່ອສ້າງຮ້ອຍດ້າງດຳໄຕ້ດວງຕາໃຫ້ເຂັ້ມຂື້ນຄືກັບການບໍ່ໄດ້ນອນ

ໜື່ງໃນບັນດາຜູ້ໃຊ້ແອັບ TikTok ສະແດງເທນດັ່ງກ່າວຈົນກາຍເປັນໄວຣັສ ເພາະມີຄົນຈຳນວນຫຼາຍເຮັດຕາມລາວ Sara Carstens ອະທິບາຍໃນວີດີໂອວ່າ: ເຫດຜົນທີ່ລາວມີສ່ວນຮ່ວມໃນເທນຂອບຕາດຳນີ້ ເພາະລາວເປັນຄົນມີຂອບຕາດຳຢູ່ແລ້ວ ແລະ ສິ່ງເຫຼົ່ານີ້ກໍເປັນຄວາມງາມທີ່ໂດດເດັ່ນໄດ້ເຊັ່ນກັນ.

ຮຽບຮຽງໂດຍ: ມົນລະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...