spot_img
Homeຂ່າວຕ່າງປະເທດສານມຽນມາຂະຫຍາຍເວລາຄຸມຕົວ ທ່ານ ນາງ ຊູຈີ ຕໍ່ໄປອີກຈົນຮອດວັນທີ 1 ມີນາ 2021

ສານມຽນມາຂະຫຍາຍເວລາຄຸມຕົວ ທ່ານ ນາງ ຊູຈີ ຕໍ່ໄປອີກຈົນຮອດວັນທີ 1 ມີນາ 2021

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເນປີດໍ ປະເທດມຽນມາ ໃນວັນທີ 18 ກຸມພານີ້ວ່າທ່ານ ທ່ານ ຂິ່ນ ໜ່ອງ ຈໍ ທະນາຍຄວາມຂອງທ່ານນາງອອງຊານຊູຈີ ແລະ ອະດີດປະທານາທິບໍດີ ວິນ ມະຢິນ ກ່າວວ່າທັງສອງໄດ້ຖືກກັກຂັງຢູ່ສະຖານທີ່ແຫ່ງໜຶ່ງ. ໃນຂະນະໃຫ້ປາກຄຳຄັ້ງທຳອິດຜ່ານລະບົບການໂທດ້ວຍວິດີໂອ ເມື່ອວັນອັງຄານທີ່ຜ່ານມາ ໂດຍທ່ານນາງ ອອງ ຊານ ຊູຈີຕົກເປັນຈຳເລີຍ 2 ຄະດີ ຄື: ການລັກລອບນຳເຂົ້າ ແລະ ຄອບຄອງວິທະຍຸສື່ສານ ແລະ ການລະເມີດກົດໝາຍບໍລິຫານຈັດການໄພພິບັດ.

ທ່ານ ທ່ານ ຂິ່ນ ໜ່ອງ ຈໍ ໄດ້ກ່າວວ່າຕົວເຂົາ ແລະ ທີມງານບໍ່ສາມາດເຂົ້າຮ່ວມຮັບຟັງການໄຕ່ສວນ ແລະ ໃຫ້ການແກ້ຕ່າງຕໍ່ສານໄດ້ດ້ວຍເຫດວ່າ ຝ່າຍຈຳເລີຍແຕ່ງຕັ້ງທະນາຍຄວາມບໍທັນພາຍໃນເວລາທີ່ກຳນົດ ແຕ່ໄດ້ຍື່ນຄຳຮ້ອງຕໍ່ສານ ເພື່ອຂໍອະນຸຍາດພົບກັບລູກຄວາມທັງສອງ ແລະ ສົນທະນາກັນແບບສ່ວນຕົວບໍ່ແມ່ນຜ່ານທາງໂທລະສັບ ເນື່ອງຈາກມີຄວາມກັງວົນໃນເລື່ອງຄວາມປອດໄພ ທີ່ລວມເຖິງການຖືກດັງຟັງ ແລະ ໄດ້ຮັບແຈ້ງກັບມາພຽງວ່າ ທ່ານ ນາງ ຊູຈີ ແລະ ທ່ານ ວິນ ມະຢິນ ຈະຖືກຄຸມຕົວຕໍ່ໄປຈົນເຖິງກຳນົດວັນຂຶ້ນສານຄັ້ງຕໍ່ໄປຄືວັນທີ 1 ມີນານີ້.

ທີ່ຜ່ານມາກອງທັບມຽນມາໄດ້ເພີ່ມທະວີຄວາມພະຍາຍາມເພື່ອການຢຸດຕິການລົນນະລົງພັກວຽກຂອງປະຊາຊົນຫຼາຍສາຂາອາຊີບເພື່ອຮຽກຮ້ອງໃຫ້ປ່ອຍຕົວຜູ້ທີ່ຖືກກອງທັບທະຫານມຽນມາຈັບກຸມຕົວ ລວມເຖິງທ່ານ ນາງ ອອງ ຊານ ຊູຈີ ຫຼັງຈາກເກີດລັດຖະປະຫານ.

ຕາມ​ຂ່າວ​ຈາກ​ ນະຄອນ​ຢ່າງ​ກຸ້ງ, ​ເມື່ອ​ບໍ່​ດົນ​ມາ​ນີ້​, ຜູ້​ປະ​ທ້ວງ ​ຕໍ່ຕ້ານ ​ກອງທັບ ມຽນມາ ​ໄດ້ຂັດຂວາງ​ ການ​ໃຫ້​ບໍລິການ​ ຂອງ​ຂະ​ບວນ ລົດ​ໄຟ​ ຈາກ​ນະຄອນ ຢ່າງ​ກຸ້ງ ​ໄປສູ່ ​ເມືອງ​ມະລະ​ແໝ່ງ ​ເຊິ່ງ​ເປັນ​ໜຶ່ງ ​ໃນ​ເມືອງ​ໃຫຍ່ ທາງ​ຕາ​ເວັນ​ອອກ​ ສ່ຽງ​ໃຕ້ ​ເພື່ອ​ສືບ​ຕໍ່​ ສະ​ແດງ​ ຈຸດຢືນ ຂອງ​ການ​ບໍ່​ເຊື່ອ​ຟັງ ​ຂອງ​ພົນລະ​ເຮືອນ ບໍ່​ຍອມຮັບ​ເອົາ ​ລັດຖະບານ ທີ່​ມາ​ຈາກ​ ທະຫານ ​ເຮັດ​ລັດຖະປະຫານ. ການ​ຊຸມນຸມຄັ້ງນີ້ ​ໄດ້​ເພີ່ມ​ ຄວາມ​ຮຸນ​ແຮງ​ຂຶ້ນ​ ເປັນວົງ​ກວ້າງ​ ໃນ​ຫລາຍ​ພື້ນ​ທີ່ ​ທົ່ວ​ປະ​ເທດ ມຽນມາ.ຂະນະ​ນີ້ ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ ຂອງ​ທະຫານ​ ມຽນມາ ​ໄດ້​ຈັບ​ກຸມ​ ຜູ້​ປະ​ທ້ວງ​ໄປ​ແລ້ວ​ 400 ກວ່າຄົນ ​ເພື່ອ​ຄວບ​ຄຸມ​ ສະຖານະ​ການ ​ປະ​ທ້ວງ ທີ່​ນັບ​ມື້​ ຮຸນ​ແຮງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ ກາຍ​ເປັນ​ບັນຫາ​ທ້າ​ທາຍ​ ໃນ​ການ​ປົກຄອງ ​ພາຍ​ໃນ​ປະ​ເທດ ​ມຽນມາ.

ເມື່ອວັນທີ 17 ກຸມພາ 2021 ສື່ທ້ອງຖິ່ນຫຼາຍສຳນັກຂອງມຽນມາລາຍງານວ່າ ກອງທັບມຽນມາອອກໝາຍຈັບສະມາຊິກສະພາຜູ້ແທນປະຊາຊົນ 15 ຄົນ ສັງກັດພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ແລະ ພັກການເມືອງຂອງຊົນເຜົ່າໃນລັດກະຍາ ແລະ ລັດສານ ພັກລະ 1 ຄົນ ເຊິ່ງລວມຕົວກັນສາບານຕົນນອກສະພາ ແລະ ສ້າງຕັ້ງຄະນະກຳມະການບໍລິຫານຂອງບັນດາສະມາຊິກສະພາ, ທັງໝົດ 17 ຄົນທີ່ມີຄວາມຜິດ “ກະບົດ”.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)