spot_img
Homeຂ່າວຕ່າງປະເທດໄທອາດກາຍເປັນສູນກາງກາຊິໂນແຫ່ງໃໝ່ຂອງອາຊີ

ໄທອາດກາຍເປັນສູນກາງກາຊິໂນແຫ່ງໃໝ່ຂອງອາຊີ

Published on

ປະເທດໄທອາດກາຍເປັນສູນກາງການພະນັກ (ກາຊິໂນ) ແຫ່ງໃໝ່ຂອງອາຊີ ຫຼັງຈາກທີ່ພົນເອກປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງປະເທດໄທ ຢືນຢັນວ່າ ຈະພິຈາລະນາມາດຕະການທີ່ມີການໂຕ້ຖຽງກັນເພື່ອສະກັດກັ້ນການຫຼີ້ນການພະນັນຜິດກົດໝາຍຈຳນວນຫຼາຍທີ່ເພີ່ມຂື້ນ.

ໜັງສືພິມບາງກອກໂພສລາຍງານວ່າ ພົນເອກປະຍຸດ ໄດ້ເປີດການສົນທະນາແບບສາທາລະນະກ່ຽວກັບຂໍ້ດີຂໍ້ເສຍຂອງການພະນັກທີ່ຖືກກົດໝາຍ ເຖິງວ່າຈະມີການຕໍ່ຕ້ານກັບແນວຄິດນັ້ນເອງ.

ໂດຍສະເພາະ, ນາຍົກລັດຖະມົນຕີມີຄວາມກັງວົນວ່າການລະບາດຂອງໂຄວິດ-19 ທີ່ຜ່ານມາຂອງປະເທດໄທສ່ວນໃຫຍ່ແມ່ນມາຈາກການຫຼີ້ນການພະນັນທີ່ຜິດກົດໝາຍ.

ບັນຫາການພັດທະນາກາຊິໂນໃນປະເທດໄທບໍ່ແມ່ນບັນຫາໃໝ່ ຫຼ້າສຸດ, ໄດ້ຍົກເລື່ອງນີ້ຂຶ້ນມາ ຫຼັງຈາກການຂຶ້ນຄອງອຳນາດຂອງກະສັດພູມີພົນອະດຸນຍະເດດໃນປີ 2016 ຫຼັງຈາກໄດ້ຄອງລາດໃນປະເທດໄທ 70 ປີ. ໜຶ່ງປີກອ່ນໜ້ານີ້ບໍ່ມີໃຜນອກເໜືອ ຈາກ Las Vegas Sands Corp ໄດ້ສະແດງຄວາມສົນໃຈໃນການພັດທະນາຮີສອດກາຊີໂນໃນເມືອງໃຫຍ່ຂອງໄທ, ໂດຍສະເພາະໃນບາງກອກຫາກມີໂອ ກາດ ແຊນແມ່ນເປັນທີ່ຮູ້ຈັກກັນດີວ່າເລືອກພັດທະນາ mega-IRs ໃນເມືອງທີ່ມີປະຊາກອນຫຼາຍ.

ປະເທດໄທຍັງຄົງເປັນໜຶ່ງໃນສາມປະເທດໃນອາຊຽນທີ່ບໍ່ມີກາຊິໂນທີ່ຖືກກົດໝາຍ, ຄຽງຄູ່ກັບອິນໂດເນເຊຍ ແລະ ບຣູໄນ, ເຖິງຈະມີການປະເມີນວ່າປະຊາກອນຜູ້ໃຫຍ່ປະມານເຄິ່ງໜຶ່ງຫຼິ້ນການພະນັນດ້ວຍວິທີຜິດກົດໝາຍ ປະເທດໄທມີປະຊາກອນ 70 ລ້ານຄົນເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດເປັນອັນດັບ 20 ຂອງໂລກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...