ອິນໂດເນເຊຍເລັ່ງຄົ້ນຫາສາເຫດເຮືອບິນໂດຍສານຕົກຢູ່ນອກຝັ່ງທະເລຂອງຈາກາຕາ

ສຳນັກຂ່າວຕ່າງປະເທດ ລາຍງານຈາກຈາກາຕາ ອິນໂດເນເຊຍໃນວັນທີ 10 ມັງກອນວ່າເນື່ອງຈາກຖ້ຽວບິນ SJ 182 ຂອງ Srivichai Air ເຮືອບິນໂດຍສານໂບອິງ 737-524 ທີ່ຜ່ານການໃຊ້ງານເກືອບ 27 ປີໂດຍມີຜູ້ໂດຍສານ 50 ຄົນ ແລະ ລູກເຮືອ 12 ຄົນໄດ້ປະສົບອຸບັດຕິເຫດຕົກລົງຝັ່ງທະເລຂອງເກາະ Kepulauan ພຽງ 4 ນາທີ ຫຼັງບິນຂຶ້ນສະໜາມບິນສາກົນ ຊູກາໂນ-ອັດຕາ ເຂດຊານເມືອງຈາກາຕາ ເພື່ອມຸ່ງໜ້າໄປສູ່ເມືອງປອນເຕຍນັກ ແຂວງກາລີມັນຕັນຕະເວັນຕົກ ເທິງເກາະບໍນຽວ ເມື່ອວັນເສົາທີ່ຜ່ານມາ.

ກະຊວງຄົມມະນາຄົມອິນໂດເນເຊຍ ແລະ ສຳນັກງານກູ້ໄພ ແລະ ຊອກຫາແຫ່ງຊາດ ໄດ້ອອກຖະແຫຼງການໃນວັນອາທິດນີ້ ວ່າເຈົ້າໜ້າທີ່ຈາກທຸກຂະແໜງການທີ່ກ່ຽວຂ້ອງລະດົມທຸກກຳລັງທີ່ມີຢູ່ເລັ່ງຄົ້ນຫາສາເຫດທີ່ເປັນໄປໄດ້. ໃນຕອນເລີ່ມຕົ້ນຈຸດສຸມແມ່ນການຊອກຫາພື້ນທີ່ທີ່ອາດຈະເປັນສະຖານທີ່ເກີດອຸປະຕິເຫດຂອງເຮືອບິນ ແລະ ຄົ້ນຫາສັນຍານຂອງເຄື່ອງບັນທຶກການບິນ ຫຼື ກ່ອງດຳ ເພື່ອໃຫ້ງ່າຍຕໍ່ການກຳນົດຂອບເຂດການຊອກຫາ.

ຕໍ່ມາມີລາຍງານວ່າ ພົບແຜ່ນເຫຼັກທີ່ອາດຈະເປັນຊິ້ນສ່ວນຈາກເຮືອບິນ ແລະ ເສື້ອຜ້າຟູຂຶ້ນໜ້າຜິວນໍ້າໃນບໍລິເວນທີ່ທຸກພາກສ່ວນຮ່ວມກັນຄົ້ນຫາ ເຊິ່ງເຈົ້າໜ້າທີ່ໄດ້ເຮັດການກວດສອບວ່າແມ່ນຊິ້ນສ່ວນຈາກເຮືອບິນ Srivichai Air ຫຼື ບໍ່ ໃນ​ເວ​ລາ​ດຽວ​ກັນ ລັດຖະບານອິນໂດເນເຊຍສ້າງຕັ້ງສູນປະຕິບັດງານສຸກເສີນຢູ່ຈາກາຕາ ແລະ ແຂວງກາລີມັນຕັນຕະເວັນຕົກ ເພື່ອໃຫ້ການຊ່ວຍເຫຼືອຄອບ ຄົວຂອງຜູ້ສູນຫາຍ 62 ຄົນ.

ຮຽບຮຽງຂ່າວ: ພຸດສະດີ