spot_img
Homeຂ່າວພາຍ​ໃນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງເກີດອຸບັດຕິເຫດ 30 ຄັ້ງ

ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງເກີດອຸບັດຕິເຫດ 30 ຄັ້ງ

Published on

ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແຕ່ວັນທີ 4 ເມສາ 2018 ຫາ ວັນທີ 23 ທັນວາ 2020, ມີອຸບັດຕິເຫດເກີດຂຶ້ນທັງໝົດ 30 ຄັ້ງ ເຮັດໃຫ້ມີຜູ້ຊີວິດ 16 ຄົນ ແລະ ສ້າງຜົນເສຍຫາຍເປັນຈໍານວນຫຼາຍ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຖະແຫຼງຕໍ່ ນັກຂ່າວ ປກສ ໃນວັນທີ 29 ທັນວາ 2020 ວ່າ: ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດ່ວນນະຄອນ ຫຼວງວຽງຈັນ-ວັງວຽງ ເຖິງທ້າຍເດືອນທັນວານີ້ ມີອຸບັດຕິເຫດເກີດຂຶ້ນ 30 ຄັ້ງ, ສົ່ງຜົນເຮັດໃຫ້ພາຫະນະເປ່ເພ ທັງໝົດ 60 ຄັນ; ໃນນີ້, ເປ່ເພເລັກໜ້ອຍ 17 ຄັນ, ເປ່ເພສົມຄວນ 43 ຄັນ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 16 ຄົນ; ສະເພາະຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 11 ຄັ້ງແລະ ມີຜູ້ເສຍຊີວິດ 6 ຄົນ; ສ່ວນແຂວງວຽງຈັນ ຢູ່ເຂດເມືອງໂພນໂຮງ ມີອຸບັດຕິເຫດ ເກີດຂຶ້ນທັງໝົດ 13 ຄັ້ງ ແລະ ມີຜູ້ເສຍຊີວິດ 8 ຄົນ; ຢູ່ເຂດເມືອງຫີນເຫີບ ມີອຸບັດຕິເຫດເກີດຂຶ້ນທັງໝົດ 3 ຄັ້ງ ແລະ ມີຜູ້ເສຍຊີວິດ 1 ຄົນ; ຢູ່ເຂດເມືອງວັງວຽງ ມີອຸບັດຕິເຫດເກີດຂຶ້ນທັງໝົດ 3 ຄັ້ງ ແລະ ມີຜູ້ເສຍຊີວິດ 1 ຄົນ. ນັບແຕ່ມື້ເປີດເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໃນວັນທີ 20-23 ທັນວາ 2020, ມີອຸບັດຕິເຫດເກີດຂຶ້ນແລ້ວທັງໝົດ 4 ຄັ້ງ, ພາຫະນະເປ່ເພທັງໝົດ 5 ຄັນ; ໃນນີ້, ເກີດຢູ່ເມືອງນາຊາຍທອງ 1 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 1 ຄັນ, ເປ່ເພສົມຄວນ 1 ຄັນ; ເກີດຢູ່ເມືອງໂພນໂຮງ 3 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 1 ຄັນ, ເປ່ເພສົມຄວນ 2 ຄັນ.

ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວຕື່ມອີກວ່າ: ສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດເກີດ ຂຶ້ນຢູ່ເສັ້ນທາງດ່ວນນັ້ນ ແມ່ນເກີດຈາກຫຼາຍປັດໄຈ ເປັນຕົ້ນແມ່ນເກີດຈາກຕົວຂອງຜູ້ຂັບຂີ່ເອງທີ່ບໍ່ປະຕິບັດ ແລະ ເຄົາລົບກົດລະບຽບຈະລາຈອນ ໂດຍຂັບຂີ່ດ້ວຍຄວາມໄວເກີນທາງການກຳນົດໄວ້, ຂັບຂີ່ລົດບໍ່ໃຫ້ກຽດເຊົ່ງກັນແລະກັນ, ຜູ້ຂັບຂີ່ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຊ່ອງທາງຈະລາຈອນ. ນອກນີ້, ຍັງເກີດຈາກສະພາບເເວດລ້ອມ, ເກີດຈາກສັດ ທີ່ລິດລອດເຂົ້າໄປໃນເສັ້ນທາງດ່ວນແລ້ວພາໃຫ້ເກີດອຸບັດຕິເຫດຕາມມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...