spot_img
Homeຂ່າວຕ່າງປະເທດໂຈ ໄບເດນ ປະກາດໄຊຊະນະເລືກຕັ້ງແມ່ນຄວາມປະສົງຂອງປະຊາຊົນ

ໂຈ ໄບເດນ ປະກາດໄຊຊະນະເລືກຕັ້ງແມ່ນຄວາມປະສົງຂອງປະຊາຊົນ

Published on

ເວັບໄຊຂ່າວ BBC NEWs ລາຍງານວ່າ ທ່ານ ໂຈ ໄບເດນ ກ່າວຄຳປາໄສຫຼັງຈາກຄະນະກຳມະການເລືອກຕັ້ງໄດ້ເລືອກເອົາທ່ານເປັນປະທານາ ທິບໍດີຄົນໃໝ່ ຂອງສະຫະລັດອາເມລິກາຢ່າງເປັນທາງການ ໂດຍປະກາດວ່ານີ້ແມ່ນໄຊຊະນະແຫ່ງຄວາມປະສົງຂອງປະຊາຊົນ.

ຜູ້ມີສິດເລືອກຕັ້ງໄດ້ລົງຄະແນນສຽງທ່ານ ໂຈ ໄບເດນ ເປັນປະທານາທິບໍດີຄົນໃໝ່ຂອງອາເມລິກາ ເຮັດໃຫ້ລາວໄດ້ຮັບໄຊຊະນະຢ່າງເປັນທາງການ ໂດຍພັກເດໂມແຄຣດຂອງທ່ານ ໄບເດນ ໄດ້ຊະນະພັກ ຄຣີພັບລິກັນ ຂອງທ່ານ ທຣໍ້າ ດ້ວຍຄະແນນສຽງ 306 ຕໍ່ 232 ສຽງ.

ທ່ານ ໄບເດນ ຈະເຂົ້າຮັບຕຳແໜ່ງ ໃນວັນທີ 20 ມັງກອນ 2021 ແຕ່ທ່ານ ທຣໍ້າ ກໍ່ຍັງຢືນຢັນວ່າຈະເດີນໜ້າຕໍ່ສູ້ເພື່ອພິສູດວ່າມີການໂກງການເລືອກຕັ້ງຕໍ່ໄປ.

ຂະນະທີ່ນັກວິເຄາະການເມືອງຂອງອາເມລິກາ ຫຼາຍຄົນເຊື່ອວ່າທີມກົດໝາຍຂອງທຣໍ້າຈະຟ້ອງຕໍ່ສານວ່າມີການທຸຈະລິດການເລືອກຕັ້ງຕໍ່ໄປ ແຕ່ໂອກາດທີ່ທຣໍ້າຈະຊະນະການຮ້ອງຟ້ອງນັ້ນມີໜ້ອຍທີ່ສຸດ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...